ຜູ້ເຄາະຮ້າຍ ຈາກພັຍນໍ້າຖ້ວມ

ຜູ້ປະສົບ ພັຍນໍ້າເຄຖ້ວມ ໃນແຂວງ ຈໍາປາສັກ ໄດ້ຮັບ ການຊ່ວຍເຫລືອ ພຽງເລັກນ້ອຍ ແລະ ບໍ່ທົ່ວເຖິງ.
ໂພໄຊສວັດ
2011.09.23
F-pakse-flood ສະພາບນໍ້າຖ້ວມ ໃນເມືອງປາກເຊ
RFA

ກົດຟັງສຽງ

ປັດຈຸບັນ ຫລາຍເມືອງ ໃນແຂວງ ຈໍາປາສັກ ໂດຍສະເພາະ ເມືອງປາກເຊ ໄດ້ຖືກ ນໍ້າຖ້ວມ, ປະຊາຊົນ ຈໍານວນ ຫຼວງຫລາຍ ໄດ້ຮັບ ຄວາມເດືອດຮ້ອນ ແລະ ບາງບ່ອນ ຍັງລໍຖ້າ ການຊ່ວຍເຫລືອ ສຸກເສີນ ເບື້ອງຕົ້ນ ຈາກທາງການ. ຜູ້ປະສົບ ພັຍນໍ້າຖ້ວມ ຜູ້ນຶ່ງ ຈາກເມືອງ ປາກເຊ ເວົ້າວ່າ:

"ມື້ນີ້ ກະຝົນຕົກ ເລີຍຢູ່ ໃດຫັ້ນ ເດືອດຮ້ອນ ຫລາຍ ເຂົາຊ່ວຍ ກໍພໍປານນັ້ນ ຊ່ວຍກໍບໍ່ ຊ່ວຍຫລາຍ ເຂົາຊ່ວຍ ເປັນບ໋ະໝີ່ ອີ່ຫຍັງ ເລັກໆນ້ອຍໆ ບໍ່ຫລາຍດອກ ວ່າຈັ່ງຊັ້ນ".

ລາວເວົ້າ ຕໍ່ໄປວ່າ ຝົນໄດ້ຕົກ ໜັກ ຫລາຍມື້, ຕົກມາຕັ້ງແຕ່ ວັນທີ 17 ກັນຍາ ຈົນຮອດ ມື້ນີ້, ແລະ ລະດັບນໍ້າ ໃນແມ່ນໍ້າຂອງ ກໍຄ່ອຍໆ ສູງຂຶ້ນ ເລື້ອຍໆ. ພວກທີ່ ອາສັຍຢູ່ ແຄມນໍ້າຂອງ ນໍ້າໄດ້ຖ້ວມ ບ້ານເຮືອນ ຂອງຂະເຈົ້າ ແລ້ວ. ທາງການ ກໍໄດ້ ຊ່ວຍເຫລືອ ແຈກຢາຍ ອາຫານ ການກິນ ຂັ້ນສຸຂເສີນ ໄປກ່ອນ, ແຕ່ພວກ ຂະເຈົ້າ ຍັງຕ້ອງການ ຄວາມ ຊ່ວຍເຫລືອ ຕື່ມອີກ.

ເຖິງຢ່າງໃດ ກໍຕາມ ເມື່ອເດືອນ ສິງຫາ ຜ່ານມາ ແຂວງ ຈໍາປາສັກ ກໍໄດ້ຖືກ ນໍ້າຖ້ວມ ແລະ ຊາວບ້ານ ກໍເລົ່າສູ່ ຜູ້ສື່ຂ່າວ ເອເຊັຍເສຣີ ຟັງວ່າ ທາງການ ກໍບໍ່ໄດ້ ໃຫ້ການ ຊ່ວຍເຫລືອ ຢ່າງ ຈິງຈັງເລີຍ ແລະ ທາງການ ກໍບໍ່ມີ ລະບົບ ເຕືອນພັຍ ຫລືປ້ອງກັນ ເຫດ ອຸທະກະພັຍ ແຕ່ຢ່າງໃດ ເລີຍ.

ຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ລາຍງານວ່າ ໃນມື້ ວັນທີ 22 ກັນຍາ 2011 ລະດັບນໍ້າ ໃນແມ່ນໍ້າຂອງ ເຂດເມືອງ ປາກເຊ ແທກໄດ້ 12 ແມັດ 72 ຊຶ່ງຖືວ່າ ຢູ່ໃນເຂດ ອັນຕະລາຍ ແລະ ໃນວັນທີ 23 ກໍຢູ່ໃນ ລະດັບ ດຽວກັນ ແຕ່ຫາກ ຝົນຍັງ ຕົກໜັກ ຕໍ່ໄປເລື້ອຍໆ ຢ້ານວ່າ ນໍ້າຈະຖ້ວມ ຫລາຍພື້ນທີ່ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.