ຄ່າແຮງງານຂັ້ນຕໍ່າ ຍັງຂື້ນບໍ່ໄດ້

ທາງກາຣລາວ ບໍ່ ສາມາດ ຂຶ້ນຄ່າ ແຮງງານ ຂັ້ນຕໍ່າ ໄດ້ເທື່ອ ໃນຂະນະ ທີ່ອັຕຣາ ເງິນເຟີ້ ເພີ້ມ ສູງຂຶ້ນ ນັ້ນ.
ຫວາດ ສີມູນ
2011.07.22
F-lao-workers5 ຄົນອອກ ແຮງງານ ທີ່ໄດ້ຮັບ ຄ່າຈ້າງ ຂັ້ນຕໍ່າ ສ່ວນຫລາຍ ຈະແມ່ນຜູ້ ອອກແຮງ
RFA

ກົດຟັງສຽງ

ທາງກາຣ ສປປລາວ ບໍ່ສາມາດ ທີ່ ຈະປະກາສ ໃຫ້ມີ ກາຣຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ໄດ້ ແຕ່ຢ່າງໃດ ໃນ ສັປດາ ນີ້ ໃນຂະນະ ທີ່ ອັຕຣາ ເງິນເຟີ້ ມີສະພາບ ທະວີຂຶ້ນ ສູງສຸດ ປະເທສ ນື່ງ ໃນພູມີພາຄ ຕາເວັນອອກ ສ່ຽງໃຕ້.

ກອງປະຊຸມ ຮ່ວມ ຣະຫວ່າງ ເຈົ້າໜ້າທີ່ ສະພາ ກາຣຄ້າ ແຫ່ງຊາຕ ພ້ອມດ້ວຍ ຜູ້ຕາງໜ້າ ຈາກພາກສ່ວນ ອຸຕສາຫະກັມ, ສະຫະພັນ ແຮງງານ ແລະ ຈາກ ກະຊວງແຮງງານ ແລະ ສວັສດີກາຣ ສັງຄົມ ໃນ ສັປດາ ນີ້ນັ້ນ, ກໍບໍ່ສາມາດ ທີ່ຈະ ຕົກລົງກັນ ໄດ້ ເຖິງແມ່ນວ່າ ທາງ ສະຫະພັນ ກາຣຄ້າລາວ ໄດ້ພຍາຍາມ ທີ່ຢາກຈະໃຫ້ ມີກາຣຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ຈາກ 348,000 ກີບ ຕໍ່ເດືອນ ໃນ ປັຈຈຸບັນ ໃຫ້ເປັນ 600,000 ກີບ ຕໍ່ເດືອນ ນັ້ນ ກໍຕາມ.

ທ່ານສີມອນ ອຸ່ນລາສີ ຮອງ ປະທານ ຂອງ ສະຫະພັນ ກາຣຄ້າ ໄດ້ແຈ້ງວ່າ ທາງ ສະຫະພັນ ກາຣຄ້າ ໄດ້ສເນີ ຢູ່ ກອງປະຊຸມ 3 ຝ່າຍ ເພື່ອໃຫ້ ພິຈາຣະນາ ຂຶ້ນຄ່າ ແຮງງານ ຂັ້ນຕໍ່າ ໃຫ້ເຖິງ 665,000 ກີບ ຕໍ່ ເດືອນ ແຕ່ທາງ ສະພາກາຣຄ້າ ບໍ່ສາມາດ ທີ່ຈະຕົກລົງ ໄດ້ເທື່ອ ເພາະຈະຕ້ອງ ມີກາຣ ພິຈາຣະນາ ຢ່າງຖີ່ຖ້ວນ ເສັຽກ່ອນ.

ເຖິງຢ່າງໃດ ກໍຕາມ ສປປລາວ ຍັງເປັນ ປະເທສ ທີ່ທຸກຂ໌ຍາກ ທີ່ສຸດ ປະເທສນື່ງ ໃນໂລກ ຊຶ່ງປັຈຈຸບັນ ມີພນັກງານ ຢູ່ຕາມ ໂຮງຈັກ ໂຮງງານຕ່າງໆ ປະມານ 400,000 ຄົນ ຊຶ່ງໃນນັ້ນ ເປັນພນັກງງານ ຂອງ ບໍຣິສັທ ຕັດຫຍິບ ເປັນສ່ວນໃຫຍ່ ປະມານ 60% ຊຶ່ງທັ້ງໝົດ ຢູ່ໃນເຂຕ ນະຄອນຫລວງ ວຽງຈັນ ທັ້ງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.