ສິນຄ້າລັກເຂົ້າອອກ ລາວໄທໄດ້ສະບາຍ

ການລັກລອບ ນໍາສິນຄ້າ ຂ້າມຊາຍແດນ ລາວ-ໄທ ເຮັດໄດ້ງ່າຍ ຍ້ອນ ຄວາມຍາວໄກ ແລະ ປອດໂປ່ງ ຂອງເຂດແດນ ທີ່ຕິດກັນ.
ໂພໄຊສວັດ
2012.01.31
F-Lao-Thai-border ເຂດຊາຍແດນ ລາວ-ໄທ ແຕ່ເໜືອ ເກືອບສຸດໃຕ້ ໄປມາຫາກັນ ທຸກມື້ ບໍ່ຂາດສາຍ ມີຫຼາຍຈຸດ
RFA

ກົດຟັງສຽງ

ການລັກນໍາ ສິນຄ້າ ຂ້າມເຂດ ຊາຍແດນ ຂອງລາວ ຍັງມີຢູ່ ຢ່າງຕໍ່ເນື່ອງ ແລະ ບໍ່ສາມາດ ປາບປາມໄດ້ ສາເຫດນຶ່ງ ກໍຄື ການຈັບກຸມ ໃສ່ໂທດ ຍັງບໍ່ເຂັ້ມງວດ ເທົ່າທີ່ຄວນ ຈື່ງບໍ່ມີໃຜ ເກງກົວ ຕໍ່ກົດໝາຍ ທີ່ບໍ່ນໍາໃຊ້ ເຮັດໃຫ້ ພວກຄ້າຂາຍ ສວຍໂອກາດ ພາກັນ ລ່ວງລະເມີດ ກົດໝາຍ ຢູ່ຕລອດມາ ແລະ ເຂດຊາຍແດນ ກໍຍາວໄກ ປອດໂປ່ງ. ເຈົ້າໜ້າທີ່ ກວດກາ ສິນຄ້າ ນໍາເຂົ້າ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ສ່ວນຫລາຍ ເຂົາມີແຕ່ ປັບໃໝ ແລ້ວ ຍຶດທະບຽນ ການຄ້າ ບໍ່ໃຫ້ ດໍາເນີນການຕໍ່ ເທົ່ານັ້ນ ກົດໝາຍ ມັນກໍມີຄືກັນ ແຕ່ວ່າ ມີບາງຄົນຍັງຝືນ ເຂົາກໍສາມາດ ໄປບ່ອນອື່ນອີກ".

ທ່ານເວົ້າຕໍ່ໄປ ອີກວ່າ ປັດຈຸບັນ ມີການລັກ ຂົນສິນຄ້າ ຜ່ານເຂົ້າມາລາວ ໄປປະເທດ ເພື່ອນບ້ານ ຫລາຍຂຶ້ນຍ້ອນວ່າ ການສົ່ງສິນຄ້າ ສະດວກສະບາຍ ສິນຄ້າທີ່ ລັກລອບ ຂົນຜ່ານລາວ ກໍມີປະເພດ ສັດປ່າ ຫາຍາກ ຫວງຫ້າມ ຊຶ່ງຈະສົ່ງໄປ ຮ້ານອາຫານ ໃນປະເທດ ວຽດນາມ ຫລືຈີນ ຍ້ອນວ່າຂາຍໄດ້ ຣາຄາດີ. ການເສັຍ ພາສີສິນຄ້າ ແຕ່ລະປະເພດ ຈະແຕກຕ່າງກັນ ເລີ້ມແຕ່ 5 ສ່ວນຣ້ອຍ ຈົນຣອດ 40 ສ່ວນຣ້ອຍ ແຕ່ຖ້າລັກ ຂົນສົ່ງໜີ ພາສີ ກໍຈະໄດ້ ກໍາໄລ ຫລາຍຂຶ້ນ.

ການຄ້າຂາຍ ລະຫວ່າງ ລາວ-ໄທ ນັ້ນມີຊ່ອງທາງ ຂົນສົ່ງສິນຄ້າ ທັງໝົດ 36 ແຫ່ງ ເປັນດ່ານ ຖາວອນສາກົນ 13 ແຫ່ງ ແລະ ດ່ານຕລາດ ຜ່ອນປົນ 21 ແຫ່ງ ແລະ ຍັງມີດ່ານ ຜ່ານແດນຊົ່ວຄາວ 2 ແຫ່ງ. ເນື່ອງ ຈາກວ່າ ຊາຍແດນລາວ 8 ແຂວງ ຕິດກັບ 11 ແຂວງຂອງໄທ ຈື່ງມີ ຫຼາຍຊ່ອງທາງ ຂ້າມແດນ ໄປມາ ຫາສູ່ກັນ ຕາມທັມຊາຕ ບໍ່ຕ້ອງໄດ້ ຜ່ານດ່ານກວດ ຈຶ່ງມີການ ລັກລອບ ຂົນສິນຄ້າ ຂ້າມແດນ ໄປໃນໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.