ຍິງລາວຂັ້ນບໍຣິຫານ ຍັງມີໜ້ອຍ

ແມ່ຍິງລາວ ຍັງຂາດ ຄວາມສເມີພາບ ທາງດ້ານ ໜ້າທີ່ ການງານ ໃນຂັ້ນ ບໍຣິຫານ
ໂພໄຊສວັດ
2012.01.05
F-Khempheng-Phonhsena2 ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈໍາສໍານັກ ນາຍົກ ຣັຖມົນຕຣີ
RFA

ກົດຟັງສຽງ

ສະຫະພັນ ແມ່ຍິງລາວ ຮັບວ່າ ການສຶກສາ ແລະ ລະດັບ ຄວາມຮູ້ ຂອງ ແມ່ຍິງລາວ ສ່ວນຫຼາຍ ຍັງຢູ່ໃນ ລະດັບຕໍ່າ  ຈື່ງບໍ່ສາມາດ ແຂ່ງຂັນ ເອົາໜ້າທີ່ ການງານ ໃນລະດັບ ສູງໄດ້ ຍ້ອນວ່າ ທີ່ຜ່ານມາ ແມ່ຍິງລາວ ສ່ວນໃຫຍ່ ຮັບໜ້າທີ່ ເປັນແມ່ບ້ານ ບໍ່ໄດ້ ສຶກສາຕໍ່ ໃນຂັ້ນສູງ ຈື່ງຂາດໂອກາດ ໄດ້ສະແດງ ອອກເຖີງ ຄວາມສາມາດ ດັ່ງເຈົ້າໜ້າທີ່ ສະຫະພັນ ແມ່ຍິງ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ຄວາມຮູ້ ຄວາມສາມາດ ຍັງບໍ່ສູງ ເພາະທີ່ຜ່ານມາ ເຮົາກໍຮູ້ ຢູ່ວ່າ ລະດັບ ການສຶກສາ ຂະເຈົ້າຕໍ່າເນ໋າະ ຜູ້ທີ່ວ່າ ຈະເປັນຂັ້ນນໍາ ມັນບໍ່ທັນ ຜູ້ຊາຍ".

ປັດຈຸບັນ ຣັຖບານລາວ ໄດ້ມີ ນະໂຍບາຍ ສົ່ງເສີມ ໃຫ້ແມ່ຍິງ ໄດ້ຮັບການ ສຶກສາສູງ ເພື່ອໃຫ້ ມີໂອກາດ ໄດ້ເຮັດວຽກ ໜ້າທີ່ສູງ ເພື່ອຫລຸດຜ່ອນ ຄວາມບໍ່ສເມີພາບ ໃນການ ປະຕິບັດ ຕໍ່ແມ່ຍິງ ທາງການ ຄາດວ່າ ພາຍໃນ 5 ປີ ຈະໃຫ້ມີ ແມ່ຍິງ ໃນໜ້າທີ່ ວຽກງານ ຣັຖບານ ເພີ້ມຂື້ນຮອດ 15 ຫາ 30 ສ່ວນຮ້ອຍ ທີ່ຜ່ານມາ ມີພຽງ 10 ສ່ວນຮ້ອຍ ທີ່ໄດ້ ເຮັດໜ້າທີ່ ໃນຂັ້ນສູງ.

ສະຖິຕິ ການຮູ້ໜັງສື ຂອງ ແມ່ຍິງລາວ ມີປະມານ 63 ສ່ວນຮ້ອຍ ຜູ້ຊາຍ ມີປະມານ 83 ສ່ວນຮ້ອຍ ໂອກາດ ຂອງແມ່ຍິງ ຈື່ງມີໜ້ອຍ ກວ່າຜູ້ຊາຍ ການທີ່ຈະຍົກ ລະດັບ ຄວາມສເມີພາບ ຂອງແມ່ຍິງ ກໍຕ້ອງໃຊ້ ງົບປະມານ ແລະຈະໃຊ້ ເວລາດົນ ພໍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.