ຊາວຄຣິສຈຽນໃນລາວ ຖືກຈັບກັກຂັງ
2012.03.26
ກົດຟັງສຽງ
ເຈົ້າຫນ້າທີ່ ລາວ ໄດ້ກັກຂັງ ຊາວຄຣິສຈຽນ 5 ຄົນ ຜູ້ທີ່ໄດ້ ຮວ່ມກັນ ໄຫວ້ພຣະ ສວດມົນ ໃນເຂດພາກໃຕ້ ຂອງລາວ ໃນວັນທີ 25 ມີນາ ຜ່ານມາ ໃນຊ່ວງທີ່ມີ ການປາບປາມ ຊາວຄຣິສຈຽນ ໃນເຂດ ພື້ນທີ່ນັ້ນ. ອິງຕາມຄຳໃຫ້ການ ຂອງຕົວແທນ ຂອງ ກຸ່ມດ່ັງກ່າວ ຕໍ່ຫນັງສືພິມ BosNewslife.
ອົງການສີ້ງຊອມ ດ້ານສິດທິ ການນັບຖື ສາສນາໃນລາວ ຊື່ງເປັນ ອົງການ ທີ່ມີສຳພັນ ອັນໃກ້ຊິດ ກັບການ ເຄື່ອນໄຫວ ຂອງໂບດຄຣິສຈຽນ ໃນລາວ ຖແລງວ່າ ກຸ່ມຜູ້ນັບຖື ສາສນາຄຣິສຈຽນ ໃນລາວ ຖືກກັກຂັງ ໃນຂໍ້ກ່າວຫາ ທີ່ວ່າ ພວກຂະເຈົ້າ ທຳການເຄື່ອນໄຫວ ທາງດ້ານ ສາສນາ ປາສຈາກ ໃບອະນຸຍາດ ຈາກ ເຈົ້າຫນ້າທີ່ ໃນທ້ອງຖິ່ນ.
ອົງການສີ້ງຊອມ ດ້ານສາສນາ ໃນລາວ ຖແລງຕໍ່ ຫນັງສືພິມ BosNewslife ວ່າຊາວລາວຄຣິສຈຽນ ຖືກຈັບກຸມ ແລະ ຖືກກັກຂັງ ໃນມື້ວັນ ອາທິດ ຕອນແລງ ຕາມເວລາ ທ້ອງຖີ່ນ ໃນຂນະທີ່ ພວກຂະເຈົ້າ ພາກັນ ສວດມົນ ໃນໂບດ ທີ່ບ້ານບົວຄຳ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ.
ໃນຈຳນວນ ຜູ້ທີ່ຖືກ ຈັບກຸມ 5 ຄົນ ນັ້ນ ມີຜູ້ຊາຍ 2 ຄົນ ຊື່ວ່າ ທ້າວ ໂພສີແລະ ທ້າວ ວຽງໄຊ ທັງສອງ ເປັນຣາສດອນ ບ້ານໂພໄຊ ແລະ ມີແມ່ຍີງ 3 ຄົນ ຊື່ນາງ ອາລີ ຈາກບ້ານໂພໄຊ ນາງປຸ່ນ ຈາກບ້ານໂພນ ແລະ ນາງ ນ້າມ ຈາກບ້ານ ນາຕູ.
ຊົນເຜົ່າ ດັ່ງກ່າວນີ້ ສ່ວນໃຫຍ່ ຈະໃສ່ຊື່ ພຽງພຍັນຊນະ ດຽວ.