ສະຫະພັນແມ່ຍິງ ການເຜີຍແພ່ແນວຄິດ
2010.11.17
ກົດຟັງສຽງ
ສະຫະພັນ ແມ່ຍິງ ຍັງບໍ່ສາມາດ ເຜີຽແພ່ແນວຄິດ ເຣື້ອງສິດທິ ຂອງແມ່ຍິງ ໃຫ້ກັບ ແມ່ຍິງ ຢ່າງທົ່ວເຖິງ ກັນໄດ້ ຈື່ງເຮັດໃຫ້ ແມ່ຍິງລາວ ຖືກກົດຂີ່ຂົ່ມເຫັງ ຕໍ່ໄປເລື້ອຍໆ ເຖິງແມ່ນວ່າ ສະຫະພັນ ແມ່ຍິງ ແລະ ກຸ່ມສົ່ງເສີມ ສິດທິແມ່ຍິງ ໄດ້ຮຽກຮ້ອງ ຄວາມເປັນທັມ ແກ່ຜູ້ຍິງກໍດີ ດັ່ງທີ່ເຈົ້າໜ້າທີ່ ສູນຝືກອົບຮົມ ແມ່ຍິງ ຈາກສະຫະພັນ ແມ່ຍິງ ນະຄອນຫລວງ ວຽງຈັນ ໄດ້ກ່າວ:
"ວຽກງານແນວຄິດ ນີ້ຮູ້ສືກວ່າ ຍາກຫລາຍ ເພາະວ່າ ແມ່ຍິງລາວ ຂອງພວກເຮົາ ຍັງມີຈໍານວນ ຢູ່ທ້ອງຖິ່ນ ຮາກຖານຢູ່ ຊົນນະບົດ ລະດັບ ການສືກສາ ເຂົາເຈົ້າຍັງຕໍ່າ ຄວາມຮັບຮູ້ ພາສາກາງ ພວກເຮົາ ເຫັນວ່າຍັງ ບໍ່ທັນສາມາດ ກຸ້ມຕົນເອງ ສະນັ້ນ ໃນການສືກສາ ອົບຮົມ ໃນການ ປຸກລະດົມ ເພື່ອການເຂົ້າຮ່ວມ ພວກເຮົາຕ້ອງ ໃຊ້ເວລາ".
ການໃຫ້ ຄວາມຮູ້ ແກ່ແມ່ຍິງ ໃນໂຕເມືອງ ກັບແມ່ຍິງ ຢູ່ໃນເຂດ ຊົນນະບົດ ກໍມີຄວາມ ຫຍຸ້ງຍາກ ແຕກຕ່າງກັນ. ສິ່ງທີ່ເປັນ ຫ່ວງນັ້ນແມ່ນ ແມ່ຍິງຢູ່ ໃນເຂດ ຊົນນະບົດ ແມ່ຍິງໃນ ຊົນນະບົດ ຍັງຍຶດໝັ້ນ ໃນປະເພນີ ທ້ອງຖິ່ນ ທີ່ຕ້ອງເຮັດວຽກ ອອກແຮງງານ ໜັກຄືຜູ້ຊາຍ ຮັບຜິດຊອບ ວຽກງານ ຄົວກິນ ຕັກນໍ້າ ຕໍາເຂົ້າ ເບິ່ງແຍງລູກ. ມັນເປັນການຍາກ ທີ່ເຮັດໃຫ້ ເຂົາເຈົ້າເຂົ້າໃຈ ເຖິງສິດທິ ຂອງຕົນ:
"ອັນນີ້ມັນ ເປັນໄປບໍ່ໄດ້ ຄືທ່ານໄດ້ຮູ້ ຄົນນື່ງ ໃນສັງຄົມ ມັນກໍມີ ລຸ້ນເກົ່າ ມັນກໍໝົດໄປ ລຸ້ນກາງຂື້ນ ແລ້ວກໍລຸ້ນນ້ອຍ ສົ່ງຊອນ ຄິດວ່າບັນຫານີ້ ຈະເກີດຂື້ນ ເລື້ອຍໆ ແລ້ວເຮົາກໍ ພຍາຍາມອົບຮົມ ແລະກໍປັບປຸງ ໄປເລື້ອຍໆ ຄິດວ່າອັນນີ້ ມັນຈະໝົດ ໄປບໍ່ໄດ້".
ສໍາລັບຜູ້ຍິງ ໃນໂຕເມືອງ ນັ້ນ ປັດຈຸບັນນີ້ ກໍມີການ ຕື່ນຕົວຫລາຍ ເພື່ອໃຫ້ມີ ຄວາມສເມີພາບ ກັບຜູ້ຊາຍ ໂດຍພຍາຍາມ ໃຫ້ມີການ ສືກສາໃຫ້ດີ, ແຕ່ປານນັ້ນ ກໍຍັງຖືກ ເອົາລັດເອົາປຽບ ຈາກຜູ້ຊາຍ ຢູ່ຄືເກົ່າ.