ລາວເຊັນສັນຍາ ບໍ່ແຮ່ພູເບັ້ຽ

ຣັຖບາລລາວ ເຊັນສັນຍາ ຮັບສິບ ເປີຣ໌ເຊັນຕ໌ ຂອງຫຸ້ນສ່ວນ ຂອງໂຄງກາຣ ພູເບັ້ຽ
ຫວາດ ສີມູນ
2011.05.10
F-phubia ເຂດພູເບັ້ຽ ທີ່ກໍາລັງມີການ ຂຸດຄົ້ນແຮ່ທາດ
laovoices.com

ກົດຟັງສຽງ

ທາງກາຣ ສປປລາວ ໄດ້ເຊັນ ສັນຍາ ຕົກລົງ ກັບ ບໍຣິສັທ ຂຸດຄົ້ນບໍ່ແຮ່ ພູເບັ້ຽ ໃນມື້ວັນສຸກ ຜ່ານມານີ້ ໂດຽທາງກາຣລາວ ເປັນຝ່າຍ ຖືຫຸ້ນນຳ 10 ເປີຣ໌ເຊັນຕ໌  ຊຶ່ງກາຣ ຕົກລົງ ດັ່ງກ່າວ ມີຂຶ້ນ ຣະຫວ່າງ ຍານາງ ວຽງທອງ ສີພັນດອນ ຮອງ ຣັຖມົນຕຣີ ກະຊວງກາຣຄັງ ແລະ ທ່ານຈັນເພັງ ບຸນນະຜົລ ປະທານ ຂອງ ບໍຣິສັທ ຂຸດຄົ້ນບໍ່ແຮ່ ພູເບັ້ຽ.

ທ່ານຈັນເພັງ ໄດ້ກ່າວ ຢູ່ພິທີ ໃນຕອນນື່ງວ່າ ກາຣເຊັ່ນສັນຍາໃນຂໍ້ຕົກ ລົງກັນ ດັ່ງກ່າວ ເປັນບາດກ້າວ ທີ່ສຳຄັນ ຊຶ່ງກໍເປັນ ກາຣແສດງ ເຖິງສາຍກາຣ ພົວພັນ ອັນດີ ຣະຫວ່າງ ບໍຣິສັທ ແລະ ຝ່າຍ ຣັຖບາລ ລາວ ໃນຣະຍະ ທີ່ຜ່ານມາ.

ເຖິງຢ່າງໃດ ກໍຕາມ ບໍຣິສັທ ຂຸດຄົ້ນບໍ່ແຮ່ ພູເບັ້ຽ ດັ່ງກ່າວ ເປັນບໍຣິສັທ ທີ່ຈົດທະບຽນ ເພື່ອດຳເນີນ ທຸຣະກິຈ ໃຫ້ແກ່ ບໍຣິສັທ PanAustralia ທີ່ຖືຫຸ້ນ ເຖິງ 90% ແລະ ທາງຣັຖບາລ ລາວ ມີສ່ວນນຳ 10%.

ໃນປີ 2010 ຜ່ານມາ ທາງ ບໍຣິສັທ ທີ່ດຳເນີນ ກາຣຂຸດຄົ້ນ ບໍ່ແຮ່ ທີ່ພູຄຳ ສາມາຖຜລິຕ ທອງແດງ ໄດ້ທັງໝົດ 67,000 ໂຕນ, ເງິນ 500,000 ອອນຊ໌ ແລະຄຳ 60,000 ອອນຊ໌ ແລະຄາດວ່າ ຈະຜລິຕໄດ້ ຫລາຍເພີ່ມຂຶ້ນ ໃນປີນີ້.

ໃນຂນະດຽວກັນ ທາງບໍຣິສັທ ພູເບັ້ຽ ດັ່ງກ່າວ ຍັງໄດ້ເຣີ່ມ ຂຸດຄົ້ນບໍ່ແຮ່ ທາຕຄຳ ແລະ ເງິນໃນເຂຕ ບ້ານຫ້ວຍຊາຍ ໃນເມືອງ ໄຊສົມບຸນ ແຂວງວຽງຈັນ ທີ່ຈະເຣີ່ມ ກາຣຜລິຕ ໄດ້ ໃນປີ 2012 ເພື່ອສົ່ງຂາຍ ໃຫ້ແກ່ຈີນ ເກົາຫລີໃຕ້ ແລະ ອິນເດັຽ ໃນ ອະນາຄົຕ.

ສະເພາະ ໂຄງກາຣ ຂຸດຄົ້ນບໍ່ຄຳ ທີ່ເຊໂປນ ແຂວງ ສວັນນະເຂຕ ນັ້ນ ທາງ ບໍຣິສັທ ບໍ່ແຮ່ລາວ ແລະ ບໍຣິສັທ ລ້ານຊ້າງ Minning ກໍມີກາຣ ຄາດຫວັງ ຈະຜລິຕ ທອງແດງ ໄດ້ເພີ່ມ ຂຶ້ນເຖິງ 80,000 ໂຕນໃນປີ 2011 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.