ໂຈະທາງຣົດໄຟໄວ້ ເພື່ອສ້າງສາງເກັບສິນຄ້າ

ທາງການລາວ ໂຈະ ແຜນການ ຂຍາຍເສັ້ນທາງ ຣົຖໄຟ ແລະ ປ່ຽນມາສ້າງ ກຸດັງ ໃສ່ສີນຄ້າ ແທນ.
ສິດນີ
2012.02.10
F-Lao-train ຣົດໄຟສາຍ ໜອງຄາຍ ທ່ານາແລ້ງ
RFA

ກົດຟັງສຽງ

ຫລັງຈາກ ມີການເປີດໃຊ້ ເສັ້ນທາງ ຣົຖໄຟ ລາວ-ໄທ ຈາກຫນອງຄາຍ ຫາ ທ່ານາແລ້ງ ມາໄດ້ຊົ່ວ ຣະຍະນື່ງ ທາງການລາວ ກໍມີແຜນ ການຈະຂຍາຍ ເສັ້ນທາງ ຣົຖໄຟ ຣະຍະສອງ ທີ່ມີຄວາມຍາວ ປະມານ 9 ກິໂລແມັດ ຈາກທ່ານາແລ້ງ ຫາ ນະຄອນຫລວງ ວຽງຈັນ ແຕ່ໃນ ປັດຈຸບັນ ໄດ້ຖືກໂຈະ ໄວ້ແລ້ວ ແລະມາສ້າງ ກຸດັງໃສ່ ສີນຄ້າ ແທນ.

ທ່ານ ສົມຊນະ ຫົວຫນ້າ ຫ້ອງການ ສະຖານຣົຖໄຟ ທ່ານາແລ້ງ ໄດ້ກ່າວຕໍ່ ສື່ມວລຊົນ ໃນລະຍະ ຜ່ານມາວ່າ ສາງເກັບມ້ຽນ ສີນຄ້າ ດ່ັງກ່າວ ຈະຕັ້ງຢູ່ ຫ່າງຈາກ ສະຖານີ ຣົຖໄຟ ທ່ານາແລ້ງ ປະມານ 500 ແມັດ ໃນພື້ນທີ່ ປະມານ 400 ໄຮ່ ໂດຍຝ່າຍໄທ ໃຫ້ການ ຊ່ອຍເຫລືອລ້າ ໃນການສ້າງ ປະມານ 30% ສ່ວນເຫລືອ 70% ແມ່ນເປັນເງິນກູ້ ຄາດວ່າ ການສ້າງສາ ຈະເລີ້ມລົງມື ໃນໄວໆນີ້.

ເຫດຜົລ ໃນການໂຈະ ການຂຍາຍ ເສັ້ນທາງ ຣົຖໄຟ ດັ່ງກ່າວ ອາດເປັນ ເພາະວ່າ ໃນປັດຈຸບັນ ຍັງບໍ່ມີ ກຸດັງໃສ່ ສີນຄ້າ ໃນບໍຣິເວນ ດັ່ງກ່າວ ໂດຍສະເພາະ ສີນຄ້່າທີ່ ນຳເຂົ້າຈາກໄທ ຫລື ຈາກລາວ ໄປໄທ ໂດຍຜ່ານ ຂົວມິດຕພາບ ລາວ-ໄທ ທີ່ ແຂວງຫນອງຄາຍ ອີກເຫດຜົນນື່ງ ກໍເປັນເພາະວ່າ ເສັ້ນທາງຣົຖໄຟ ສາຍທຳອິດ ຈາກ ຫນອງຄາຍ ຫາ ທ່ານາແລ້່ງ ນັ້ນ ບໍ່ມີຜູ້ໃຊ້ ບໍຣິການຫລາຍ ເພາະຄົນ ສ່ວນໃຫຍ່ ໃຊ້ຣົຖ ສ່ວນຕົວ ເດີນທາງໄປໄທ ແລະສຸດທ້າຍ ກໍແມ່ນເພື່ອ ເຊື່ອມໂຍງກັບ ປະຊາຄົມ ອາຊ໊ຽນ ໃນການ ຂົນສີນຄ້າ ເຂົ້າ-ອອກ ຣະຫວ່າງ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 15, 2012 02:03 AM

ເອີ ! ແນວນີ້ກໍ່ມີເນາະ ເຮັດບໍ່ເຖິງກົກຈົກບໍ່ເຖິງຮາກ ເຂົາວ່າກະເທີນ.ນັກສຳມະນາກອນເຂົາເຄີຍຮຽນວ່າ ບໍ່ເຖິງຖອງ ມີແນວຄິດຊອດກະຈາ ລະວັງຈະບໍ່ມີຜົນງານເດີ ຈັກຫນ້ອຍ ຕໍ່ວ່າ ຮູ້ແລ້ວກໍ່ບໍ່ສ່ອງແສງກັນແດ່ ສະຫາຍ ເອີຍ!