ກັມມະບານລາວ ຕ້ອງມີການປັບປຸງ
2010.12.16
ກົດຟັງສຽງ
ສະມາຊິກ ຕ້ອງໄດ້ ຮັບການ ຝຶກອົບຮົມ ຕື່ມກ່ຽວກັບ ແນວຄິດການເມືອງ ແລະ ແນວຄິດຊົນຊັ້ນ ກັມມະກອນ ດັ່ງ ທ່ານ ຄຳຫລ້າ ຫລໍ່ລອນສີ ຮອງປະທານ ສູນກາງ ສະຫະພັນ ກັມມະບານ ລາວ ໄດ້ກ່າວຕໍ່ ກອງປະຊຸມ ສະພາແຫ່ງຊາດ ເມື່ອວັນພຸດ ນີ້ວ່າ:
“ການອົບຮົມ ການເມືອງ ແນວຄິດ ແມ່ນຍັງມີ ຄວາມຈຳກັດ ເປັນຕົ້ນ ໃນດ້ານການ ສຶກສາ ອົບຮົມຄຸນ ລັກສະນະ ອັນກ້າວໜ້າ ຂອງຊົນຊັ້ນ ກັມມະກອນ ຍັງບໍ່ທັນໄດ້ ເລິກເຊິ່ງ ກວ້າງຂວາງ ເທົ່າທີ່ຄວນ ແລະການຄົ້ນຄວ້າ ທິສດີ ພຶດຕິກັມ ໃນຂົງເຂດ ວຽກງານ ກັມມະບານ ເພື່ອສ້າງພື້ນຖານ ກ້າວສູ່ການ ຫັນເປັນ ປະເທດ ອຸດສາຫະກັມ ແລະ ທັນສມັຍ ຍັງເຮັດໄດ້ໜ້ອຍ.”
ທ່ານ ຄໍາຫລ້າ ກ່າວອີກວ່າ ການປົກປ້ອງ ສິດທິ ແລະ ຜົນປໂຍດ ອັນຊອບທັມ ຂອງກັມມະກອນ ແລະ ຜູ້ອອກແຮງງານ ຍັງເຮັດບໍ່ໄດ້ ດີເທົ່າທີ່ຄວນ ເພາະມີຂໍ້ ຂັດແຍ່ງກັນ ທາງຜົນປໂຍດ ຣະຫວ່າງຜູ້ ອອກແຮງງານ ແລະ ຜູ້ຈ້າງຄົນງານ. ຣັຖທັມມະນູນ ຂອງ ສປປລາວ ມາດຕຣາ ທີ່ສອງ ບົ່ງໄວ້ວ່າ ປະເທດລາວ ເປັນ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນ. ອຳນາດ ທັງໝົດ ເປັນຂອງ ປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອຜົນປໂຍດ ຂອງ ປະຊາຊົນ ບັນດາເຜົ່າ ຊຶ່ງປະກອບ ດ້ວຍກັມມະກອນ ກະສິກອນ ນັກຮຽນຮູ້ ແລະ ປັນຍາຊົນ.
ບໍ່ເທົ່ານັ້ນ ສປປລາວ ຍັງມີ ກົດໝາຍແຮງງານ ທີ່ປົກປ້ອງ ສິດ ແລະ ຜົນປໂຍດ ຂອງ ກັມມະກອນ; ແຕ່ໃນພາກ ປະຕິບັດ ຕົວຈິງ ກັມມະກອນ ຢູ່ລາວ ຍັງຖືກ ກົດຂີ່ຂົ່ມເຫັງ ແລະ ຖືກເອົາລັດ ເອົາປຽບຢ່າງແຮງ; ພວກເຂົາ ບໍ່ມີສິດ ທີ່ຈະປະທ້ວງ ຮຽກຮ້ອງ ແນວໃດເລີຍ. ເຖິງວ່າຈະໄດ້ ຮັບຄ່າຈ້າງ ຕ່ຳປານໃດ ກໍຕາມ ພວກເຂົາ ກໍບໍ່ມີິສິດ ທີ່ຈະປະທ້ວງ ຂໍຂື້ນເງິນເດືອນ ແຕ່ຢ່າງໃດ ທຸກສິ່ງທຸກຢ່າງ ຕ້ອງຂື້ນກັບ ພັກແລະຣັຖ ແລະ ເທົ່າທີ່ເປັນມາ ພັກແລະຣັຖ ສ່ວນຫລາຍ ເຫັນຜົນປໂຍດ ຂອງນັກລົງທຶນ ຕ່າງປະເທດ ຫລາຍກວ່າ ຜົນປໂຍດ ຂອງ ກັມມະກອນ.