ລາວຈະກໍາຈັດການໃຊ້ ແຮງງານເດັກນ້ອຍ
2012.06.14

ອົງການ ແຮງງານ ສາກົນ ລາຍງານ ໃນ ກອງປະຊຸມ ທີ່ ນະຄອນຫລວງ ວຽງຈັນ ໃນວັນພຸດວ່າ ສປປລາວ ເປັນນື່ງ ໃນຈຳນວນ ປະເທດ ໃນໂລກ ທີ່ຍັງມີ ເດັກນ້ອຍ ຕ້ອງເຮັດວຽກ ໃນທຸກຮູບແບບ.
ກອງປະຊຸມ ຈະໃຊ້ເວລາ ສອງວັນ ຣະຫວ່າງ ວັນທີ 13-14 ມີຖຸນາ ເພື່ອເປີດເຜີຍ ຜົລສຳຣວດ ການໃຊ້ ແຮງງານ ເດັກນ້ອຍ ແລະ ໃຫ້ຄຳປືກສາ ໃນ ຮ່າງກົດຫມາຍ ກ່ຽວກັບ ການປາບປາມ ການໃຊ້ ແຮງງານ ເດັກນ້ອຍ ໃນລາວ.
ຍານາງ ເຂັມພອນ ເພົາຄຳແກ້ວ ຜູ້ປະສານງານ ແຫ່ງຊາດ ກ່ຽວກັບການ ໃຊ້ແຮງງານ ເດັກນ້ອຍ ໃນລາວ ກ່າວຕໍ່ທີ່ ປະຊຸມວ່າ ເດັກນ້ອຍ ໃນລາວ ຢ່າງຫຼວງຫຼາຍ ຖືກຈ້າງ ເຮັດວຽກ ຍ້ອນວ່າ 50% ຂອງ ປະຊາກອນລາວ ອາຍຸ ຕ່ຳກວ່າ 20 ປີ. ນາງ ອະທິບາຍວ່າ ສປປລາວ ຍັງມີ ຄວາມທຸກຍາກ ຢູ່ຢ່າງຫລວງຫລາຍ ແລະ ເດັກນ້ອຍລາວ ສ່ວນໃຫຍ່ ບໍ່ໄດ້ເຂົ້າ ໂຮງຮຽນ.
ອິງຕາມ ສະຖິຕິ ຈາກອົງການ ແຮງງານສາກົນ ໃນບົດຣາຍງານ ຄັ້ງຫຼ້າສຸດ ເດັກນ້ອຍ ປະມານ 250 ລ້ານຄົນ ໃນທົ່ວໂລກ ໃນປັດຈຸບັນ ຍັງເຮັດວຽກ ໃນ ທຸກຮູບແບບ ເພື່ອຊ່ອຍ ຄອບຄົວ ເດັກນ້ອຍ ເຫລົ່ານັ້ນ ບໍ່ໄດ້ເຂົ້າ ໂຮງຮຽນ ມີເວລາໜ້ອຍ ຫລືບໍ່ມີເລີຍ ໃນການຫລີ້ນ ແລະ ມ່ວນຊື່ນ ໃນຊີວີດ ຫລາຍຄົນ ໃນນັ້ນ ບໍ່ໄດ້ຮັບ ສານອາຫານ ພຽງພໍ ຕໍ່ສຸຂພາບ ແລະ ການບໍຣິການ ທາງດ້ານ ສາທາຣະນະສຸຂ ໃນເວລາ ເຈັບເປັນ.