ລາວໄດ້ຮັບການຊ່ວຍເຫຼືອ ເພີ້ມເພື່ອເກັບກູ້ຣະເບີດ
2011.01.25

ກົດຟັງສຽງ
ຫລັງຈາກ ກອງປະຊຸມ ຣັຖພາຄີ ສົນທິສັນຍາ ຄັ້ງທີ 1 ວ່າດ້ວຍການ ຕ້ານລະເບີດ ລູກຫວ່ານ ທີ່ໄດ້ຈັດຂຶ້ນ ເມື່ອເດືອນ ພຶສຈິກາ 2010, ຢູ່ນະຄອນຫລວງ ວຽງຈັນ ສປປລາວ ຜ່ານມານັ້ນ, ຣັຖບານລາວ ກໍໄດ້ຣັບການ ຊ່ວຍເຫລືອຈາກ ຫລາຍປະເທດທີ່ ເຂົ້າຮ່ວມປະຊຸມ. ທ່ານ ພູຂຽວ ຈັນທະສົມບູນ ຜູ້ອຳນວຍການ ອົງການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂ ລະເບີດບໍ່ທັນແຕກ ຈາກ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:
"ກໍເຣື້ອງທຶນ ທຶນທີ່ເຂົາໃຫ້ ການຊ່ວຍເຫລືອ ກໍຫລາຍຂຶ້ນ ປັດຈຸບັນນີ້ເປັນ 40 ລ້ານກວ່າ ໂດລາ ສະຫະຣັຖ ຫລາຍກວ່າປີກາຍນີ້ ຊຶ່ງມີພຽງແຕ່ 20 ລ້ານ".
ທ່ານພູຂຽວ ເວົ້າຕໍ່ໄປວ່າ ຫລັງຈາກ ກອງປະຊຸມນີ້ ໄດ້ມີການເຊັນສັນຍາ ເພື່ອຮັບຮອງເອົາ ສົນທິສັນຍາ ວ່າດ້ວຍການຕ້ານ ລະເບີດລູກຫວ່ານ ໂດຍສະເພາະ ປະເທດຈາກ ທະວີບຢູໂຣບ ແລະ ປະເທດ ຈາກ ຕາເວັນອອກກາງ. ເມື່ອສປປລາວ ໄດ້ງົບປະມານເພີ້ມ ກໍຈະເຮັດໃຫ້ ວຽກງານ ການກູ້ລະເບີດ ແລະ ດ້ານວິຊາການຕ່າງໆ ມີຄວາມກ້າວໜ້າ ຫລາຍຂຶ້ນຍ້ອນວ່າ ວຽກງານເກັບກູ້ ລະເບີດ ແຕ່ລະເທື່ອ ມີຄ່າໃຊ້ຈ່າຍ ທີ່ສູງ ພໍສົມຄວນ. ນອກຈາກການ ຊ່ວຍເຫລືອ ດ້ານງົບປະມານ ທີ່ມີເພີ້ມຂຶ້ນແລ້ວ ກໍຍັງມີການ ຊ່ວຍເຫລືອ ທາງວິຊາການອີກ. ທ່ານພູຂຽວເວົ້າອີກວ່າ:
"ສຳລັບປະເທດລາວ ມີຍີ່ປຸ່ນ ຂະເຈົ້າເອົາທຶນ ແລະ ກໍເອົາວິຊາການ ເອົາເທັກນິກ ເອົາຜູ້ຊ່ຽວຊານ ເຂົ້າມາ ຈະມາຊ່ວຍລາວ ປະເທດອື່ນໆ ກໍຄືກັນ ມີຂະບວນການ ມີການເຄື່ອນໄຫວ ທີ່ດີກວ່າເກົ່າ".
ນັບຕັ້ງແຕ່ ປີ 1964 ສປປລາວ ເປັນປະເທດທີ່ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ ປະເທດນຶ່ງ ຈາກລະເບີດ ທີ່ບໍ່ທັນແຕກ, ແຕ່ລະປີ ມີຜູ້ເສັຍຊີວິດ ປະມານ 300 ຄົນ ແລະບາດເຈັບອີກ ຢ່າງຫລວງຫລາຍ. ເຖິງປັດຈຸບັນນີ້ ລະເບີດທີ່ບໍ່ທັນແຕກ ຍັງເປັນອຸປສັກ ໃນການພັທນາ ເສຖກິດສັງຄົມ ຂອງ ສປປລາວ ຢູ່.