ຟາມລ້ຽງໝີ ຂາດກົດຣະບຽບແຈ່ມແຈ້ງ

ລະບຽບການ ອະນຸຍາດ ຕັ້ງ ຟາມ ລ້ຽງໝີ ໃນລາວ ບໍ່ມີ ຄົບຖ້ວນ ເຮັດໃຫ້ ເກີດບັນຫາ ຫລາຍຢ່າງ.
ສົມເນ
2011.12.06
F-bear-bile3 ໃນມື ເຈົ້າຂອງ ຟາມລ້ຽງໝີ ເກົ້າລ້ຽວ ແມ່ນແກ້ວຫຼອດ ບີໝີ ທີ່ກໍາລັງ ຕົກລົງ ຣາຄາ ຊື້ຂາຍ ກັບ ລູກຄ້າຢູ່.
RFA

ກົດຟັງສຽງ

ການ ອະນຸຍາດ ໃຫ້ຕັ້ງຟາມ ລ້ຽງໝີ ໃນເວລານີ້ ບໍ່ທັນມີ ຂໍ້ກໍານົດ ຢ່າງ ຄົບຖ້ວນ ເຮັດໃຫ້ຜູ້ ລ້ຽງໝີ ສວຍໂອກາດ ລ້ຽງໝີ ເພື່ອດູດ ເອົາບີໝີ ໄປຂາຍ ຊື່ງເປັນການ ກະທໍາທີ່ ທໍຣະມານ ສັດ. ກ່ຽວກັບ ເຣື້ອງນີ້ ທາງ ການລາວ ກໍວ່າ ມັນເຄີຽ ເກີດຂື້ນແລ້ວ ເຊັ່ນວ່າ: ຂໍອະນຸຍາດ ລ້ຽງໝີ ແຕ່ບໍ່ໄດ້ ບອກວ່າ ລ້ຽງ ເພື່ອ ດູດເອົາບີ ໄປຂາຍ, ຊື່ງອາດເປັນຍ້ອນ ຊ່ອງໂວ່ ຂອງ ກົດລະບຽບ. ດັ່ງທີ່ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຣີ ກະຊວງ ຍຸຕິທັມ ໄດ້ກ່າວ:

"ຜ່ານມານີ້ ມັນກໍມີ ແຕ່ບາງຈຸດ ມັນກໍອາດ ຈະວາງ ລະບຽບ ຄຸ້ມຄອງ ບໍ່ທັນ ຄົບຖ້ວນ ອັນນັ້ນກໍມີ ແຕ່ວ່າ ຜ່ານມານີ້ ຂະບວນ ການລ້ຽງນີ້ ມັນຍັງມີ ນ້ອຍ ສະນັ້ນ ການວາງກົດ ລະບຽບ ຄຸ້ມຄອງ ວາງກົດໝາຍ ຄຸ້ມຄອງ ນີ້ ກໍຍັງ ບໍ່ທັນມີ ລະອຽດ ສະເພາະ ອັນນີ້ ກໍອາດຈະ ເປັນຊ່ອງວ່າງ ໃຫ້".

ຍ້ອນຊ່ອງໂວ່ ຂອງ ລະບຽບ ຄຸ້ມຄອງ ຟາມລ້ຽງໝີ ໃນລະຍະ ຜ່ານມາ ຈື່ງເຮັດໃຫ້ ຜູ້ປະກອບ ຟາມລ້ຽງໝີ ບ້ານເກົ້າລ້ຽວ ນະຄອນຫລວງ ວຽງຈັນ ສວຍໂອກາດ ລ້ຽງໝີ ເພື່ອດູດເອົາ ນໍ້າບີໝີ ໄປຂາຍ. ຕອນທໍາອິດ ນັ້ນ ເຈົ້າຂອງ ຟາມລ້ຽງໝີ ໄດ້ຂໍ ອະນຸຍາດ ເຮັດຟາມ ລ້ຽງໝີ ຊື່ໆ ບໍ່ໄດ້ ລະບຸວ່າ ຈະມີການ ດູດເອົາ ບີໝີ ໄປຂາຍ, ບໍ່ມີກໍານົດ ຂນາດ ຂອງຟາມ, ເມື່ອໄດ້ ອະນຸຍາດ ໄປແລ້ວ ກໍບໍ່ຮູ້ວ່າ ຖືກຕ້ອງຕາມ ລະບຽບການ ຫລືບໍ່ ເພາະວ່າ ມັນບໍ່ມີ ລະບຽບການ ອ້າງອີງ.

ບັນຫາ ທີ່ເກີດຂື້ນ ໃນຟາມ ລ້ຽງໝີ ບ້ານເກົ້າລ້ຽວ ໄດ້ກາຍເປັນ ບົດຮຽນ ສໍາລັບ ອໍານາດ ການປົກຄອງ ນະຄອນຫຼວງ ວຽງຈັນ. ຈົນເຖີງ ປັດຈຸບັນ ຍັງບໍ່ສາມາດ ຊ່ວຍເອົາໝີ ອອກຈາກຟາມ ບ້ານເກົ້າລ້ຽວ ໄດ້ເທື່ອ ຍ້ອນຂາດ ຫລັກຖານ ທາງ ກົດໝາຍ ທີ່ແຈ່ມແຈ້ງ ແລະ ບໍ່ຮູ້ວ່າ ຈະເອົາຜິດ ເຈົ້າຂອງ ຟາມ ແບບໃດ. ດັ່ງ ທ່ານ ຄໍາພຸດ ພັນດານຸວົງ ຮອງ ອະທິບໍດີ ກົມກວດກາ ປ່າໄມ້ ນະຄອນຫຼວງ ໄດ້ກ່າວ:

"ດຽວນີ້ ມັນຍັງ ສັບສົນ ເພາະວ່າ ກົດໝາຍລາວ ມັນມີ ກົດໝາຍ ສັດນໍ້າ ສັດປ່າ ແຕ່ວ່າ ຢູ່ໃນໂຕ ບົດກົດໝາຍ ກໍບໍ່ໄດ້ ລະບຸແຈ້ງ ເຣື້ອງ ຂອງການ ອະນຸມັດ ຟາມສັດ ສວນສັດ ແລ້ວ ກໍທຸຣະກິດ ກ່ຽວກັບ ບີໝີຕ່າງໆ ແຕ່ວ່າ ກໍບໍ່ທັນຮູ້ວ່າ ຊ່ອງວ່າງ ໂຕນີ້ ມັນຈະນໍາໃຊ້ ມາຕຣາ ທາງກົດໝາຍ ໄດ້ຫລືບໍ່".

ປັດຈຸບັນ ການ ອະນຸຍາດ ຕັ້ງຟາມ ລ້ຽງໝີ ມີ 3 ພາກສ່ວນ ຮັບຜິດຊອບ. ຖ້າເປັນ ຟາມ ຂນາດນ້ອຍ ສາມາດ ຍື່ນຄໍາຮ້ອງ ນໍາ ກົມປ່າໄມ້, ຖ້າເປັນຟາມ ຂນາດກາງ ຕ້ອງຍື່ນ ຄໍາຮ້ອງ ຂໍອະນຸຍາດ ນໍາອໍານາດ ການປົກຄອງ ແຂວງ ແລະ ຖ້າເປັນ ຟາມ ຂນາດໃຫ່ຽ ຈະຕ້ອງ ຍື່ນຄໍາຮ້ອງ ຂໍອະນຸຍາດ ນໍາຂັ້ນ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.