ລາວ-ອິນເດັຽ ເປີດກາຣຄ້າເສຣີ

ສປປລາວ ເຣີ້ມມີກາຣ ຄ້າເສຣີ ກັບປະເທສ ອິນເດັຽ ໃນເດືອນ ມົກກະຣາ ຜ່ານມານີ້ ເປັນປະເທສ ທີ່ 8 ໃນບັນດາ ປະເທສ ສະມາຊິກ ຂອງ ສະມາຄົມ ປະຊາຊາຕ ເອເຊັຽ ຕາເວັນອອກ ສ່ຽງໃຕ້.
ຫວາດ ສີມູນ
2011.02.01

ກົດຟັງສຽງ

ພາຍຫລັງທີ່ ອິນເດັຽ ໄດ້ລົງນາມ ໃນຂໍ້ສັນຍາ ກາຣຄ້າເສຣີ ກັບອາຊ໊ຽນ ແຕ່ປີ 2009 ຜ່ານມາ. ນອກຈາກ ສປປລາວ ແລ້ວ ທາງກາຣອິນເດັຽ ກໍໄດ້ດໍາເນີນ ກາຣຄ້າເສຣີ ກັບສະມາຊິກ ອາຊ໊ຽນ ອື່ນໆເຊັ່ນ: ອິນໂດນີເຊັຽ ວຽຕນາມ ພະມ້າ ມາເລເຊັຽ ສິງຄະໂປ ບຼູໄນຍ໌ ແລະ ໄທຽ. ສ່ວນກັມພູຊາ ແລະ ຟີລິປປິນນັ້ນ ຍັງບໍ່ທັນໄດ້ ເຣີ່ມດຳເນີນ ກາຣຄ້າເສຣີ ກັບອິນເດັຽ ຢ່າງສົມບຸນແບບ ເທື່ອ ແຕ່ກໍຄາດວ່າ ຈະມີກາຣ ລົງມື ໃນໄວໆນີ້ ເຊັ່ນກັນ.

ອາຊ໊ຽນ ເປັນກຸ່ມປະເທສ ທີ່ມີກາຣຄ້າຣາຍ ໃຫຍ່ ກັບອິນເດັຽ ຕລອດຣະຍະ ຜ່ານມາ ແລະ ຄາດວ່າຈະມີ ຈຳນວນຫລາຍເພີ່ມຂຶ້ນ ຈາກມູລຄ່າ ກາຣຄ້າປະມານ 43.5 ຕື້ດອລລາຣ໌ ສະຫະຣັຖ ປັຈຈຸບັນ ຂຶ້ນເປັນ 70 ຕື້ ດອລລາຣ໌ ໃນປີ 2012.

ຢ່າງໃດກໍຕາມ ສະເພາະມູລຄ່າ ກາຣຄ້າ ຣະຫວ່າງລາວ ກັບອິນເດັຽ ໃນສົກປີ 2009-2010 ຜ່ານມາ ຕົກເປັນມູລຄ່າ ທັງໝົດເກືອບ ຮອດ 37 ລ້ານ ດອລລາຣ໌ ຊຶ່ງສິນຄ້າສ່ວນ ຫລາຍທີ່ທາງກາຣລາວ ນຳເຂົ້າຈາກ ປະເທສອິນເດັຽ ນັ້ນ ກໍຮວມທັງແຜ່ນແພ ອາຫາຣທະເລ ແລະ ສາຣເຄມີຕ່າງໆ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.