ຊາວໜຸ່ມລາວເຂົ້າຊ່ວຍ ແກ້ບັນຫາຄ້າມະນຸດ
2010.11.29

ກົດຟັງສຽງ
ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ໄດ້ເລີ້ມສຳຣວດ ແລະສຶກສາ ກ່ຽວກັບ ກຸ່ມທີ່ສ່ຽງຕໍ່ ການຖືກຫລອກໃຊ້ ແຮງງານ. ໂດຍສະເພາະ ກຸ່ມເດັກນ້ອຍ ທີ່ຢູ່ໃນ ຈຳພວກທີ່ ອາດຈະຖືກ ຫລອກໄດ້ງ່າຍ.
ປັດຈຸບັນນີ້ ທາງສູນກາງ ໄດ້ລົງສຳຣວດ ທັງໝົດ 21 ໝູ່ບ້ານ ໃນເຂດ ນະຄອນຫລວງ ວຽງຈັນ ເນື່ອງຈາກວ່າ ເປັນເຂດເມືອງໃຫຍ່ ແລະ ສະດວກສະບາຍ ໃນການຂ້າມ ໄປເຮັດວຽກ ໃນປະເທດ ເພື່ອນບ້ານ. ດັ່ງເຈົ້າໜ້າທີ່ ຈາກກົມອົບຮົມ ຂະບວນການ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:
"ສ່ວນໃຫຍ່ຈະ ເປັນວັຍໜຸ່ມ ອາຍຸແຕ່ 18 ປີ ຂຶ້ນຮອດ 35 ປີ ໃນກຸ່ມອາຍຸ ຂອງເຮົາ ຫລັງຈາກພວກເຮົາ ຮູ້ຄວາມສ່ຽງແລ້ວ ພວກເຮົາກໍ ມາສຶກສາ ຂໍ້ມູນຂະເຈົ້າ ວ່າເຮົາຊີ່ເອົາ ອາຊີບຫຍັງ ເຂົ້າມາຫາ ຂະເຈົ້າ ນັ້ນຄືຈຸດ ວິທີແກ້ໄຂ ຂອງພວກເຮົາ".
ນາງເວົ້າຕໍ່ ໄປວ່າ ຈຳນວນຄົນ ທີ່ມີຄວາມສ່ຽງ ຕໍ່ການຖືກຫລອກ ໃຊ້ແຮງງານ ໄດ້ງ່າຍນັ້ນ ໜ້າເປັນຫ່ວງ ເພາະເປັນກຸ່ມ ທີ່ມີຄວາມຮູ້ຕໍ່າ ໂດຍສ່ວນໃຫຍ່ ຈະຮຽນສຸດ ຊັ້ນປະຖົມ ແລ້ວ ກໍບໍ່ຮຽນ ໜັງສືຕໍ່ ຊຶ່ງບາງຄົນ ກໍຈະເຮັດນໍາ ຄອບຄົວ ແລະບາງຄົນ ກໍຫວ່າງງານ ບໍ່ເຮັດການ ເລີຍ.
ຈາກບັນຫາ ທີ່ມີຢູ່ ທາງສູນກາງ ກໍຫາທາງ ແກ້ໄຂ ໂດຍການ ວິເຄາະ ແລະສຶກສາ ບັນຫາ ແລ້ວກໍຫາທາງ ຊ່ວຍເຫລືອ ເປັນກໍຣະນີ ຫລືເປັນກຸ່ມໆໄປ. ນາງເວົ້າອີກວ່າ:
"ແລ້ວຢູ່ໃນ ກຸ່ມວັຍນຸ່ມນີ້ ດຽວນີ້ ພວກເຮົາກຳລັງ ສຶກສາຂໍ້ມູນ ຮວບຮວມວັຍຫນຸ່ມ ທີ່ມີ ຄວາມສ່ຽງນີ້ ໃນດ້ານໃດແທ້ ແລ້ວຢູ່ໃນ ໂຄງການ ພວກເຮົານີ້ມີ ທັງໝົດ 21 ບ້ານ".
ຈາກຜົນສຳຣວດ ໃນຕອນທຳອິດ ຂອງສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຫັນວ່າບັນຫາ ສຳຄັນ ຄືລະດັບ ການສຶກສາ ຕໍ່າບໍ່ມີ ຄວາມຮູ້ພຽງພໍ ເພື່ອການພັທນາ ຄອບຄົວ ຈຶ່ງເຮັດໃຫ້ ພວກຂະເຈົ້າ ເລືອກສ່ຽງ ທີ່ຈະໃຊ້ ແຮງງານ ທີ່ຜິດກົດໝາຍ ຈົນບາງ ກໍຣະນີ ໄດ້ສົ່ງຜົນ ສະທ້ອນຕໍ່ ສັງຄົມ ໂດຍທົ່ວໄປ.