ຄົນງານຕ່າງດ້າວໃນລາວ ຈະມີເພີ້ມຂື້ນເລື້ອຍໆ
2012.04.20

ກົດຟັງສຽງ
ສປປລາວ ເປັນ ສະມາຊິກ ອາຊຽນ 10 ປະເທດ ທີ່ຈະເຊື່ອມ ເຂົ້າເປັນ ອັນນຶ່ງ ອັນດຽວກັນ ໃນດ້ານເສຖກິດ ທີ່ເອິ້ນວ່າ ປະຊາຄົມ ເສຖກິດ ອາຊ່ຽນ ໃນປີ 2015. ນັບແຕ່ນັ້ນ ເປັນຕົ້ນໄປ ການຄ້າ ແລະ ການຈ້າງ ແຮງງານ ກໍຈະເປັນ ແບບເສຣີ ໃນອາຊຽນ ຄົນລາວ ກໍຈະສາມາດ ໄປເຮັດວຽກ ໃນກຸ່ມປະເທດ ອາຊຽນອື່ນໆ ໄດ້ຢ່າງ ສະດວກສະບາຍ ເຊັ່ນດຽວກັບ ຄົນງານ ຈາກປະເທດ ວຽດນາມ ແລະ ຈີນ ກໍຈະມີສິດ ມາເຮັດ ວຽກຢູ່ລາວ. ດັ່ງນັ້ນ ທາງການລາວ ຈຶ່ງວິຕົກ ຢ້ານວ່າ ຄົນງານຕ່າງດ້າວ ໃນລາວ ຈະມີຫລາຍ ເກີນໄປ ແລະ ການຍາດແຍ່ງ ວຽກງານ ຈາກຄົນລາວ ກໍຈະເພີ້ມຂື້ນ ພາຍໃນ ສອງສາມປີ ຂ້າງໜ້າ. ດັ່ງເຈົ້າໜ້າທີ່ ແຮງງານ ໄດ້ເວົ້າວ່າ:
“ແນ່ນອນ ຄືສິມີຢູ່ ເພາະວ່າ ຮອດປີນັ້ນ ຄວາມຈະເຣີນຂື້ນ ແລ້ວວຽກມັນ ກໍຈະຫລາຍຂື້ນ ກະບໍ່ ປະຕິເສດ ກະສິຕ້ອງມີ ແຕ່ວ່າ ຂັ້ນວ່າ ຍາດແຍ່ງຫັ່ນ ບາງຈຳນວນ ໃນໂຕເລກ ຮ່ວມຫັ່ນ ຍາດແຍ່ງຢູ່ ຢູ່ເຮົາລະແມ່ນ ສີມື ບາງເທື່ອກະບໍ່ ເທົ່າວຽດ ຫລາຍ ບໍຣິສັດ ມັນກໍບໍ່ຢາກໃຊ້ ມັນຢາກໃຊ້ ແຕ່ຄົນວຽກ.”
ເມື່ອປີກາຍ ເຈົ້າໜ້າທີ່ລາວ ຄາດວ່າ ຄົນງານ ຕ່າງດ້າວ ທີ່ເຮັດວຽກ ຢູ່ລາວ ມີປະມານ 2 ແສນ ແລະ 5 ໝື່ນຄົນ ຊຶ່ງສ່ວນຫລາຍ ເປັນຄົນວຽດນາມ ແລະຈີນ ແລະສ່ວນຫລາຍ ກໍເປັນ ຄົນງານ ທີ່ຜິດກົດໝາຍ. ປັດຈຸບັນ ທາງການລາວ ກຳລັງເກັບກຳ ຂໍ້ມູນ ກ່ຽວກັບ ການເຂົ້າມາ ເຮັດວຽກ ຂອງຄົນງານ ຕ່າງດ້າວນີ້ຢູ່ ເພື່ອຄວບຄຸມ: ດັ່ງທ່ານໄດ້ເວົ້າ ອີກວ່າ:
“ກຳລັງ ເກັບກຳ ຂໍ້ມູນ ຫາວິທີເພື່ອ ຈະຊອກບາງ ມາຕການ ວ່າຄວນເຂົ້າ ມາຢູ່ໃນຂແນງ ການໃດ ໂຕໃດຄວນ ໃຫ້ເຂົ້າ ໂຕໃດບໍ່ຄວນ ໃຫ້ເຂົ້າ ນັ່ນກໍຈະຕ້ອງ ຄົ້ນຄວ້າ ເພາະວ່າມີ ບາງຂແນງການ ໄດ້ກຳນົດ ໄວ້ວ່າ ໂຕໃດໃຫ້ ແຮງງານ ຕ່າງປະເທດເຮັດ ໂຕໃດບໍ່ ໃຫ້ເຮັດ ມັນຈະມີຢູ່ ໃນຣະບຽບ ສະເພາະ.”
ຖ້າຢາກ ຈຳກັດຄົນງານ ຕ່າງດ້າວ ທາງການລາວ ກໍຕ້ອງ ຝຶກອົບຮົມ ຄົນງານ ຂອງຕົນໃຫ້ມີ ຄວາມຮູ້ ຄວາມສາມາດ ແລະ ຄວາມ ຊຳນິຊຳນານ ສູງຂື້ນ ເພື່ອຈະແຂ່ງຂັນ ກັບຄົນງານ ຈາກ ປະເທດອື່ນ.