ບັນຫາຂັດແຍ່ງ ທີ່ດີນ
2012.06.19

ຊາວບ້ານ ທີ່ເມືອງ ມະຫາໄຊ ແຂວງ ຄຳມ່ວນ ທ່ານນື່ງ ເວົ້າວ່າ ໃນຊ່ວງ ເດືອນທີ່ ຜ່ານມາ ເກີດກໍຣະນີ ຄວາມຂັດແຍ່ງ ຣະຫວ່າງ ຊາວບ້ານ ຕໍ່ຊາວບ້ານ ໃນຫລາຍ ຫມູ່ບ້ານ ທີ່ເມືອງ ມະຫາໄຊ ສາເຫດ ຈາກການ ໃຫ້ສຳປະທານ ທີ່ດີນ ຂອງຣັຖບານ ແກ່ບໍຣິສັດ ເອກຊົນ ຫລື ນັກລົງທຶນ ຕ່າງຊາດ ທີ່ໄປກວມເອົາ ພື້ນທີ່ ຫາຢູ່ ຫາກິນຂອງ ພວກຂະເຈົ້າ ຈື່ງມີການ ຍາດແຍ່ງ ເຄື່ອງປ່າ ຂອງດົງ ຣະຫວ່າງ ກັນຂື້ນ ໃນພື້ນທີ່ ສ່ວນເຫລືອ ຈາກການໃຫ້ ສຳປະທານ ທີ່ນັບມື້ ນັບນ້ອຍລົງ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ບ້ານທີ່ມີ ການສຳປະທານ ແລ້ວ ເມື່ອປ່າໄມ້ ຫລືດີນ ຂອງຕົນ ມັນແຄບເຂົ້າ ມັນກໍມີ ຜົລກະທົບ ຕໍ່ບ້ານອື່ນ ຄືກັນ ມັນຈະເກີດ ຂໍ້ຂັດແຍ່ງ ຣະຫວ່າງ ບ້ານຕໍ່ບ້ານ ໃນການຫາກີນ ໄປຍາດແຍ່ງ ດີນຂອງຜູ້ອື່ນ ເອີ້ນວ່າ ຂໍ້ຍາດແຍ່ງ ຣະຫວ່າງ ບ້ານຕໍ່ບ້ານ ມັນມີ ກໍຣະນີ ພິພາດເລື້ອງໄມ້ ເລື້ອງຊັພຍາກອນ ທີ່ວ່າເປັນ ຣາຄາ ທີ່ຂະເຈົ້າ ເອົາໄປຂາຍ ໃຫ້ກັນ".
ຊາວບ້ານ ທ່ານນັ້ນ ກ່າວຕໍ່ໄປວ່າ ໃນອະດີດ ຊາວບ້ານ ທີ່ເມືອງ ມະຫາໄຊ ສາມາດໃຊ້ ພື້ນທີ່ປ່າໄມ້ ຮ່ວມກັນ ໃນການຊອກຫາ ເຄື່ອງປ່າ ຂອງດົງ ມາລ້ຽງ ຄອບຄົວ ຈະບໍ່ມີ ການຄ້າຂາຍ ຣະຫວ່າງກັນ ໃຜຫາໄດ້ ກໍ່ເອົາໄປກິນ ແຕ່ໃນເວລານີ້ ພື້ນທີ່ດັ່ງກ່າວ ຫລຸດຫນ້ອຍລົງ.
ຍ້ອນການໃຫ້ ສຳປະທານ ຂອງຣັຖບານ ຈື່ງເຮັດໃຫ້ ເກີດຄວາມ ຂັດແຍ່ງ ຣະຫວ່າງ ຊາວບ້ານ ຍ້ອນຂາດ ບ່ອນຫາກິນ ແຕ່ລະຝ່າຍ ຕ່າງກໍຈະຕູ່ ຫາກັນວ່າ ລ່ວງລ້ຳ ເຂດແດນ ຂອງຕົນ.
ໃນເມືອງ ມະຫາໄຊ ຊາວບ້ານ ສ່ວນໃຫຍ່ ຈະບໍ່ມີ ໃບຕາດີນ ຢ່າງຊັດເຈນ ວ່າທີ່ດີນ ສ່ວນໃດ ເປັນຂອງ ຜູ້ໃດຫລື ເປັນຂອງ ສ່ວນຮ່ວມ ຈື່ງເກີດ ບັນຫາ ເມື່ອພື້ນທີ່ ແຄບລົງ ຍ້ອນການໃຫ້ ສຳປະທານ ຂອງຣັຖບານ.