ການລົງທຶນຂອງ ຕ່າງປະເທດໃນລາວ

ການລົງທຶນ ຂອງ ຕ່າງປະເທດ ເພິ້ມຂື້ນ ໃນ ສປປລາວ ແລະ ອາຈຫລາຍເກີນ ຄວາມສາມາດ ຂອງ ຣັຖບານ ທີ່ຈະ ຄວບຄຸມ ໄດ້.
ອະວາຣີ
2011.05.18
F-nam-song ທັມມະຊາດ ພູຜາປ່າໄມ້ ຫ້ວຍນໍ້າລໍາທານ ໃນປະເທດລາວ
RFA

ກົດຟັງສຽງ

ການລົງທຶນ ຂອງຈີນ ກໍຄືມາ ເຊົ່າທີ່ດິນ ເປັນຣະຍະ ຍາວ ເພື່ອສ້າງໂຮງ ກາຊີໂນ ແລະ ສ້າງເມືອງໃໝ່ ຂອງຈີນ ຢູ່ບໍເຕັນ ແຂວງ ຫລວງນ້ຳທາ ແລະ ທີ່ເມືອງ ຕົ້ນຜິ້ງ ແຂວງບໍ່ແກ້ວ, ເອີ້ນວ່າເຂດ ເສຖກິດ ພິເສດ.  ໃນເຂດ ເສຖກິດ ພິເສດ ຂອງຈີນ ທັງສອງບ່ອນນີ້, ຈີນເປັນຜູ້ ບໍຣິຫານ ຄວບຄຸມ ພາສາປາກເວົ້າ ແມ່ນ ພາສາຈີນ ເງິນໃຊ້ ກໍເປັນເງິນ ຢວນ ຂອງຈີນ; ທາງການລາວ ບໍ່ມີສິດ ເຂົ້າໄປ ຫຍຸ້ງກ່ຽວ.

ວຽດນາມ ກໍເຊັ່ນ ດຽວກັນ ປັດຈຸບັນ ກຳລັງສ້າງ ສນາມກອຟ ແລະໂຮງແຮມ ຫ້າດາວ ຢູ່ໃນເຂດ ນະຄອນຫລວງ ວຽງຈັນ; ຢູ່ພາກໃຕ້ ຂອງລາວ ບໍຣິສັດ ວຽດນາມ ກຳລັງຂຍາຍ ການປູກ ຢາງພາຣາ ແລະ ສ້າງເຂື່ອນ ໄຟຟ້າ ຢ່າງຂນານ ໃຫຍ່.

ໄທກໍເຂົ້າໄປ ປູກອ້ອຍ ແລະ ເຊັນສັນຍາ ກະສິກັມ ໃນຫລາຍເຂດ ຫລາຍແຂວງ ຢູ່ລາວ.

ທ່ານ Dominique Van der Borght ເຈົ້າໜ້າທີ່ ອົງການ ຊ່ວຍເຫລືອ Oxfam ຂອງ ປະເທດ ແບນຢ້ຽມ ປະຈຳ ສປປລາວ ກ່າວວ່າ ປັດຈຸບັນ ປະເທດ ເພື່ອນບ້ານ ຂອງລາວ ທີ່ໃຫຍ່ ແລະ ເຂັ້ມແຂງ ກວ່າ ຄື ໄທ ວຽດນາມ ແລະ ຈີນ ກຳລັງ ຂຍາຍ ດິນແດນ ເຂົ້າໄປ ໃນ ສປປລາວ.

ທ່ານ Rio Pals ຜູ້ປະສານງານ ອົງການ ທີ່ບໍ່ຂື້ນກັບ ຣັຖບານ 70 ອົງການ ຢູ່ໃນລາວ ກ່າວວ່າ ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ຢູ່ໃນໂລກ ມີຄວາມ ເປັນຫ່ວງວ່າ ຣັຖບານ ລາວ ຈະບໍ່ສາມາດ ຄວບຄຸມ ການລົງທຶນ ຂອງ ຕ່າງປະເທດ ໄດ້.

ປັດຈຸບັນ ຄນະຜູ້ນຳລາວ ຮັບເອົາ ການລົງທຶນ ເກືອບທຸກຢ່າງ ບໍ່ຮູ້ວ່າ ການລົງທຶນ ແນວໃດ ຈະເປັນປໂຍດ ຫລື ຈະເປັນ ອັນຕະຣາຍ ຕໍ່ປະເທດ ແລະ ປະຊາຊົນ ຂອງຕົນ.

ທະນາຄານ ໂລກ ເຕືອນ ຣັຖບານລາວ ຢູ່ຕລອດວ່າ ປະເທດລາວ ສາມາດ ໃຊ້ ຊັພຍາກອນ ທັມມະຊາດ ທີ່ມີຢູ່ຢ່າງ ອຸດົມ ສົມບູນ ນັ້ນ ເພື່ອສ້າງສາ ພັທນາ ເສຖກິດ ແຕ່ຕ້ອງ ຣະມັດ ຣະວັງ ຕ້ອງໃຊ້ແບບ ຢ່າງຍືນຍົງ ແບບທີ່ບໍ່ ທຳຣາຍ ສະພາບ ແວດລ້ອມ ຫລາຍເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.