ລາວເປີດການສອບເສັງ ຊອກຫານັກຮຽນເກັ່ງ

ທາງກາຣ ສປປລາວ ເພີ້ມ ມາຕກາຣ ດ້ານຮັກສາ ຄວາມສງົບ ຕາມເຂຕ ກາຣເລືອກຕັ້ງ ຢ່າງເຂັ້ມງວດ.
ຫວາດ ສີມູນ
2011.04.27

ກົດຟັງສຽງ

ກະຊວງ ສຶກສາທິກາຣ ລາວ ໄດ້ຈັດ ໃຫ້ມີກາຣ ສອບເສັງ ເອົາ ນັກຮຽນເກັ່ງ ຊັ້ນ ມັທຍົມ ໃນທົ່ວ ປະເທສ ຊຶ່ງຈັດຂຶ້ນຢູ່ ສະຖາບັນ ຄົ້ນຄວ້າ ວິທຍາສາຕ ນະຄອນຫລວງ ວຽງຈັນ ເຣີ່ມແຕ່ ວັນທີ່ 25 – 28 ເມສາ ນີ້ ແລະ ວິຊາກາຣ ສອບເສັງນັ້ນ ກໍຮວມທັງ ວິຊາສາມັນ ຕ່າງໆເຊັ່ນ: ຄະນິຕສາຕ ຟີຊິກສາຕ ແລະ ເຄມີສາຕ ພ້ອມກັບ ພາສາລາວ ແລະ ວັນນະຄະດີ ໂດຽມີນັກຮຽນ ທັງໝົດ 157 ຄົນ ຈາກທຸກໆແຂວງ ໃນທົ່ວ ປະເທສ ຊຶ່ງໃນນັ້ນ ກໍມີນັກຮຽນ ມັທຍົມ ປີທີ່ສີ່ 77 ຄົນ ແລະ ມັທຍົມປີທີ່ເຈັດ 80 ຄົນ.

ກ່ຽວກັບເຣື້ອງນີ້ ອະດີດ ເຈົ້າໜ້າທີ່ ກຳກັບ ກາຣສອບເສັງ ໃນຣະຍະ ຜ່ານມາ ໃຫ້ຄໍາ ອະທິບາຍວ່າ:

“ພອນສວັນນີ້ ແມ່ນນັກຮຽນເກັ່ງ ແລະ ຮຽນເປັນຫລັກສູຕ ເລີຽເດ! ສາຍສາມັນ ຜູ້ໃດເກັ່ງແລ້ວ ມາແຂ່ງກັນ ແລ້ວໃຜຊິເກັ່ງ ກວ່າກັນ ນີ້ຈຶ່ງໄດ້ ຮຽນເກັ່ງ ຢູ່ຫ້ອງ ມັທຍົມຕົ້ນ ມັທຍົມປາຍ ແລ້ວ ກໍມີປະຖົມ ແດ່ ປະຖົມ ກໍມີ ກະຊວງສຶກສາ ຈັດເອງ ເລືອກມາຈາກ ທົ່ວປະເທສ ເປັນກາຣ ສົ່ງເສີມ ໃຫ້ຄົນ ມັກຮໍ່າມັກຮຽນ ນີ້ແລ້ວ ແຂ່ງຂັນກັນຮຽນ ອັນສອງມາ ກໍເພື່ອ ປະເມີນຜົນ ກາຣຮຽນ ກາຣສອນ ປະເມີນຜົລ ຫລັກສູຕ ອີຫຍັງນີ້ແລ້ວ ຕາມຫລັກກາຣ ເຂົາຈັງຊັ້ນ ແຫລະ”.

ກາຣເຂົ້າຮ່ວມ ກາຣສອບເສັງ ນັກຮຽນ ພອນສວັນ ຫລືນັກຮຽນເກັ່ງ ປີນີ້ ນັກຮຽນ ແຕ່ລະຄົນ ຈະຕ້ອງໄດ້ ເລືອກເອົາ 2 ວິຊາ ທີ່ຕົນມີ ຄວາມໝັ້ນໃຈ ຫລາຍທີ່ສຸດ ນັ້ນ ແທນທີ່ ຈະແມ່ນ ເສັງແຕ່ ວິຊາດຽວ ດັ່ງທີ່ເຄີຽ ປະຕິບັຕ ມາໃນເມື່ອກ່ອນ ແລະ ແຕ່ລະຄົນ ຍັງຈະໄດ້ຕອບ ຄຳຖາມ ກ່ຽວກັບ ຄວາມຮູ້ຮອບຕົວ ນຳອີກ.

ແຕ່ສະເພາະ ນັກຮຽນ ໃນຊັ້ນ ປະຖົມ ນັ້ນ ມີກາຣ ສອບເສັງ ທັງໝົດ 3 ວິຊາ ດ້ວຍກັນ ຊຶ່ງກໍມີ ພາສາລາວ ຄະນິຕສາຕ ແລະ ໂລກອ້ອມຕົວ ຫລືອາຈແມ່ນ ສັງຄົມສາຕ  ພ້ອມຍັງຈະຕອບ ຄຳຖາມ ກ່ຽວກັບ ວິທຍາສາຕ ແລະ ຄວາມຮູ້ຮອບຕົວ ອື່ນໆ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 25, 2015 02:39 AM

ຢູ່ ມ໋ 6 ເສັງ ກັ ບຄົນ ມ 7 ກະໄດ້ຫວາ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]