ລາວຍັງຂາດຄວາມພ້ອມ ເປັນສະມາຊິກການຄ້າໂລກ

ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຂອງລາວ ມີຄວາມຊັກຊ້າ ໃນຄວາມພ້ອມ ໃນຫລາຍຢ່າງ.
ສົມເນ
2011.02.23
F-Nam-v ດຣ. ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະການຄ້າ(ກາງ)ໃນຕອນທີ່ນໍາ ຄນະເຂົ້າຮ່ວມປະຊຸມ ການຄ້າຣະຫວ່າງ ສະຫະຣັດ ອາຊ໊ຽນ ທີ່ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ ໃນວັນທີ 5 ພຶສພາ 2010.
RFA

ກົດຟັງສຽງ

ພາຍຫລັງທີ່ ສປປລາວ ໄດ້ຂໍເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກ ນັບແຕ່ປີ 1997 ຈົນມາຮອດ ປັດຈຸບັນ ສປປລາວ ກໍຍັງບໍ່ໄດ້ ເຂົ້າເປັນ ສະມາຊິກເທື່ອ ແລະ ເຫັນວ່າມີຄວາມ ລ້າຊ້າ ກ່ວາ ແຜນການທີ່ ກໍານົດໄວ້ໃນ ປີ 2010 ຜ່ານມາ. ຕາມລາຍງານ ຈາກນະຄອນຫລວງ ວຽງຈັນ. ໃນບັນຫາການ ລ້າຊ້ານີ້ ກະຊວງ ອຸດສາຫະກັມ ແລະ ການຄ້າ ໄດ້ຊີ້ແຈງວ່າ ເປັນຍ້ອນການ ກະຕຽມ ພາຍໃນ ບໍ່ມີຄວາມຄ່ອງຕົວ ໂດຍສະເພາະ ການທົບທວນຄືນ ເຣື້ອງນິຕິກັມ ຫລືວ່າ ກົດໝາຍ ແລະ ລະບຽບການຕ່າງໆ ຫລາຍສະບັບ ເພື່ອໃຫ້ ສອດຄ່ອງກັບ ກົດລະບຽບ ຫລັກການຂອງອົງການ ດັ່ງກ່າວ.

ທ່ານ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສະຫະກັມ ແລະການຄ້າ ກ່າວເນັ້ນວ່າ ບັນຫາທີ່ເປັນ ອຸປສັກຕົ້ນຕໍ ຕໍ່ວຽກງານ ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ນີ້ແມ່ນເກີດຈາກ ຄວາມຊັກຊ້າ ໃນການປັບປຸງ ນິຕິກັມ ຂອງ 2 ສະບັບຄື: ນິຕິກັມ ທາງດ້ານ ຊັພສິນປັນຍາ ນິຕິກັມ ທາງດ້ານ ສຸຂອະນາໄມ ແລະ ສຸຂອະນາໄມພືດ. ສະເພາະການປັບປຸງ ທາງດ້ານ ຊັພສິນປັນຍາ ອົງການ ວິທຍາສາດ ເປັນຜູ້ຮັບຜິດຊອບ ຊື່ງຄາດວ່າຈະໃຫ້ ແລ້ວໃນປີ 2010 ແຕ່ໄດ້ຂໍເລື່ອນ ມາເປັນປີ 2011ແລະຍັງບໍ່ທັນ ມີຄໍາຕອບອັນ ແນ່ນອນວ່າຈະ ແລ້ວຍາມໃດ.

ສ່ວນການປັບປຸງ ນິຕິກັມ ກ່ຽວກັບ ສຸຂອະນາໄມ ແລະ ສຸຂອະນາໄມ ພືດຊື່ງແມ່ນ ກະຊວງກະສິກັມ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບ ນັ້ນ ກໍກໍາລັງ ພຍາຍາມຢູ່ ແລະ ກະວ່າຈະໃຫ້ແລ້ວ ໃນກາງປີນີ້. ສ່ວນການປັບປຸງ ນິຕິກັມອື່ນໆ ຂອງ ແປດຂະແໜງ ການທີ່ກ່ຽວຂ້ອງ ນັ້ນ ທ່ານວ່າ ປາກົດວ່າໄດ້ ດໍາເນີນໄປໂດຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.