ລາວ-ໄທຫາລື ປະເດັນເຂດຊາຍແດນ
2012.01.06
ກົດຟັງສຽງ
ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ ໄດ້ເຊື້ອເຊີນ ພົນເອກ ຍຸດທະສັກ ສະສິປະພາ ຣັຖມົນຕຣີ ປ້ອງກັນ ປະເທດໄທ ເຂົ້າຮ່ວມ ກອງປະຊຸມ ຄນະ ກັມມະການ ຊາຍແດນ ທົ່ວໄປ ເພື່ອຮ່ວມມື ໃນການ ພັທນາເຂດ ສາມຫລ່ຽມ ມໍຣະກົດ ຊຶ່ງການມາ ຢ້ຽມຢາມລາວ ຄັ້ງນີ້ ທັງສອງຝ່າຍ ຈະເນັ້ນໃສ່ ການຮ່ວມມື ສົ່ງເສີມ ຄວາມສໍາພັັນ ທາງກອງທັບ ແລະ ກະຊວງ ປ້ອງກັນ ປະເທດ ຂອງ ທັງສອງຝ່າຍ ນອກຈາກນັ້ນ ທັງສອງຝ່າຍ ຍັງຈະໄດ້ ເຂົ້າຮ່ວມ ປະຊຸມ ຄນະກັມມະການ ຊາຍແດນ ທົ່ວໄປ ລາວ-ໄທ ຊຶ່ງໄດ້ຖືກ ຍົກເລີກໄປ ເມື່ອປິກາຍ.
ເຖິງຢ່າງໃດ ກໍຕາມ ບັນຫາ ເຂດຊາຍແດນ ລາວ-ໄທ 98 ສ່ວນຮ້ອຍ ໄດ້ຮັບການ ແກ້ໄຂ ແລະ ທີ່ຍັງເຫລືອ ອີກ 2 ສ່ວນຮ້ອຍ ຈະນໍາຂຶ້ນມາ ປຶກສາຫາລື ໃນກອງປະຊຸມ ເທື່ອນີ້. ການຮ່ວມມື ລາວ-ໄທ ກ່ຽວກັບ ການຮັກສາ ຄວາມສງົບ ສ່ວນໃຫຍ່ ຈະກ່ຽວກັບ ການຮ່ວມກັນ ລາດຕະເວນ ລໍາແມ່ນໍ້າຂອງ ການຄວບຄຸມ ການກວດຄົນ ເຂົ້າເມືອງ ການປາບປາມ ພວກຄ້າ ຢາເສພຕິດ ແລະສິນຄ້າ ຜິດກົດໝາຍ ຫຼືໜີພາສີ.
ກອງປະຊຸມ ຄນະກັມມະການ ຊາຍແດນ ທົ່ວໄປ ເພື່ອຮ່ວມມື ໃນການພັທນາ ເຂດສາມຫລ່ຽມ ມໍຣະກົດ ຂອງ 3 ປະເທດ ລາວ ໄທ ແລະ ກໍພູຊາ ມີກໍານົດ ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ລະຫວ່າງ ວັນທີ 5 ຫາ 6 ມົກກະຣາ 2012 ນີ້.