ລາວແລະຍີ່ປຸ່ນ ເພີ້ມຄວາມແໜ້ນແຟ້ນ
2011.08.04

ກົດຟັງສຽງ
ໃນຣະຫວ່າງ ທີ່ຮ່ວມ ປະຊຸມ ກັບ ທ່ານ ທອງລຸນ ສີສຸລິຕ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກາຣ ຕ່າງປະເທສ ສປປລາວ ໃນມື້ ວັນອັງຄາຣ ຜ່ານມາ ທ່ານ Takeaki Matsumoto ຣັຖມົນຕຣີ ກາຣ ຕ່າງປະເທສ ຍີ່ປຸ່ນ ສນັບສນູນ ຕາມແຜນກາຣ ພັທນາ ເສຖກິຈ-ສັງຄົມ ໃນຣະຍະ 5 ປີ ຄັ້ງທີ່ 7 ຂອງ ທາງກາຣລາວ ເປັນຢ່າງດີ ພ້ອມກັບ ຢືນຢັນ ທີ່ຈະໃຫ້ ຄວາມຮ່ວມມື ໃນໂຄງກາຣ ສົ່ງເສີມ ກາຣແລກປ່ຽນ ມະນຸສ ໂດຽສະເພາະ ໂຄງກາຣ ແລກປ່ຽນ ຍຸວະຊົນ ຂອງ ທັງສອງ ປະເທສ ຫລື ໂຄງກາຣ “JENESYS”.
ນອກຈາກນັ້ນ ທາງຜູ້ນຳ ຂອງ ທັງສອງ ປະເທສ ກໍໄດ້ ຕົກລົງ ເຫັນພ້ອມ ໃນໂຄງກາຣ ຮ່ວມມື ເພື່ອຈັດໃຫ້ມີ “ເທສກາຣຍີ່ປຸ່ນ” ຂື້ນ. ໃນຂນະດຽວກັນ ນັ້ນ ທ່ານ ທອງລຸນ ກໍໄດ້ແສດງ ຄວາມພາກພູມໃຈ ນຳທາງກາຣ ຍີ່ປຸ່ນ ທີ່ໃຫ້ຄວາມ ຊ່ວຍເຫລືອ ຕາມໂຄງກາຣ ຕ່າງໆ ຕລອດຣະຍະ ທີ່ ຜ່ານມາ ຊຶ່ງ ກໍຮວມທັງ ປັບປຸງ ແລະ ເພີ່ມຂຍາຍ ສນາມບິນ ວັດໄຕ ເພື່ອໃຫ້ສາມາດ ຮອງຮັບ ເຮືອບິນ ຂນາດໃຫຍ່ ຫລື Boeing ໃຫ້ໄດ້ ມາຕຖານ ພ້ອມກັບ ໂຄງກາຣ ປັບປຸງ ທາງຫລວງ ແຫ່ງຊາຕ ສາຍເລຂທີ່ 9 ໃຫ້ເປັນ ເສັ້ນທາງ ຮອງຮັບ ກາຣເຕີບໃຫຍ່ ຂອງກາຣ ຂຍາຍເສຖກິຈ ຕາເວັນອອກ ຕາເວັນຕົກ ຫລື East-West Economic Coorridor ໃນພູມີພາຄ ລຸ່ມ ແມ່ນ້ຳຂອງ ແລະ ໂຄງກາຣອື່ນໆ ຫລາຍໆຢ່າງ.
ພ້ອມດຽວກັນ ທາງກາຣ ຍີ່ປຸ່ນ ກໍຢືນຢັນ ທີ່ຈະສືບຕໍ່ ໃຫ້ຄວາມ ຮ່ວມມື ເພື່ອສົ່ງເສີມ ພາກສ່ວນ ເອກຊົນ ໃຫ້ໄປລົງທຶນ ຢູ່ເມືອງລາວ ຫລາຍຂຶ້ນຕື່ມ ໃນອະນາຄົຕ ເຊັ່ນກັນ.