ການຄ້າມະນຸດ ເພີ້ມຂື້ນໃນລາວ
2011.03.14
ກົດຟັງສຽງ
ການຄ້າມະນຸດ ໃນລາວ ເປັນບັນຫາ ທີ່ກ່ຽວພັນກັບ ການຫວ່າງງານ ຄວາມທຸກຍາກ ແລະ ການຂາດໂອກາດ ໃນການສຶກສາ ຮຽນຮູ້. ເມື່ອທ້າຍສັປດາ ທີ່ຜ່ານມາ ຂ່າວຊີນຮົວ ຣາຍງານວ່າ ຊາວລາວ ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ ໃນປີ 2010 ເພີ່ມຂຶ້ນ ຢ່າງເຫັນໄດ້ ຈະແຈ້ງ; ສ່ວນໃຫຍ່ ເປັນຄົນທຸກຍາກ ຂາດການສຶກສາ ແລະ ບໍ່ມີວຽກເຮັດ.
ທ່ານ ຈຽງຄໍາ ຮອງຫົວໜ້າ ກົມຕໍາຣວດ ໃນນະຄອນຫລວງ ວຽງຈັນ ເວົ້າວ່າ ຜູ້ເຄາະຮ້າຍ ສ່ວນໃຫຍ່ມາຈາກ ເຂດແຂວງພາກກາງ ແລະ ພາກໃຕ້ ຮວມທັງຈາກເຂດ ນະຄອນຫລວງ ວຽງຈັນ ສວັນນະເຂດ ສາຣະວັນ ແລະ ແຂວງຈໍາປາສັກ, ຊຶ່ງມີ ການຕິດຕໍ່ ສື່ສານກັບໄທ ທີ່ເປັນປະເທດ ເພື່ອນບ້ານ ຫລາຍກວ່າແຫ່ງອື່ນ. ເມື່ອປີກາຍ ມີຜູ້ເຄາະຮ້າຍ ຖືກສົ່ງກັບລາວ ຈາກປະເທດໄທ ທັງໝົດເກືອບຮອດ 150 ຄົນ. ໃນຈໍານວນ ດັ່ງກ່າວ ມີ 119 ຄົນ ອາຍຸຕໍ່າກວ່າ 18 ປີ ເປັນຜູ້ຍິງ 109 ຄົນ.
ຕາມບັນທຶກຄວາມ ເຂົ້າໃຈ ຊຶ່ງລົງນາມ ໂດຍທັງ 2 ປະເທດ ລາວ-ໄທ ເມື່ອປີ 2005 ຜູ້ເຄາະ ຮ້າຍຈາກການ ຄ້າມະນຸດ ຢູ່ໄທ ຈະໄດ້ຮັບການ ຝຶກອົບຮົມ ດ້ານວິຊາຊີບ ແລະໃຫ້ການ ຊ່ວຍເຫລືອ ໃນດ້ານຕ່າງໆ ຮວມທັງທາງດ້ານ ກົດໝາຍ ກ່ອນທີ່ຈະສົ່ງ ກັບຄືນ ປະເທດລາວ.
ທ່ານ ຈຽງຄໍາ ວ່າ ຍ້ອນງົປມານ ຂອງທາງຝ່າຍລາວ ມີຢ່າງຈໍາກັດ ຈຶ່ງເຮັດໃຫ້ລາວ ມີບັນຫາ ໃນການຊ່ວຍເຫລືອ ດ້ານມະນຸສທັມ ແກ່ຜູ້ເຄາະຮ້າຍ, ຮວມໄປເຖີງ ການຮວບຮວມຂໍ້ມູນ ເອົາຜູ້ກະທໍາຜິດ ມາລົງໂທດ. ຣັຖບານລາວ ໄດ້ສ້າງຕັ້ງ ຄນະກັມມະການ ຕໍ່ຕ້ານການ ຄ້າມະນຸດ ຣະດັບສູນກາງ ແລະ ຣະດັບທ້ອງຖິ່ນ ແຕ່ບັນຫາການ ຄ້າມະນຸດ ກໍຍັງບໍ່ປາກົດວ່າ ຈະຫລຸດໜ້ອຍ ຖອຍລົງ.
ບັນຫາ ດັ່ງກ່າວມານີ້ ເຫັນວ່າ ຈະຮ້າຍແຮງ ຂຶ້ນໄປເລື້ອຍໆ.