ລາວຕ້ອງການນໍ້າມັນ ເພີ້ມໃນປີ 2011
2011.02.03

ກົດຟັງສຽງ
ໃນປີ 2011 ນີ້ ສປປລາວ ມີແນວໂນ້ມ ທີ່ຈະນໍາໃຊ້ ນໍ້າມັນ ເພີ້ມຂຶ້ນກວ່າ ປີຜ່ານມາ ຍ້ອນວ່າຈະມີ ການພັທນາ ຫລາຍດ້ານ ທີ່ຕ້ອງການ ໃຊ້ນໍ້າມັນ ແລະ ອາຍແກສ. ຕາມຄໍາເວົ້າຂອງ ປະທານສະມາຄົມ ນໍ້າມັນເຊື້ອເພີງ ແລະ ອາຍແກສ ລາວ. ທ່ານ ຄໍາຈັນ ຣັຕນະວົງ ກ່າວວ່າ:
"ລາວເຮົານີ້ ຂ້າພະເຈົ້າ ຄິດວ່າ ຍັງເປັນປະເທດ ທີ່ນໍາເຂົ້ານໍ້າມັນ ທັງໝົດ 100% ເພາະພວກເຮົາ ບໍ່ມີບໍ່ນໍ້າມັນ ບໍ່ມີແຫລ່ງນໍ້າມັນ ການຊົມໃຊ້ນໍ້າມັນ ຂອງ ປະເທດພວກເຮົາ ກໍເພິ້ມຂຶ້ນ 7-10% ຕໍ່ປີ
ແລະຖ້າມັນເພີ້ມ ຂຶ້ນປະມານ 10% ຫລື 7-10% ນີ້ ປີ 2011 ພວກເຮົາກໍຈະ ໄດ້ໃຊ້ນໍ້າມັນ ບໍ່ຕໍ່າກວ່າ 750 ລ້ານລິດ ອັນນີ້ຖືວ່າ ເປັນຈໍານວນ ທີ່ເພີ້ມຂຶ້ນ".
ພ້ອມກັນນັ້ນ ຣາຄານໍ້າມັນ ຢູ່ພາຍໃນລາວ ກໍແພງຂຶ້ນ ຍ້ອນວ່າຣາຄານໍ້າ ມັນໃນຕລາດໂລກ ສູງຂຶ້ນ ອັນສົ່ງຜົນກະທົບ ໂດຍກົງ ຕໍ່ຜູ້ໃຊ້ ໂດຍສະເພາະ ຕໍ່ປະຊາຊົນ ຜູ້ທີ່ມີຣາຍ ໄດ້ໜ້ອຍ. ຢູ່ປະເທດລາວ ມີການປັບ ຣາຄານໍ້າມັນ ຂຶ້ນມາຕັ້ງແຕ່ ປີ 2009 ຈົນເຖິງປັດຈຸບັນ ຊຶ່ງໃນປີ 2010 ຜ່ານມາ ບໍຣິສັດນໍ້າມັນ ເຊື້ອເພີງ ແລະ ອາຍແກສ ໄດ້ປະກາດຂຶ້ນ ຣາຄານໍ້າມັນ ແລະແກສເຖິງ 14 ຄັ້ງ ແລະ ປະກາດ ຫລຸດຣາຄາ 3 ຄັ້ງ. ເວົ້າສະເພາະ ໃນເດືອນ ມົກກະຣາ ຂອງປີ 2011 ນີ້ ກໍຂຶ້ນຣາຄາ ໄປແລ້ວ 2 ຄັ້ງ ຍ້ອນວ່າຕ້ອງໄດ້ ປັບໄປຕາມ ຣາຄານໍ້າມັນໂລກ ຢູ່ຕລອດ.