ຜົ້ງສາລີ ປູກຝິ່ນຫລາຍຂື້ນ

ບັນຫາຢາຝິ່ນ ໃນແຂວງ ຜົ້ງສາລີ ແກ້ໄຂບໍ່ໄດ້ ເພາະປະຊາຊົນ ບໍ່ສາມາດ ເຊົາເສພຢາ ຫລືເຊົາແລ້ວ ກໍກັບເສພ ຄືນອີກ.
ໂພໄຊສວັດ
2011.03.23

ກົດຟັງສຽງ

ຣັຖບານລາວ ມີນະໂຍບາຍ ຫລາຍຢ່າງ ເພື່ອແກ້ໄຂບັນຫາ ທີ່ປະຊາຊົນ ຕິດຝິ່ນ ໂດຍການສ້າງ ວິຊາຊີພ ແລະ ທຳລາຍພື້ນທີ່ ປູກຝິ່ນ ແຕ່ບັນຫາດັ່ງກ່າວ ໃນແຂວງ ຜົ້ງສາລີ ກໍຍັງມີຢູ່ຕລອດ ຍ້ອນວ່າຊາວບ້ານ ຈຳນວນນຶ່ງ ບໍ່ສາມາດເຊົາ ເສພຢາຝິ່ນໄດ້ ຫລືບາງຄົນເຊົາແລ້ວ ກໍກັບເສພ ຄືນອີກ. ບັນຫາ ດັ່ງກ່າວນີ້ ສົ່ງຜົນກະທົບ        ຕໍ່ສັງຄົມໂດຍຕຣົງ. ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງຜົ້ງສາລີ ໄດ້ເວົ້າວ່າ:

"ດຽວນີ້ມັນມີຄົນ ທີ່ຂະເຈົ້າເສພ ຈຳນວນຫລາຍ ບໍ່ສາມາດ ຕັດໝົດໄດ້ ເພາະວ່າມັນຈະຂາດເຣື້ອງ ງົບປະມານ ຂະເຈົ້າເສພ ຢາຝິ່ນ ເຮົາຕັດບໍ່ທັນໝົດ ແລ້ວກໍພວກທີ່ເຮົາ ຕັດຝິ່ນໄປແລ້ວ ບາງທີຂະເຈົ້າ ເສພຄືນກໍມີ ມັນເປັນບັນຫາ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ບັນຫາສຳຄັນ ທີ່ເຮັດໃຫ້ການ ແກ້ໄຂບັນຫາ ຄົນຕິດຝິ່ນບໍ່ໄດ້ ຮັບຄວາມສຳເຣັດ ນັ້ນ ຍ້ອນວ່າ ງົບປະມານ ໃນການປິ່ນປົວ ຜູ້ຕິດຝິ່ນ ບໍ່ພຽງພໍ ໃນການ ປະຕິບັດງານ ແລະ ບໍ່ພຽງພໍກັບ ຈຳນວນຂອງຜູ້ຕິດ ທີ່ຕ້ອງການປິ່ນປົວ, ນອກຈາກນັ້ນ ຜູ້ຕິດຝິ່ນ ຈຳນວນນຶ່ງ ກໍບໍ່ສົນໃຈ ທີ່ຈະເຊົາເສພ, ຈຶ່ງເຮັດໃຫ້ ນະໂຍບາຍ ຂອງຣັຖບານ ທີ່ຈະຊ່ວຍໃຫ້ ປະຊາຊົນ ຫລຸດພົ້ນ ຈາກຄວາມທຸກຍາກ ບໍ່ໄດ້ຮັບ ຄວາມສຳເຣັດ ເທົ່າທີ່ຄວນ.

ເຖິງຢ່າງໃດ ກໍຕາມ ຜແນກ ສາທາຣະນະສຸຂ ແຂວງ ກໍຍັງພຍາຍາມ ແກ້ໄຂບັນຫາ ໂດຍການ ກັນບໍ່ໃຫ້ຜູ້ທີ່ ເຊົາເສພຝິ່ນ ໄປແລ້ວ ຫວນກັບຄືນໄປ ເສພອີກ. ເຈົ້າໜ້າທີ່ ເວົ້າວ່າ:

"ກໍທຳຢູ່ ກໍເຮັດຢູ່ ແຕ່ມັນກໍເບິ່ງ ບໍ່ທັນໝົດ ປີນີ້ເຮົາຕັດໄປ ໄດ້ປະມານ 300 ຄົນ ກໍຍັງດຽວນີ້ ໂຕເລກທີ່ຍັງ ມີປະມານ 800 ຄົນ ຕ້ອງໄດ້ບຳບັດ ແລະ ນອກຈາກນັ້ນ ຍັງມີວິທີ ເຝົ້າລະວັງ ພວກທີ່ມັນຈະເສພຄືນ".

ລາຍງານຂອງ ສະຫະປະຊາຊາດ ກ່ຽວກັບ ຢາເສພຕິດ ແລະ ອາສຍະກັມ ເປີດເຜີຍວ່າພື້ນທີ່ ປູກຝິ່ນໃນລາວ ມີຈຳນວນ ເພີ້ມຂຶ້ນເຖີງ  58 ສ່ວນຮ້ອຍ ສາເຫດມາຈາກ ສະພາບ ຄວາມທຸກຍາກ ແລະ ຄວາມບໍ່ໝັ້ນຄົງ ໃນການເຮັດອາຊີພ ການກະເສຕ ດັ່ງນັ້ນຈຶ່ງຕ້ອງ ລັກປູກຝິ່ນຄືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.