ທັກສິນມາລາວ ຕໍ່ກໍາພູຊາວັນປີໃໝ່
2012.03.29

ກົດຟັງສຽງ
ອະດີດ ນາຍົກ ຣັຖມົນຕຣີ ໄທ ທ່ານ ທັກສີນ ຊີນນະວັດ ຈະຖືກ ຕ້ອນຮັບ ຈາກກຸ່ມ ເສື້ອແດງ ປະມານ 50 ພັນຄົນ ໃນຊ່ວງ ທີ່ ທ່ານຈະມາ ສລອງບຸນ ປີໄຫມ່ ໃນລາວ ໃນເດືອນຫນ້າ. ນາຍ ນີສິດ ສີນທຸພະໄຣ ຫົວຫນ້າ ກຸ່ມເສື້ອແດງ ຜູ້ທີ່ກຳລັງ ແລ່ນເຕັ້ນ ຈະເອົາ ທ່ານທັກສີນ ກັບບ້ານ ກ່າວຕໍ່ຫນັງ ສືພີມ ບາງກອກໂປສ ວ່າສະມາຊິກ ເສື້ອແດງ ປະມານ 50 ພັນ ຈະພາກັນ ມາເຕົ້າໂຮມ ທີ່ສນາມກິລາ ເມືອງຫນອງຄາຍ ໃນ ວັນທີ 11 ເມສາ ຫລັງຈາກນັ້ນ ກໍຈະພາກັນ ຂ້າມໄປ ຝັ່ງລາວ ທີ່ ນະຄອນຫລວງ ວຽງຈັນ ໃນຕອນເຊົ້າ ຂອງມື້ຕໍ່ມາ.
ນອກຈາກນັ້ນ ກໍ່ຈະມີອີກ 10 ພັນຄົນ ຈະໄປຕ້ອນຮັບ ທ່ານທັກສີນ ທີ່ແຂວງສຽມຣຽບ ປະເທດ ກຳພູຊາ ໃນວັນທີ 14-15 ເມສາ. ການມາ ສປປລາວ ແລະ ກຳພູຊາ ຂອງທ່ານ ທັກສີນ ເທື່ອນີ້ແມ່ນ ມາສລອງ ເທສການ ບຸນປີໄຫມ່ ຮ່ວມກັບ ຊາວໄທ ກຸ່ມເສື້ອແດງ ຜູ້ທີ່ໃຫ້ການ ສນັບສນູນ ທ່ານ ມາແຕ່ຕົ້ນ.
ທາງການລາວ ບໍ່ໄດ້ມີ ປະຕິກິຣິຍາ ໃດໆ ກ່ຽວກັບ ການມາລາວ ຂອງ ທ່ານທັກສີນ ອາດຖືວ່າ ເປັນການ ຢ້ຽມຢາມລາວ ຂອງຄົນໄທ ຄົນນື່ງ ທີ່ມາ ທ່ອງທ່ຽວ ສປປລ.