ກົດໝາຍສະພາບແວດລ້ອມ ຍັງອ່ອນແອ
2011.09.07

ກົດຟັງສຽງ
ໂຮງງານ ອຸດສາຫະກັມ ເປັນຕົ້ນເຫດ ທີ່ກໍ່ໃຫ້ເກີດ ມົລພິດ ເປັນຕົ້ນ ການຈູດ ຂີ້ເຫຍື້ອ ແລະ ຈູດປ່າ ຮວມເຖິງ ມົລພິດ ຈາກ ໂຮງງານ ທີ່ປ່ອຍ ສາຣພິດ ທໍາຣາຍ ozone ຊັ້ນ ບັນຍາກາດ ທີ່ຫຸ້ມຫໍ່ ໂລກ. ເຖິງຈະມີ ຫລາຍພາກສ່ວນ ຄອຍກວດກາ ແຕ່ບັນຫາ ກໍຍັງ ເກີດຂຶ້ນ ຍ້ອນຜູ້ຄົນ ຂາດຄວາມ ຮັບຜິດຊອບ ແລະ ໂຮງງານ ບໍ່ ປະຕິບັດ ຕາມກົດໝາຍ ສິ່ງແວດລ້ອມ. ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງ ສວັນນະເຂດ ເວົ້າວ່າ:
"ບັນຫາ ສິ່ງແວດລ້ອມ ດຽວນີ້ ໂດຍພື້ນຖານ ແລ້ວ ກໍອາຈ ຈະມີຢູ່ ໃນເຂດ ຊຸມຊົນ ໂຮງຈັກ ໂຮງງານ ທີ່ບໍ່ ປະຕິບັດ ຕາມຣະບຽບ ຫລັກການ ຂອງ ສິ່ງແວດລ້ອມ".
ການເພີ່ມຂຶ້ນ ຂອງ ປະຊາກອນ ຢ່າງວ່ອງໄວ ແລະ ພຶດຕິກັມ ການໃຊ້ ຊັພຍາກອນ ຢ່າງ ຟູມເຟືອຍ, ການປ່ອຍປະ ລະເລີຍ ສີ່ງແວດລ້ອມ ກໍເປັນ ສາເຫດ ເກີດ ບັນຫາ ສະພາບ ແວດລ້ອມ ຂື້ນຢ່າງ ທະວີຄູນ. ບັນຫາ ສະພາບ ແວດລ້ອມ ເກີດຂຶ້ນໄດ້ ໃນທຸກ ພື້ນທີ່ ໂດຍສະເພາະ ຢ່າງຍິ່ງ ພື້ນທີ່ ທີ່ມີ ປະຊາກອນ ອາສັຍຢູ່ຢ່າງ ໜາແໜ້ນ ຊຶ່ງຈະເກີດ ບັນຫາ ສະພາບ ແວດລ້ອມ ເຊື່ອມໂຊມ ຕາມມາ. ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ກໍມີ ປະຊາຊົນ ຮ້ອງຮຽນ ຕໍ່ໜ່ວຍງານ ທີ່ກ່ຽວຂ້ອງ ເຣື້ອງມົລພິດ:
"ຫລາຍພາກສ່ວນ ອາຈຈະເປັນ ກະສິກັມ ພລັງງານ ແລະ ບໍ່ແຮ່ ອຸດສາຫະກັມ ການຄ້າ ສິ່ງແວດລ້ອມ ຈະບໍ່ເຮັດ ຜູ້ດຽວ ຈະຮ່ວມມື ກັບຫລາຍ ພາກສ່ວນ ຫລາຍອົງການ ເພື່ອຜັກດັນ ປະຕິບັດ ຕາມ ກົດໝາຍ ສະພາບ ແວດລ້ອມ".
ບັນຫາ ສະພາບ ແວດລ້ອມ ເປັນບັນຫາ ທັງໃນເຂດ ຕົວເມືອງ ແລະ ຊົນນະບົດ, ຄວາມໜາແໜ້ນ ຂອງ ປະຊາກອນ ໃນເຂດເມືອງ ຈະເຮັດໃຫ້ ສິ່ງ ແວດລ້ອມ ເຊື່ອມໂຊມລົງ ໄວຂຶ້ນ ແລະ ຮ້າຍແຮງຂຶ້ນ ຊຶ່ງ ຄົນ ໃນເມືອງ ປາກົດວ່າ ໃຊ້ສິ່ງຂອງ ຊັພຍາກອນ ຕ່າງໆ ຫລາຍກວ່າ ຄົນໃນເຂດ ຊົນນະບົດ.