ລາວຈະປັບປຸງການ ສຶກສາໃນປະເທດ

ສປປລາວ ຈະປັບປຸງ ຣະບົບ ການສຶກສາ ເພຶ່ອໃຫ້ບັນລຸ ເປົ້າຫມາຍ ສຫັດສວັດ.
ສິດນີ
2010.11.17

ກົດຟັງສຽງ

ເຖິງແມ່ນວ່າ ການສຶກສາ ໃນລາວ ໃນປັດຈຸບັນ ຈະບໍ່ທັນ ພັທນາ ເທົ່າທຽມກັບ ຫລາຍປະເທດ ໃນຂົງເຂດ ກໍຕາມ ແຕ່ຣັຖບານ ລາວ ກໍ່ຈະພຍາຍາມ ຍົກຣະດັບ ໃຫ່້ ດີຂຶ້ນ ໃນອານາຄົດ. ຣັຖບານ ລາວ ຫລິງເຫັນ ຄວາມສຳຄັນ ໃນການພັທນາ ຊັພຍາກອນ ມະນຸດ ດ້ວຍການຍົກ ຣະດັບ ການສຶກສາ ແລະ ກໍ່ເປັນນຶ່ງ ໃນແຜນ ການພັທນາ ເສຖກິດ ຂອງຊາດ ເພື່ອໃຫ້ລາວ ສາມາດຫລຸດພົ້ນ ຈາກການ ເປັນປະເທດ ດ້ອຍພັທນາ ໃນເປົ້າຫມາຍ ສຫັດສວັດ. ດັ່ງ ທ່ານລີຕູ ປາວຮົວ ຣັຖມົນຕຣີ ຊ່ອຍ ກະຊວງ ສຶຶກສາທິການ ກ່າວໃນຕອນ ນຶ່ງວ່າG

"ໃນປີ 2015 ນີ້ ຕ້ອງບັນລຸ ເປົ້າຫມາຍ ສຫັດສວັດ ສະນັ້ນ ຕົວນີ້ ເປັນສິ່ງທີ່ ຕ້ອງມິີຄວາມ ພຍາຍາມ ພວກປະເທດ ອ້ອມຂ້າງ ໄປໄກແລ້ວ ດຽວນີ້ ຍັງແຕ່ ລາວ ນຳຫລັງ ສະນັ້ນລາວ ຈະຕ້ອງສູ້ຊົນ ຍີ່ງຂຶ້ນ ເພື່ອບໍ່ໃຫ້ ຢູ່ທ້າຍຫມູ່".

ທ່ານວ່າ ໃນຣະຍະ ທີ່ຜ່ານມາ ຣັຖບານລາວ ບໍ່ສາມາດ ໃຫ້ການ ສຶກສາແກ່ ປະຊາຊົນ ໄດ້ຢ່າງທົ່ວເຖິງ ໃນທົ່ວ ປະເທດ ໂດຍສະເພາະ ໃນເຂດ ຊົນນະບົດ ທີ່ຫ່າງໄກ ສອກຫລີກ ຍ້ອນຂາດ ງົບປະມານ ຂາດໂຮງຮຽນ ຂາດ ຄຣູອາຈານ ຕ້ອງໄດ້ອາສັຍ ການຊ່ອຍເຫລືອ ຈາກຕ່າງປະເທດ.

ແຕ່ໃນ ປັດຈຸບັນ ທາງການລາວ ກໍ່ໄດ້ພັທນາ ຍົກຣະດັບ ຄຣູອາຈານ ຫລາຍຂຶ້ນ ດ້ວຍການສົ່ງຄຣູ ຈາກແຕ່ລະແຂວງ ໄປຝຶກອົບຮົມ ແລະເພີ້ມເງິນເດືອນ ໃຫ້ຄຣູຜູ້ທີ່ ຈະໄປສອນ ຕາມເຂດ ຊົນນະບົດ ຈຶ່ງເຮັດໃຫ້ ການສຶກສາ ໃນລາວມີ ມາຕຖານ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 27, 2012 06:15 PM

ປະຈຸບັນສັງເກດເຫັນວ່າ ການຍົກລະດັບຄວາມຮູ້ ຂອງພະນັກງານ ວິຊາການ ໂດຍສະເພາະ ດ້ານກະສິກຳ ຢູ່ ແຂວງວຽງຈັນ ເຫັນວ່າຍັງບໍ່ທັນໄດ້ ຄຸນນະພາບເທື່ອ ເນື່ອງຈາກວ່າຮຽນເອົາໃບປະກາດ ເພື່ອມາທຽບຊັ້ນຂັ້ນເງິນເດືອນຊື່ໆ ເພາະວ່າ ໄຊ້ເວລາຮຽນແຕ່ວັນເສົາ, ອາທິດ ບໍ່ພໍເທົາໃດຈົບແລ້ວ. ຖ້າທຽບໃສ່ການໄປຮຽນ ປົກະຕິ ຄືຢູ່ກະເສດສາດ ແມ່ນແຕກຕ່າງກັນຫຼາຍ ສະນັ້ນ, ຈື່ງສະເໜີໃຫ້ຂັ້ນເທີງຄົ້ນຄ້ວາ ພິຈາລະນາເພື່ອແກ້ໄຂ ໃຫ້ມີຄວາມສົມດຸນກັນ.

Anonymous
Aug 03, 2013 03:12 PM

ປະຈຸບັນນີ້ເຫັນວ່າ ຄູສອນອະນຸບານ ສຳຄັນທີ່ສຸດ ແລະ ເມື່ຶອຍທີ່ສຸດເພາະສະນັ້ນ ຂໍຮຽກຮ້ອງໃຫ້ ປະເທດ ຫລືກະຊວງສຶກສາທິການ ຂອງລາວ ເພີ່່ມເງິນເດືອນ ຄູອະນຸບານ ຂື້ນຕື່ມອີກ ເພື່ອໃຫ້ຄູອະນຸບານ ມີກຳລັງໃຈ ທີ່ຈະປະຕິບັດ ວຽກງານຕໍ່ໄປ



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]