ການຄ້າມະນຸດຢູ່ລາວ ຍັງປາບບໍ່ໄດ້

ທາງການລາວ ພຍາຍາມ ປາບປາມ ການຄ້າມະນຸດ ແຕ່ບໍ່ໄດ້ຜົນ.
ອະວາຣີ
2011.03.10

ກົດຟັງສຽງ

ປັດຈຸບັນ ຊາວໜຸ່ມໄວລຸ້ນ ແລະ ເຍົາວະຊົນ ລາວ ຍັງຂ້າມໄປ ຊອກເຮັດວຽກ ຢູ່ໄທ ຢ່າງຜິດກົດໝາຍ ເປັນຈໍານວນ ຫລວງຫລາຍ ໂດຍສະເພາະ ໃນຣະຍະນີ້ ຊາວລາວຫລາຍຮ້ອຍ ຫລາຍພັນຄົນ ກໍາລັງ ປະສົບກັບ ໄພແຫ້ງແລ້ງ ການຜລິດເຂົ້າ ແລະ ອາຫານການກິນ ຊນິດອື່ນໆ ບໍ່ໄດ້ຕາມຄາດໝາຍ. ເມື່ອວານນີ້ ເຈົ້າໜ້າທີ່ຕຳຣວດ ແຂວງ ອຸບົນຣາຊທານີ ຂອງໄທ ຈັບຄົນລາວໄດ້ ເຖິງ 93 ຄົນ ໃນນັ້ນ 62 ຄົນ ແມ່ນຜູ້ຍິງ.

ທີ່ຜ່ານມາ ທາງການລາວ ໄດ້ຮັບເງິນຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອຮ່າງກົດໝາຍ ປ້ອງກັນສິດທິ ຂອງຜູ້ຍິງ ແລະເດັກນ້ອຍ ແລະໄດ້ຈັດຕັ້ງໜ່ວຍ ປາບປາມ ການຄ້າມະນຸດ ຂື້ນທັງຂັ້ນ ສູນກາງ ແລະ ໃນແຂວງ ແຕ່ຜົນປະກົດວ່າ ບໍ່ສາມາດ ສະກັດກັ້ນ ການຄ້າມະນຸດ ໄດ້ເລີຍ. ຮອງຜູ້ບັນຊາການ ຕຳຣວດ ຂອງລາວກ່າວວ່າ ການປາບປາມ ການຄ້າມະນຸດ ຢູ່ສປປລາວ ມີບັນຫາຫລາຍ ບັນຫາໃຫຍ່ ກໍແມ່ນ ງົບປະມານ. ຍ້ອນຂາດເຂີນ ງົບປະມານ ທາງການຈຶ່ງບໍ່ມີ ເຈົ້າໜ້າທີ່ພຽງພໍ ເພື່ອຈັບ ແລະລົງໂທດ ພວກຄ້າມະນຸດ ແລະ ເພື່ອຊ່ວຍເຫລືອ ຜູ້ທີ່ໄດ້ ຮັບເຄາະຮ້າຍ.

ເມື່ອວານນີ້ ສຳນັກຂ່າວສານ ປະເທດລາວ ຣາຍງານວ່າ ການຄ້າມະນຸດ ຢູ່ລາວເພິ້ມຂື້ນ ເພາະຊາວລາວ ຫລາຍຄົນຫວ້າງງານ ທຸກຍາກ ແລະ ຂາດການສຶກສາ ດັ່ງ ຄົນລາວຢູ່ນະ ຄອນຫລວງ ຜູ້ນຶ່ງ ເວົ້າວ່າ:

ບັນຫາທີ່ໜ້າ ເປັນຫ່ວງທີ່ສຸດ ຊາວລາວ ທີ່ຖືກຫລອກລວງ ຫລືຖືກຄ້າຂາຍ ໄປໄທນັ້ນ ສ່ວນຫລາຍແລ້ວ ແມ່ນຜູ້ຍິງທີ່ມີ ອາຍຸ ຍັງບໍ່ເຖິງກະສຽນ ເມື່ອປີກາຍ ທາງການໄທ ຈັດສົ່ງຊາວລາວ ທີ່ໄດ້ຮັບ ເຄາະຮ້າຍ ຈາກການ ຄ້າມະນຸດ ກັບຄືນລາວ 150 ຄົນ ໃນນັ້ນເປັນຜູ້ຍິງ 119 ຄົນ ແລະໃນຜູ້ຍິງ 119 ຄົນນັ້ນ 109 ຄົນເປັນຜູ້ຍິງ ທີ່ມີອາຍຸ ຕ່ຳກວ່າ 18 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.