ບັນຫາອອກໃບຕາດິນ ບໍ່ມີມື້ສິ້ນສຸດ

ການອອກ ໃບຕາດີນ ໃຫ້ແກ່ ປະຊາຊົນ ມີບັນຫາ ຂັດແຍ່ງກັນ ຫລາຍຢ່າງ ໃນລາວ.
ສິດນີ
2012.02.28

ກົດຟັງສຽງ

ການອອກ ໃບຕາດີນ ໃຫ້ ປະຊາຊົນ ທີ່ແຂວງ ຫລວງພຣະບາງ ໄດ້ເລີ້ມ ມາແຕ່ປີ 2011 ເທົ່າເຖິງ ປັດຈຸບັນ ຍັງບໍ່ສາມາດ ເຮັດໃຫ້ເປັນ ຣະບົບ ໄດ້ເທື່ອ ຍ້ອນມີຄວາມ ຂັດແຍ່ງ ເກີດຂື້ນ ຈາກການ ບໍ່ລົງຮອຍກັນ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ ປະຊາຊົນ ກັບຣັຖ ຜູ້ທີ່ມີດີນ ໃກ້ຄຽງກັນ ແຕ່ບໍ່ມີ ຫລັກຫມາຍ. ດັ່ງເຈົ້າຫນ້າທີ່ ຫ້ອງການ ທີ່ດີນ ທີ່ແຂວງ ຫລວງພຣະບາງ ເວົ້າວ່າ:

"ບໍ່ຫມົດ ທຸກບ່ອນເທື່ອ ບໍ່ກວມໝົດ ທຸກບ້ານເທື່ອ ມັນຄາ ແນວໃດກໍມີ ຫລາຍໆ ກໍຣະນີ ມີການຂັດແຍ່ງ ເຂດແດນ ຫຍັງຕ່າງໆ ຜູ້ຄັດຄ້ານ ຄັດຄ້ານ ສະມາຊິກ ຄັດຄ້ານ ເລື້ອງອ້າຍນ້ອງ ພໍ່ແມ່ ເລື້ອງການ ສືບທອດ ຕ່າງໆຫລື ວ່່າ ບ້ານທີ່ເຮົາຍັງ ສຳຣວດ ບໍ່ເຖິງ ມັນຍັງຄ້າງຢູ່".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ໃນຣະຍະ ທີ່ຜ່ານມາ ໃນເຂດ ນອກເມືອງ ຍັງບໍ່ມີການ ເຮັດໃບຕາດີນ ຢ່າງເປັນ ທາງການເທື່ອ ເນື່ອງຈາກ ບັນຫາທີ່ກ່າວມາ ຂ້າງເທີງນັ້ນ ຊື່ງໃນ ປັດຈຸບັນ ທາງຫ້ອງການ ຕາດີນ ປະຈຳແຂວງ ກໍພຍາຍາມ ທີ່ຈະເຮັດໃຫ້ ເປັນຣະບົບ ແຕ່ບໍ່ແນ່ວ່າ ຈະແລ້ວ ເວລາໃດ. ການແກ້ໄຂ ບັນຫາ ທີ່ຂັດຂ້ອງ ຕ່າງໆ ກໍຈະເລີ້ມໄປ ແຕ່ລະກ້າວ ເພື່ອໃຫ້ ທຸກຝ່າຍ ພໍໃຈ. ທ່ານເວົ້າອີກວ່າ:

"ບັນຫາຈຸດນີ້ ມັນຕ້ອງໄດ້ ແກ້ໄປແຕ່ ລະຂັ້ນໄປ ເພາະວ່າຢູ່ນີ້ ພນັກງານ ເຮົາບໍ່ມີຫລາຍ ບໍມີ ຫລາຍແລ້ວ ເຮົາຈະອອກໄປ ປີນື່ງ ຈັກບ້ານ ຈັກບ້ານຊີ່ໄປ".

