ຫລັກສູດຜະດຸງຄັນ ເລີ້ມຂື້ນໃໝ່
2010.12.13

ກົດຟັງສຽງ
ທ່ານໝໍ ຈາກ ວິທຍາໄລ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ກ່າວວ່າ ອັດຕຣາ ການຕາຍ ຂອງແມ່ແລະເດັກ ໃນລາວ ບໍ່ຫລຸດລົງ ຕາມແຜນ ນະໂຍບາຍ ທີ່ຕັ້ງໄວ້ ຍ້ອນຈໍານວນ ຜະດຸງຄັນ ໃນເຂດຫ່າງໄກ ມີນ້ອຍ ດັ່ງນັ້ນ ຈື່ງຟື້ນຟູ ຫລັກສູດ ການສອນ ຜະດຸງຄັນ ຂື້ນມາໃໝ່ອີກ:
"ເປັນຫຍັງຈື່ງ ວ່າເປີດຄືນ ຕາມການຄົ້ນຄວ້າ ໄດ້ເຮັດ survey ເບິ່ງປີ 2008 ເຫັນໄດ້ວ່າ ພວກເຮົາຍັງ ບໍ່ທັນ ສໍາລັບເຣື້ອງ ໄປເຮັດ ເຊີວິສ ຂອງ MGH ຂອງເຮົາ ກໍຍັງບໍ່ໄດ້ ດີປານໃດ ຍ້ອນວ່າຂາດ ຜະດຸງຄັນ ນີ້ແຫລະ".
ທ່ານໝໍ ເວົ້າວ່າ ຫລັກສູດ ຜະດຸງຄັນ ທີ່ເປີດສອນນີ້ ມີສອງລະດັບ ຄື ລະດັບ ຊຸມຊົນ ທີ່ແນໃສ່ ຮັບໃຊ້ໃນ ສຸຂສາລາ ຂອງເຂດຫ່າງໄກ ສອກຫລີກ ແລະ ເຂດຊົນນະບົດ ທີ່ໄດ້ຮັບເງິນ ສນັບສນູນ ຈາກ ອົງການ UNAPA ແລະ ຜະດຸງຄັນ ລະດັບເມືອງ ລະດັບແຂວງ ຫລືວ່າ ລະດັບ ປຣິນຍາຕຣີ ຊື່ງໄດ້ຮັບການ ສນັບສນູນ ຈາກອົງການ ເອກກະຊົນ ຂອງຝຣັ່ງເສດ. ທ່ານວ່າ ການສອນຫລັກສູດ ຜະດຸງຄັນ ຈະສອນທາງ ພາກປະຕິບັດ ໃນສນາມ ທີ່ຢູ່ໃນເຂດ ໃກ້ໆເສັຽກ່ອນ:
"ເຮົາບໍ່ມີເງິນ ໄປໄກ ເຮົາກໍດຽວນີ້ ເຮົາຢູ່ ນະຄອນຫລວງ ວຽງຈັນ ເລັງໃສ່ ໂຮງໝໍເມືອງ ຕົວຢ່າງຄື ເມືອງສັງທອງ ຕົວຢ່າງ ໝາຍຄວາມວ່າ ມັນຄືເມືອງ ທຸກຍາກ ເຮົາກໍເລັ່ງ ໄປໃສ່ຝືກ ຢູ່ບ້ານ ຢູ່ສຸຂສາລາ ພຸ້ນແຫລະ".
ທ່ານອະທິບາຍ ວ່າ ຫລັກສູດ ຜະດຸງຄັນ ໄດ້ເປີດສອນ ເມືອປີ 2001 ແຕ່ວ່າ ຫລັງຈາກ ເອົາຫລັກສູດ ຜະດຸງຄັນ ກັບຫລັກສູດ ພຍາບານ ເຂົ້າເປັນ ອັນດຽວກັນ ແລ້ວ, ຕໍ່ມາ ເມື່ອມີຄວາມ ຕ້ອງການ ຜະດຸງຄັນ ທາງວິທຍາໄລ ໄດ້ນໍາເອົາ ຫລັກສູດ ຜະດຸງຄັນ ມາສອນໃໝ່ ຕ່າງຫາກ.