ນັກຄ້າຢາເສພຕິດ ຣາຍໃຫຍ່ຖືກສົ່ງໄປຈີນ
2012.05.11

ກົດຟັງສຽງ
ເຈົ້າໜ້າທີ່ລາວ ຈັດສົ່ງ ນາຍຫນໍ່ຄຳ ມື້ວານນີ້ ທີ່ສນາມບິນ ວັດໄຕ ນະຄອນຫລວງ ວຽງຈັນ. ນາຍພົນ ສີສວັດ ແກ້ວມະລາວົງ ຫົວໜ້າກົມ ຕຳຣວດ ກະຊວງຮັກສາ ຄວາມປອດໄພ ພາຍໃນຂອງລາວ ກ່າວໃນຕອນ ສົ່ງມອບໂຕ ນັ້ນວ່າ ນາຍຫນໍ່ຄຳ ເປັນຫົວໜ້າ ຄ້າແລະຜລິດ ຢາເສພຕິດ ຣາຍໃຫຍ່ ໃນເຂດ ສາມຫລ່ຽມຄຳ ທີ່ມີສ່ວນຮ່ວມ ໃນການຍິງເຮືອ ສິນຄ້າ ຂອງຈີນ ທີ່ລ່ອງລົງ ມາຕາມ ແມ່ນ້ຳຂອງ ມີຊາວຈີນ ເສັຍຊີວິດ 13 ຄົນ ເມື່ອວັນທີ່ 5 ຕຸລາ 2011.
ໜັງສືພິມ ວຽງຈັນທາມ ຂອງ ທາງການລາວ ຣາຍງານວ່າ ທາງການລາວ ມອບນາຍຫນໍ່ຄຳ ອາຍຸ 44 ປີ ໃຫ້ແກ່ ທາງການຈີນ ເພື່ອນຳໄປ ດຳເນີນຄະດີ ໃນຂໍ້ຫາ ຄາຕກັມ. ນັກຄ້າ ຢາເສພຕິດ ຣາຍໃຫຍ່ຜູ້ນີ້ ຖືກຈັບເມື່ອ ເດືອນທີ່ ຜ່ານມາ ທີ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພ້ອມກັບຄົນລາວ ສອງຄົນ ທີ່ກຳລັງ ຕິດຕໍ່ຂາຍ ຢາເສພຕິດ ຢູ່.
ໜັງສືພິມ ວຽງຈັນທາມ ຣາຍງານອີກວ່າ ຫລັງຈາກຈັບ ນາຍຫນໍ່ຄຳໄດ້ ຣັຖບານຈີນ ກໍສົ່ງຄຳຮ້ອງ ຂໍໃຫ້ທາງການ ລາວ ມອບຕົວ ນາຍຫນໍ່ຄຳ ໃຫ້ແກ່ ທາງການຈີນ ເພື່ອຈີນຈະນຳ ໄປດຳເນີນ ຄະດີ ແລະຕໍ່ມາ ເຈົ້າໜ້າທີ່ລາວ ກໍເຫັນດີຕາມ ຄຳຮຽກຮ້ອງ ຂອງຈີນ.
ທ່ານ ທອງບັນ ແສງອາພອນ ຣັຖມົນຕຣີ ກະຊວງຮັກສາ ຄວາມປອດໄພ ພາຍໃນຂອງລາວ ແລະ ທ່ານ ລ່ຽວຢູ່ຈິ່ນ ຜູ້ຕາງໜ້າ ຣັຖມົນຕຣີ ກະຊວງຮັກສາ ຄວາມປອດໄພ ຂອງຈີນ ກໍໄດ້ ເຂົ້າຮ່ວມໃນ ມອບຕົວ ນາຍນໍ່ຄຳ ດັ່ງກ່າວ. ໜັງສືພິມ ວຽງຈັນທາມ ບໍ່ໄດ້ແຈ້ງ ຣາຍລະອຽດວ່າ ສຳຣັບຄົນລາວ ສອງຄົນທີ່ຖືກ ຈັບພ້ອມ ກັບນາຍຫນໍ່ຄຳ ນັ້ນເດ່ ຖືກມອບ ໃຫ້ແກ່ຈີນ ຄືກັນບໍ່ ຫລືຍັງຖືກ ກັກຂັງ ຢູ່ລາວຢູ່.