ລາວຈະເນັ້ນໜັກ ແນວປູກຣະດູແລ້ງ

ຜົລຜລິຕ ກະສິກັມ ຂອງ ສປປລາວ ໃນ ຣະດູຝົນ ປີນີ້ ບໍ່ໄດ້ ຕາມຄາດໝາຍ ແຕ່ຈະ ເນັ້ນໜັກ ໃຫ້ໄດ້ ເພີ່ມຂຶ້ນ ໃນຣະດູ ແລ້ງ.
ຫວາດ ສີມູນ
2011.11.03
F-harvest-season ເຂົ້າໃນນາ ເຄີຍເກັບກ່ຽວ ໄດ້ດີ ແຕ່ປີນີ້ ຖືກພັຍ ທັມມະຊາດ ບຽດບຽນ
RFA

ກົດຟັງສຽງ

ທາງກະຊວງ ກະສິກັມ ແລະ ປ່າໄມ້ ຖແລງວ່າ ກາຣຜລິຕ ພືຊພັນ ກະສິກັມ ໃນຣະດູຝົນ ປີນີ້ ບໍ່ໄດ້ຕາມ ເປົ້າໝາຍ ທີ່ໄດ້ ວາງອອກ ເຖິງແມ່ນວ່າ ກາຣປັກກ້າ ດຳນາ ຂອງ ປະຊາຊົນ ຮອດ ທ້າຍເດືອນ ກັນຍາ ສຳເຣັຈ ໄປໄດ້ ຫລາຍກວ່າ 90% ກໍຕາມ ແຕ່ກໍຍັງ ບໍ່ທັນຮູ້ ໄດ້ຄັກແນ່ ເທື່ອວ່າ ຜົລກາຣ ຜລິຕແທ້ໆ ນັ້ນ ຈະໄດ້ເທົ່າໃດ ກັນແທ້? ແລະ ອີກຢ່າງໜຶ່ງ ກາຣປູກ ພືຊພັນ ຕ່າງໆ ໃນປີນີ້ ໄດ້ບັນລຸ ແຕ່ພຽງ 65% ເທົ່ານັ້ນ ຂອງ ແຜນກາຣ ທັງໝົດ.

ທາງເຈົ້າໜ້າທີ່ ກະສິກັມ ໄດ້ແຈ້ງ ເພີ່ມວ່າ ສາເຫຕ ທີ່ເຮັດໃຫ້ ກາຣຜລິຕ ໃນ ຣະດູຝົນ ປີນີ້ ບໍ່ໄດ້ຕາມ ຄາດໝາຍ ນັ້ນ ກໍຍ້ອນ ພັຍ ທັມຊາຕ ທີ່ມີລົມ ພາຍຸ ພັດເຂົ້າ ຖລົ່ມ ຫລາຍລູກ ແຕ່ທ້າຍ ເດືອນ ກໍຣະກະດາ ເປັນຕົ້ນມາ ແລະ ມີພັຍ ນ້ຳຖ້ວມ ພ້ອມກັບ ຖືກພຍາທ ໃບລາຍ ແຜ່ຣະບາດ ໃນຫລາຍ ທ້ອງຖີ່ນ ໂດຽສະເພາະ ໃນເຂຕ ແຂວງວຽງຈັນ.

ເຖິງຢ່າງໃດ ກໍຕາມ ໃນເມື່ອທຽບໃສ່ ຜົລກະທົບ ຈາກພັຍ ທັມຊາຕ ໃນປີ 2009 ຜ່ານມານັ້ນ ພັຍ ທັມຊາຕ ໃນ ຣະດູຝົນ ປີນີ້ ມີຄວາມ ຮຸນແຮງ ເພີ່ມຂຶ້ນ ເຖີງສອງເທົ່າ ຊຶ່ງ ນອກຈາກ ພືຊພັນ ຕ່າງໆ ໄດ້ຮັບຄວາມ ເສັຽຫາຍ ແລ້ວນັ້ນ ຍັງມີ ຈຳພວກ ສັຕລ້ຽງ ແລະ ຣະບົບ ຊົລປະທານ ຕ່າງໆ ກໍໄດ້ຮັບ ຄວາມເສັຽຫາຍ ເຊັ່ນດ້ວຍ.

ເພື່ອແກ້ໄຂ ບັນຫາ ທາງດ້ານ ກາຣຂາດ ສະບຽງ ອາຫາຣ ນັ້ນ ທາງກາຣ ກ່ຽວຂ້ອງ ຂອງລາວ ຈະຕ້ອງໄດ້ ໃຫ້ມີກາຣ ເພີ່ມພູນ ທາງດ້ານ ກາຣຜລິຕ ກະສິກັມ ຕ່າງໆ  ໃນ ຣະດູແລ້ງ ປີນີ້ ໃຫ້ໄດ້ ຫລາຍ ກວ່າເກົ່າ ແລະ ນອກຈາກນັ້ນ ທາງພາຄສ່ວນ ກະສິກັມ ກໍໄດ້ ມີກາຣສເນີ ຕໍ່ທາງ ຣັຖບາລ ວ່າໃຫ້ມີ ກາຣຍົກເວັ້ນ ແລະ ຫລຸດຜ່ອນ ຄ່າ ກາຣໃຊ້ ກະແສ ໄຟຟ້າລົງ 50% ແກ່ ບັນດາ ແຂວງ ທີ່ໄດ້ຮັບ ຜົລກະທົບ ຈາກພັຍ ທັມຊາຕ ຫລາຍທີ່ສຸດ ນັ້ນ ຊຶ່ງກໍຮວມ ທັງແຂວງ: ໄຊຍະບູຣີ ວຽງຈັນ ບໍຣິຄຳໄຊ ຄຳມ່ວນ ສວັນນະເຂຕ ຈຳປາສັກ ສາຣະວັນ ອັຕປື ແລະ ນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.