ແຮງງານລາວຈະມີການ ພັທນາຝີມື
2010.12.30
ກົດຟັງສຽງ
ກະຊວງແຮງງານ ຈະປັບປຸງ ສູນຝຶກອົບຮົມ ແຮງງານ ຢູ່ໃນສູນກາງ ແລະ ຕາມທ້ອງຖິ່ນ, ໃນເວລາ ດຽວກັນ ກໍຈະປັບປຸງ ການຄຸ້ມຄອງ ແຮງງານ ອີກດ້ວຍ. ທ່ານ ເລົ່າລີ ໄພເພັງຍົວ ຣັຖມົນຕຣີ ຊ່ວຍວ່າການ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ເວົ້າວ່າ:
"ວຽກງານແຮງງານ ເວົ້າເຖິງພັທນາ ຝີມືແຮງງານ ອັນສອງເວົ້າເຖິງ ບັນຫາ ຄຸ້ມຄອງແຮງງານ ແລະ ໃນນີ້ມັນ ພົວພັນເຖິງ ຜົນປໂຍດ ເພື່ອປົກປ້ອງ ຜົນປໂຍດຂອງ ຜູ້ອອກແຮງງານ ແລະ ຣັຖກອນ ທັງໝົດ".
ທ່ານ ເລົ່າລີ ເວົ້າຕໍ່ໄປວ່າ ໃນການພັທນາ ຝີມືແຮງງານ ແລະ ສູນຝຶກແຮງງານ ນີ້ ຈະມີການ ຄົ້ນຄວ້າສ້າງ ຫລັກສູດ ໃຫ້ສອດຄ່ອງ ກັບແຕ່ລະ ເປົ້າໝາຍ ໃນແຕ່ລະຍະ ໂດຍຈະຈັດສອນ ແລະ ຝຶກອົບຮົມ ໃຫ້ມີຄວາມ ເປັນເອກກະພາບ ແລະ ສອດຄ່ອງກັບ ຄວາມຕ້ອງການ ຂອງຕລາດ ແຮງງານ ທັງພາຍໃນ ແລະ ຕ່າງປະເທດ. ສຳລັບນາຍຈ້າງ ກໍຕ້ອງໄດ້ ປັບປຸງ ຄຸນນະພາບ ຂອງຕົນເອງ ເພື່ອສົ່ງເສີມ ໃຫ້ແຮງງານ ໄປສູ່ລະດັບ ສາກົນ. ຝີມືແຮງງານ ມີຄວາມສຳຄັນ ໃນການ ພັທນາໂຄງ ປະກອບຂອງ ອຸດສາຫະກັມ ແລະ ເສຖກິດ ດັ່ງນັ້ນຈຶ່ງ ຈຳເປັນຕ້ອງ ໄດ້ສືບຕໍ່ ພັທນາ ຝີມືແຮງງານ ໃຫ້ໄດ້ທັງ ປະຣິມານ ແລະ ຄຸນນະພາບ.
ໃນແຕ່ລະປີ ການພັທນາ ຝີມືແຮງງານ ແລະ ການຈັດຫາ ວຽກເຮັດງານທຳ ໄດ້ເພີ້ມຂຶ້ນ ເລື້ອຍໆ, ໂດຍສາມາດ ພັທນາແຮງງານ ໄດ້ 200,000 ຄົນ ແລະ ຈັດຫາວຽກໃຫ້ ຄົນເຮັດໄດ້ ປະມານ 1 ລ້ານ ໃນປີ 2009.