ຣັຖບານລາວມີບັນຫາ ໃນການເກັບກໍາຂໍ້ມູນ

ປະທານ ອົງການ ກວດສອບ ແຫ່ງຣັຖ ກ່າວເຖິງບັນຫາ ຂອງ ຣັຖບານ ໃນການ ເກັບກໍາຂໍ້ມູນ ທີ່ຍັງບໍ່ມີ ປະສິດທິພາບ ເທົ່າທີ່ຄວນ.
ຈະເຣີນສຸກ
2010.12.21

ກົດຟັງສຽງ

ປະທານ ອົງການ ກວດສອບແຫ່ງຣັຖ ກ່າວເຖິງບັນຫາ ຂອງ ຣັຖບານ ໃນການ ເກັບກໍາຂໍ້ມູນ ທີ່ຍັງບໍ່ມີ ປະສິດທິພາບ ເທົ່າທີ່ຄວນ, ສົ່ງຜົນໃຫ້ຂໍ້ມູນ ທີ່ເກັບກໍາ ໄດ້ນັ້ນ ບໍ່ແຈ່ມແຈ້ງ ແລະ ຖືກຕ້ອງ, ຊຶ່ງໃນນັ້ນ ຮວມໄປເຖິງ ການບໍ່ເອົາໃຈໃສ່ ໃນການ ປະຕິບັດງານ ຂອງເຈົ້າໜ້າທີ່ ເຊັ່ນກັນ. ທ່ານ ບົວສີ ລໍວັນໄຊ ປະທານ ອົງການ ກວດສອບ ແຫ່ງຣັຖ ກ່າວໃນກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 6 ໃນມື້ທີ 6 ວ່າ:

“ບັນຫາຄົງຄ້າງ ດຽວນີ້ ແມ່ນການ ເກັບກໍາຂໍ້ມູນ ພວກເຮົາ ບໍ່ເອົາໃຈໃສ່ ເທົ່າທີ່ຄວນ ແລະ ກໍປັບປຸງ ຣະບົບ ເກັບກໍາຂໍ້ມູນ ໃຫ້ມັນດີ. ອັນນີ້ ເປັນຈຸດອ່ອນ ທີ່ສຸດ ຂອງພວກຮົາ ທີ່ຂ້າພະເຈົ້າ ເຄີຍເນັ້ນ ຖ້າເຮົາບໍ່ມີຂໍ້ມູນ ທີ່ຖືກຕ້ອງ ການຕີຣາຄາ ກໍບໍ່ສາມາດ ຊັດເຈນໄດ້ ຖືກຕ້ອງໄດ້.”

ທ່ານ ກ່າວຕື່ມວ່າ ສໍາລັບ ການເກັບກໍາ ຂໍ້ມູນຕ່າງໆນີ້ ຈະໃຫ້ ຜູ້ໃດຜູ້ນຶ່ງ ໄປກວດກາ ແລະ ກວດສອບບໍ່ໄດ້ ຈະຕ້ອງເປັນຜູ້ ທີ່ຮຽນໜັງສື ຢ່າງຕໍ່າ ຈົບຊັ້ນ ປະຖົມສຶກສາ ຈຶ່ງຈະເຮັດໃຫ້ ການເກັບກໍາຂໍ້ມູນ ມີຄວາມຖືກຕ້ອງໄດ້ ໃນຣະດັບນຶ່ງ, ຊຶ່ງຮວມໄປເຖິງ ການວິເຄາະ ແລະ ວິຈັຍຂໍ້ມູນ ໂດຍກົງ, ບໍ່ແມ່ນວ່າ ຈະເອົາຜູ້ໃດ ໄປເຮັດວຽກ ດ້ານນີ້ ກໍໄດ້.

ສໍາລັບ ບັນຫາ ຂອງຣັຖບານ ໃນເຣື້ອງການ ເກັບກໍາຂໍ້ມູນ ທີ່ທາງອົງການ ກວດສອບ ແຫ່ງຣັຖ ໄດ້ສເນີໃຫ້ມີ ການແກ້ໄຂ ບັນຫາໄປນັ້ນ ເພື່ອໃຫ້ຣັຖບານ ຫາທາງແກ້ໄຂ ແລະ ປັບປຸງ ເພື່ອໃຫ້ວຽກງານ ດັ່ງກ່າວ ດໍາເນີນໄປຢ່າງ ມີປະສິດທິພາບ ແລະ ຫລຸດຫາງສຽງ ຂອງປະຊາຊົນ ທີ່ກ່າວວ່າ ການເຮັດວຽກ ຂອງຣັຖບລານ ໃນບາງຄັ້ງ ຍັງບໍ່ດີ ແລະ ບໍ່ມີ ປະສິດທິພາບ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.