ສາສນາຄຣິສຕ໌ ແລະເຍົາວະຊົນ
2012.08.29
ໃນປັຈຈຸບັນ ປາກົດວ່າມີ ເຍົາວະຊົນລາວ ຈຳນວນໜື່ງ ເຣີ່ມສົນໃຈ ແລະ ພາກັນນັບຖື ສາສນາເຍຊູ ຫລາຍກວ່າ ກາຣນັບຖື ສາສນາອື່ນໆ ເນື່ອງຈາກກາຣ ເຜີຍແພ່ສາສນາ ຄຣິສຕ໌ ຂອງກຸ່ມຄົນ ຈຳນວນໜຶ່ງ ທີ່ອອກໂຄສະນາ ແອບແຝງແນວທາງ ໂດຽກາຣເອົາ ຜົລປະໂຍຊນ໌ ທີ່ເຍົາວະຊົນ ຕ້ອງກາຣນັ້ນ ມາແອບອ້າງ ລໍ້ລວງ. ດັ່ງຊາວລາວຜູ້ໜຶ່ງ ທີ່ບໍ່ປະສົງ ອອກຊື່ເວົ້າວ່າ:
“ກໍແບບວ່າ ຂະເຈົ້າໃຊ້ ຜົລປະໂຍຊນ໌ ຈາກສາສນາ ເພ່ືອປຸກຣະດົມ ໃຫ້ປະຊາຊົນ ຫລືວ່າໃຫ້ຄົນ ເຂົ້າມາຮ່ວມນັບຖື ສາສນາ ນັບຖືພຣະເຈົ້າ ນຳຂະເຈົ້າ ໃນນັ້ນມັນກໍມີ ສິ່ງແຝງຢູ່ ກໍຄືລັກສນະວ່າ ນັບຖືສາສນາ ຂອງຂ້ອຍແລ້ວ ຂ້ອຍມີແນວໃຫ້ເຈົ້າ ຈະໄດ້ຜົລປະໂຍຊນ໌ນໍາ ໄດ້ເດີນທາງໄປ ຕ່າງປະເທສ ມັນກໍໜຶ່ງ ໃນຜົລປະໂຍຊນ໌ ທີ່ຂະເຈົ້າ ຈະໄດ້ຮັບ ກໍເລີຽເຮັດໃຫ້ ປະຊາຊົນ ມີຄວາມສົນໃຈ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣປະຕິບັຕ ເຊັ່ນນີ້ ຈະເຮັດໃຫ້ ທັງສອງຝ່າຍ ໄດ້ຜົລປະໂຍຊນ໌ ຄືຜູ້ເຜີຍແພ່ ຈະໄດ້ ສະມາຊິກເພີ່ມ ແລະ ຜູ້ທີ່ສົນໃຈ ກໍຈະໄດ້ຮຽນຮູ້ ກ່ຽວກັບ ສາສນາອື່ນໆ ເພີ່ມເຕີມ ພ້ອມກັບ ສີ່ງຕອບແທນ ທີ່ຕົນຕ້ອງກາຣ ໂດຽສະເພາະ ກໍແມ່ນໂອກາສ ທີ່ອາຈໄດ້ໄປຮຽນ ຢູ່ຕ່າງປະເທສ ແລະ ຜົລປະໂຍຊນ໌ ອື່ນໆ ຊຶ່ງ ປະຊາຊົນ ກໍຄວນທີ່ຈະ ພິຈາຣະນາ ເອົາເອງ. ທ່ານເວົ້າຢ້ຳອີກວ່າ:
“ເວົ້າບໍ່ໄດ້ ບໍ່ຈັກເວົ້າວ່າດີ ຫລືບໍ່ດີ ເພາະວ່າກາຣ ຕັດສິນໃຈ ມັນຂຶ້ນນຳ ປະຊາຊົນ ຂະເຈົ້າເອງ ທີ່ຈິງມັນກໍບໍ່ໄດ້ ມີຫຍັງຮ້າຍແຮງ ເຂົາພຽງແຕ່ຢາກ ໃຫ້ມີຄົນມາ ນັບຖື ພຣະເຈົ້າ ເພີ່ມຂຶ້ນ ແຕ່ວ່າບັງເອີນວ່າ ຂະເຈົ້າເອົາແນວ ມາລໍ້ ເປັນຜົລປະໂຍຊນ໌ ເປັນສີ່ງທີ່ ຂະເຈົ້າໄດ້ນຳມາລໍ້ ກໍເລີຽເຮັດໃຫ້ ຂະເຈົ້າ ຕາຍໃຈງ່າຍ ປ່ຽນ (ໃຈ) ງ່າຍ”.
ກ່ຽວກັບເຣື່ອງ ດັ່ງກ່າວວ່າ ເປັນສີ່ງທີ່ດີ ຫລືບໍນັ້ນ? ຄວນຈະຂຶ້ນຢູ່ກັບ ແຕ່ລະບຸຄຄົລ ທີ່ຈະຕ້ອງ ພິຈາຣະນາ ເອົາເອງ.