ເງິນກີບເຟີ້ ສິນຄ້າແພງ

ສະພາບ ເງິນກີບ ເຟີ້ ເຮັດໃຫ້ ຣາຄາ ສິນຄ້າ ແລະ ຄ່າຄອງຊີພ ແພງຂຶ້ນ ໃນລາວ.
ໂພໄຊສວັດ
2011.07.13
F-Market-north ຊາວລາວ ອອກຈ່າຍຕລາດ ເກືອບທຸກມື້
RFA

ກົດຟັງສຽງ

ຢູ່ ສປປລາວ ພາຍໃນ 6 ເດືອນ ຂອງ ງົບປະມານ ປີ 2010/2011 ຜົນຜລິດ ຮວມຍອດ ພາຍໃນ ປະເທດ ເພີ້ມຂຶ້ນ 8.5 ສ່ວນຮ້ອຍ, ແຕ່ຣາຄາ ຊັພສິນຄ້າ ກໍເພີ້ມຂຶ້ນ 9.24 ສ່ວນຮ້ອຍ. ປັດຈຸບັນ ລາວ ເປັນທີ 2 ຮອຈາກ ວຽດນາມ ທີ່ມີ ອັດຕຣາ ເງິນເຟີ້ ສູງທີ່ສຸດ ໃນອາຊຽນ.

ຣາຄາສິນຄ້າ ສ່ວນໃຫຍ່ ໃນລາວ ຂຶ້ນກັບ ຄ່າຂົນສົ່ງ ຈາກປະເທດ ເພື່ອນບ້ານ. ລະດັບ ການໃຊ້ ພະລັງງານ ໃນປະເທດ ເພີ້ມຂຶ້ນ 7 ຫາ 10 ສ່ວນຮ້ອຍ ໃນແຕ່ລະປີ, ແລະ ຄາດວ່າ ຄວາມຕ້ອງການ ຈະເພີ້ມຂຶ້ນ ຮອດ 750 ລ້ານ ລິດ ພາຍໃນ ປີນີ້.

ເພື່ອແກ້ໄຂ ບັນຫາ ຣາຄາ ສິນຄ້າ ແລະ ຄ່າຄອງຊີພ ແພງ, ຣັຖບານໄດ້ ຫລຸດພາສີ ສິນຄ້າ ປະເພດ ນໍ້າມັນ ລົງຈາກ 25 ສ່ວນຮ້ອຍ ມາເປັນ 23 ສ່ວນຮ້ອຍ. ໃນເວລາ ດຽວກັນ ກໍໄດ້ ຍົກເວັ້ນ ພາສີ ໃຫ້ຜູ້ມີ ລາຍຮັບ ຕໍ່າກວ່າ 125 ໂດລາ ສະຫະຣັຖ ຕໍ່ເດືອນ. ຊາວ ນະຄອນຫລວງ ວຽງຈັນ ຜູ້ນຶ່ງ ເລົ່າ ກ່ຽວກັບ ສະພາບ ເງິນເຟີ້ ຕໍ່ຜູ້ສື່ຂ່າວ RFA ຟັງວ່າ:

"ມີແຕ່ຊີ້ນໝູ ຂຶ້ນ, ແຕ່ກ່ອນຫັ້ນ ໂລນຶ່ງ 30 ເນ໋າະ ດຽວນີ້ໂລນຶ່ງ 40. ແຕ່ກີ້ 38 ດຽວນີ້ຂຶ້ນ ໂລນຶ່ງ 40 ແລ້ວເດ. ຂຶ້ນອີກ ສອງພັນ. ຊີ້ນງົວກ໋າ 40 ຂຶ້ນ ຢ່າງລະ ສອງພັນ. ມີແຕ່ທໍ່ນັ້ນ ແຫລ໋ະ ກາຍຫັ້ນກ໋າ ຣາຄາ ເກົ່າ. ຜັກກ໋າ ຊໍ່າເກົ່າ ມີແຕ່ ຊີ້ນໝູ ກັບຊີ້ນງົວ ເທົ່ານັ້ນ ທີ່ຂຶ້ນ. ໂອນໍ້າມັນ ກ໋າຂຶ້ນ ໃດ໋ຫັ້ນ ຂຶ້ນພັນນຶ່ງ. ດຽວນີ້ ນໍ້າມັນ ລິດນຶ່ງ ມັນສິບປາຍພັນ ແລ້ວໃດ໋".

ປັດຈຸບັນ ຣາຄາປາ ຂຶ້ນຈາກ 18 ພັນກີບ ເປັນ 25 ພັນກີບ ຕໍ່ກິໂລກຣັມ. ຜັກກະລໍ່າປີ ຂຶ້ນຈາກ 4 ພັນກີບ ເປັນ 10 ພັນກີບ ຕໍ່ກິໂລກຣັມ. ຕາມຣາຄາ ໃນຕລາດ ນະຄອນຫລວງ ວຽງຈັນ. ແມ່ນແຕ່ ຣາຄາ ນໍ້າດື່ມ ກໍຍັງ ຈະເພີ້ມຂື້ນ ອີງຕາມ ຣັຖວິສາຫະກິດ ນໍ້າປະປາ ນະຄອນຫລວງ ວຽງຈັນ.

ຣາຄາ ສິນຄ້າ ໃນລາວ ຍັງຈະ ຂຶ້ນສູງ ຕື່ມອີກ ເຖິງວ່າ ຣັຖບານໄດ້ ຫລຸດພາສີ ນໍ້າມັນລົງ 2 ສ່ວນຮ້ອຍ ແລ້ວ. ໜັງສືພິມ ວຽງຈັນທາມ ລາຍງານວ່າ ຊາວ ກະສິກອນ ຍັງຂາຍພືດພັນ ກະສິກັມ ເຄື່ອງປູກ ຂອງຝັງ ຣາຄາເກົ່າ ເຖິງວ່າ ອັດຕຣາ ເງິນເຟີ້ ຈະເພີ້ມຂຶ້ນ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.