ເຫດຜົລ ໃນການເຮັດ ໃບຕາດີນ ໃຫ້ແກ່ ປະຊາຊົນ ນັ້ນ ກໍເພື່ອໃຫ້ ປະຊາຊົນ ສາມາດ ນຳໃຊ້ທີ່ີດີນ ຂອງຕົນ ແບບມີ ປະສິດທິພາບ ເຊັ່ນໃຊ້ເປັນ ສີນເຊື້່ອ ໃນການຄ້ຳ ປະກັນ ການກູ້ຢຶມເງິນ ມາເຮັດ ທຸຣະກິດ ແບບຖືກຕ້ອງ ຕາມກົດຫມາຍ ປາສຈາກ ການເອົາປຽບ ຈາກກຸ່ມ ນາຍທືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 29, 2012 03:05 AM

if they 'd have enougt more employees they have to change right sentence any time away never end more undertable be done??????????

Anonymous
Feb 28, 2012 06:19 PM

ການອອກໃບຕາດິນ ມັນຍາກຫຼາຍ ແຕ່ການເວນຄືນເອົາທີ່ດິນຂອງປະຊາຊົນ ງ່າຍກວ່າຫຼາຍ ເພາະປັດຈຸບັນມີປະຊາຊົນເປັນຈຳນວນຫຼວງຫຼາຍໃນແຂວງດັ່ງກ່າວ ໄດ້ຮັບຄວາມເດືອດຮ້ອນຫຼາຍ ເຊີ່ງບໍ່ມີໃຜຮູ້ ແຕ່ໃນຕົວຈີງເກີດມີການສວຍໂອກາດໃຊ້ໜ້າທີ່ຕຳແໜ່ງ ເພື່ອເອົາທີ່ດິນເປັນຈຳນວນຫຼາຍ ກົດໝາຍກໍບໍ່ສາມາດປົກປ້ອງປະຊາຊົນ ໄປຮ້ອງທຸກຢູ່ໃສກໍ່ບໍ່ໄດ້ ໃຜຈະແກ້ໄຂໃຫ້ ເພາະເພີ່ນພ້ອມເອົາກັນ

Anonymous
Feb 28, 2012 11:10 AM

ການຂະຫຍາຍເສັ້ນທາງເວັ້ນຕົວເມືອງ ເຊີ່ງປະຊາຊົນຈະຕ້ອງ ເສຍທີ່ດິນໃຫ້ທາງບໍລິສັດກໍ່ສ້າງຂົວທາງ ເບື້ອງລະ50ແມັດ ເພື່ອເປັນສີ່ງຕອບແທນ ແລະການກໍ່ສ້າງຕາຂ່າຍໄຟຟ້າ ມີ 2ບ່ອນ ປະຊາຊົນໄດ້ເສຍທີ່ດິນໃຫ້ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຮັບຄ່າຊົດເຊີຍທີ່ຕຳທີ່ສຸດ ບໍ່ເປັນທຳ ເພາະເຂົາຈະເອົາເປັນຂອງໄຟຟ້າເລີຍ ບໍ່ແ່ນເວນຄືນເປັນຂອງລັດ ແລ້ວມາແບ່ງປັນກັນຕາມພາຍຫຼັງ

Anonymous
Feb 28, 2012 12:41 PM

ເຖິງບໍ່ມີໄບຕາດິນປະຊາຊົນກໍ່ເປັນເຈົ້າເຝົ້າເປັນປະຈຳ ສະນັ້ນຜົນປະໂຍຊນ໌ ຂອງປະຊາຊົນຕ້ອງມາຕາມຫລັງ ພັກແລະລັດ ເພາະເພິ່ນມີຄວາມສະລາດສ່ອງໃສກ່ວາ ທຸກຢ່າງ.

Anonymous
Feb 28, 2012 11:04 AM

ຄິດວ່າຜູ້ທີ່ໃຫ້ສຳພາດ ສາມາດປົກປິດບັນຫາການຂັດແຍ່ງກ່ຽວກັບ ທີ່ດິນໄດ້ດີ ເພາະປັດຈຸບັນ ມີການຂັດແຍ່ງກັນຫຼາຍໃນເຂດດັ່ງກ່າວ ເຊີ່ງມີປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ຮັບຄວາມເດືອດຮ້ອນ ກ່ຽວກັບການສູນເສຍທີ່ດິນ ບໍ່ວ່າຈະເປັນການສ້າງທາງເວັ້ນຕົວເມືອງ ແລະການກໍ່ສ້າງຕາຂ່າຍໄຟຟ້າ ແລະອື່ນໆ