ລາວຕ້ອງການງົປ ເພື່ອປາບຢາເສບຕິດ
2011.05.04

ກົດຟັງສຽງ
ຫນ່ວຍງານ ວາງແຜນ ກ່ຽວກັບ ການຄວບຄຸມ ຢາເສບຕິດ ແຫ່ງຊາດ ສປປລາວ ຮ້ອງຂໍ ງົປະມານ 78 ລ້ານ ໂດລາ ຈາກອົງການ ນານາຊາດ, ເທົ່າເຖິງ ປັດຈຸບັນ ກໍ່ມີການ ບໍຣິຈາກ ມາແລ້ວ 10 ລ້ານ ໂດລາ ຜ່ານທາງ ອົງການ UNDC.
ຫນ່ວຍງານ ປາບປາມ ຢາເສບຕິດ ສປປລາວ ປະເຊີນ ກັບບັນຫາ ທ້າທາຍ ຫລາຍຢ່າງ ໃນການ ປະຕິບັດງານ ຍ້ອນມີ ເຂດແດນ ຕິດກັບ ປະເທດ ເພື່ອນບ້ານ ກວ່າ 5 ພັນ ກິໂລແມັດ ແລະ ພື້ນທີ່ ສ່ວນໃຫຍ່ ກໍ່ເຕັມໄປ ດ້ວຍພູຜາ ປ່າໄມ້ ແມ່ນ້ຳ ລຳທານ ເປັນອຸປສັກ ຕໍ່ການ ປະຕິບັດງານ ປາບປາມ ກຸ່ມຄ້າ ຢາເສບຕີດ ໃນທົ່ວປະເທດ.
ທາງການລາວ ນອກຈາກ ຈະຕ້ອງການ ງົບປະມານ ແລ້ວ ຍັງຕ້ອງການ ນານາຊາດ ໃຫ້ການ ສນັບສນູນ ຍົກຣະດັບ ຄວາມສາມາດ ເຈົ້າຫນ້າທີ່ ປາບປາມ ຢາເສບຕິດ ຂອງລາວ ໃຫ້ມີ ປະສິດທິພາບ ໂດຍການຝືກ ອົບຮົມ ເທັກໂນໂລຈີ ໃຫມ່ ໃນການ ປາບປາມ ກຸ່ມຄ້າ ຢາເສບຕິດ ທີ່ນັບມື້ນັບ ທັນສມັຍ ຂື້ນ ແລະ ເຈົ້າຫນ້າທີ່ລາວ ກໍ່ບໍ່ສາມາດ ນຳທັນ ພືດຕິກັມ ຂອງພວກ ທຸຈຣິດ ໄດ້.
ສີ່ງທີ່ ເຈົ້າຫນ້າທີ່ລາວ ຕ້ອງການ ກໍ່ແມ່ນ ເຄື່ອງມື ທາງດ້ານ ສື່ສານ ການຕິດຕໍ່ ການສົ່ງ ຂໍ້ມູນ ທີ່ທັນສມັຍ ສຳລັບ ການຮວບຮວມ ຂໍ້ມູນ ຂ່າວສານ ຣະຫວ່າງກັນ ພ້ອມທັງ ຄວາມຮ່ວມມື ກັບຫນ່ວຍງານ ປາບປາມ ຢາເສບຕິດ ໃນຂົງເຂດ ນຳອີກ ເຊັ່ນ: ພະມ້າ ໄທ ກຳພູຊາ ຈີນ ແລະ ວຽດນາມ, ເພື່ອສກັດກັ້ນ ກຸ່ມຄ້າ ຢາເສບຕິດ ທີ່ຈະຜລິດ ຢາເສບຕິດ ຫລືສົ່ງ ຢາເສບຕີດ ຜ່ານແດນລາວ.
ໃນປັດຈຸບັນ ຢູ່ລາວ ການ ປະຕິບັດ ງານ ຂອງເຈົ້າຫນ້າທີ່ ປາບປາມ ຢາເສບຕິດ ກໍ່ເຫັນວ່າ ຂາດສມັຕພາບ ຍ້ອນຂາດ ງົບປະມານ. ກຸ່ມທີ່ເຄີຍ ປູກຝິ່ນ ກໍ່ກັບຄືນ ປູກຝີ່ນ, ຍ້ອນແຜນການ ປູກພືດ ທົດແທນ ຂອງ ຣັຖບານ ບໍ່ໄດ້ຜົລ.