ຣັຖບານລາວພາດ ເປົ້າໝາຍສະຫັດສວັດ
2011.06.20

ກົດຟັງສຽງ
ທ່ານ ພອນເທບ ພົນເສນາ ສະມາຊິກ ສະພາ ແລະ ກໍ່ເປັນ ປະທານ ຄນະກັມມະທິການ ດ້ານສັງຄົມ ແລະ ວັທນະທັມ ກ່າວວ່າ ໃນຣະຍະ 5 ປີ ຜ່ານມາ ຣັຖບານລາວ ຫລົ້ມເຫລວ ໃນເປົ້າຫມາຍ ສະຫັດສວັດ ອົງການ ສະຫະປະຊາຊາດ ໃນຫລາຍ ໂຄງການ ໃນແຜນການ ຫລຸດພົ້ນ ຈາກຄວາມ ທຸກຍາກ ໃນລາວ.
ທ່ານວ່າ ໂຄງການທີ່ ຣັຖບານ ລາວ ພາດເປົ້າຫມາຍ ໃນການ ຫລຸດຜ່ອນ ຈາກຄວາມ ທຸກຍາກ ໃນລາວນັ້ນ ກໍ່ມີຫລາຍ ໂຄງການ ເຊັ່ນ ໂຄງການ ອາຫານ ຄຸນນະພາບ ແກ່ ເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ, ໂຄງການ ຄວາມສົມດຸນ ທາງດ້ານ ຖານະບົດບາດ ເພດວັຍ, ສຸຂພາບ ແມ່ແລະເດັກ, ສຸຂພາບ ຜູ້ຍີງ ຖືພາ ແລະ ການວາງແຜນ ຄອບຄົວ ທີ່ສົ່ງຜົລ ເຮັດໃຫ້ ອັຕຣາການຕາຍ ຂອງຜູ້ຍີງ ທີ່ຖືພາ ສູງຂື້ນ. ໂຄງການ ສຸຂອະນາມັຍ ແລະ ໂຣຄຕ່າງໆ ເຊັ່ນ: ໂຣຄຖອກທ້ອງ ໂຣຄທ້ອງເສັຽ ແລະ ໂຣຄປາຣາໄຊ ຫລື ແມ່ທ້ອງ.
ທ່ານ ພອນເທບ ຍັງໄດ້ ອະທິບາຍ ກ່ຽວກັບ ການຂາດ ການສືກສາ ໃນເຂດ ຊົນນະບົດ ໃນລາວ, ຄວາມບໍ່ສົມດູນ ທາງດ້ານ ການສືກສາ ຣະຫວ່າງ ເພດວັຍ ແລະ ເຂດ ຊົນນະບົດ ກັບເຂດ ໃນເມືອງ, ຄຸນນະພາບ ຂອງການ ສືກສາ ທີ່ບໍ່ສາມາດ ນຳໃຊ້ ໃນການພັທນາ ສ້າງສາ ປະເທດຊາດ ແລະ ບໍ່ສາມາດ ທຽບເທົ່າ ກັບປະເທດ ເພື່ອນບ້ານ ແລະ ປະຊາຄົມ ສາກົນ.
ນອກຈາກທ່ານ ພອນເທບ ແລ້ວ ທີ່ກ່າວ ກ່ຽວກັບ ການຂາດ ຄຸນນະພາບ ທາງດ້ານ ການສືກສາ ໃນລາວ ກໍ່ຍັງມີ ຍານາງ ສຸວັນເພັງ ບຸບຜານຸວົງ ສະມາຊີກ ສະພາ ແລະ ກໍ່ເປັນ ປະທານ ຄນະກັມມະທິການ ການວາງແຜນ ກໍ່ເວົ້າວ່າ ການພັທນາ ເສຖກິດ ໃນລາວ ມີຄວາມ ກ້າວຫນ້າ ແຕ່ການ ສືກສາ ໃນລາວ ຍັງຂາດ ຄຸນນະພາບ ຢູ່