ຊາວລາວເລີ້ມສົນທະນາ ສັງຄົມ-ການເມືອງ

ປັດຈຸບັນ ຊາວລາວ ຈໍານວນນື່ງ ມັກ ສົນທະນາ ເຣື້ອງ ກ່ຽວກັບ ສັງຄົມລາວ ແລະ ວຽກບ້ານ ການເມືອງ ຫລາຍຂື້ນ.
ສົມເນ
2012.02.22
F-tuk-tuk ຊີວິດ ການເປັນຢູ່ ຂອງຊາວລາວ ສ່ວນໃຫຍ່ ຕ້ອງຫາເຊົ້າ ກິນຄໍ່າ ມັກໃຊ້ເວລາ ທໍາມາ ຫາລ້ຽງຊີພ ເຣື້ອງວຽກບ້ານ ການເມືອງ ເປັນໜ້າທີ່ ຂອງຜູ້ນໍາ ຫາກຜູ້ນໍາດີ ບໍ່ບຽດບຽນ ຣາສດອນ ບ້ານເມືອງ ກໍ່ຈະຊຸ່ມເຢັນ ເປັນທີ່ເພີ່ງ ຂອງປວງປະຊາ.
RFA

ກົດຟັງສຽງ

ຄົນລາວ ມັກອອກ ຄວາມເຫັນ ຢູ່ຕາມ ເວັບໄຊຕ໌ ແລະເຄືອຂ່າຍ ອິນເທີແນັດ ສົນທະນາ ກັນຢູ່ ຕາມບ້ານເຮືອນ ລະຫ່ວາງ ໝູ່ຄູ່ ສົນທະນາ ເຣື້ອງການ ປົກຄອງ ໃນລາວ ເຣື້ອງ ປະຊາທິປະໄຕ ປະຊາຊົນ ຊື່ງເຂົາເຈົ້າ ຄິດວ່າ ຈະຊ່ວຍ ແກ້ໄຂບັນຫາ ສັງຄົມ ທີ່ບໍ່ມີ ຄວາມເປັນທັມ ໄດ້ ເຊັ່ນບັນຫາ ການສໍ້ຣາສ ບັງຫລວງ ບັນຫາ ຫລີ້ນພັກ ຫລິ້ນພວກ ແລະ ບັນຫາຫຍໍ້ທໍ້ ອື່ນໆ. ດັ່ງຊາວລາວ ຜູ້ນື່ງ ໃນ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ເຂົາກໍຢາກ ເຣັດໃຫ້ກົງຈັກ ຂອງຣັຖ ເຮົານີ້ມັນ ເຂັ້ມແຂງຂື້ນ ມັນຫລຸດຜ່ອນ ບັນຫາ ຄໍຣັບຊັ້ນບໍ່ ຫລຸດຜ່ອນ ບັນຫາ ສາຍພີ່ ສາຍນ້ອງບໍ່ ເຮັດຈັ່ງໃດ ໃຫ້ ປະຊາຊົນ ໄດ້ມີສ່ວນ ຮ່ວມເຂົ້າ ຢູ່ໃນວຽກບ້ານ ການເມືອງ ໃຫ້ມີ ຄວາມຮັບ ຜິດຊອບ ຕໍ່ບ້ານຕໍ່ເມືອງ ຫລາຍຂື້ນ ຄິດວ່າ ສີ່ດີ ແຕ່ວ່າ ບໍ່ທັນມີ ຊນິດຢາໃດ ທີ່ຈະປິ່ນປົວ ພຍາດນີ້ໄດ້"

ຊາວລາວ ຜູ້ນີ້ ໄດ້ເວົ້າ ຕື່ມວ່າ ຢູ່ໃນເວັບໄຊຕ໌ ຕ່າງໆ ກໍປາກົດເຫັນ ຄົນລາວ ວິພາກວິຈານ ການເມືອງ ໃນ ສປປລາວ ຫລາຍ ແຕ່ກໍເປັນພຽງ ການແລກປ່ຽນ ຄວາມຄິດ ຄວາມເຫັນ ຊື່ໆ ໃນທາງ ປະຕິບັດ ນັ້ນມັນ ເປັນໄປໄດ້ຍາກ ເພາະມັນຄາ ຢູ່ບ່ອນວ່າ ຣະບົບ ການປົກຄອງ ມັນບໍ່ສອດຂ່ອງ ກັບສາມັນ ສໍານຶກ ຂອງຄົນ ທົ່ວໄປ ຈື່ງເຮັດໃຫ້ ຄົນສ່ວນຫລາຍ ຢູ່ຊື່ໆ ຣັຖບານ ສັ່ງແນວໃດ ກໍເຮັດແນວນັ້ນ.

ທ່ານເວົ້າວ່າ ຣະບອບ ການປົກຄອງ ໃນລາວ ໃນ ປັດຈຸບັນ ເຖິງວ່າມີການ ສໍ້ຣາສ-ບັງຫລວງ ຢ່າງກວ້າງຂວາງ ບໍ່ມີຄວາມ ເປັນທັມ ໃນສັງຄົມ ເທົ່າທີ່ຄວນ ແຕ່ຄົນລາວ ກໍຍອມຮັບວ່າ ປະຊາຊົນ ມີຢູ່ມີກິນ ບໍ່ເດືອດ ຮ້ອນເທົ່າໃດ:

"ຖ້າວ່າ ຣັຖບານ ບໍ່ມີການ ຄຸ້ມຄອງດີ ໃຫ້ ປະຊາຊົນ ມັນທຸກຈົນ ຫລາຍກ່ວານີ້ ບາງເທື່ອ ອາດມີບັນຫາ ຫລາຍ ຕາມເຮົາຄິດ. ຊູ່ມື້ນີ້ ບໍ່ແມ່ນວ່າ ເຂົາປົກຄອງດີ ແຕ່ວ່າ ຊູ່ມືນີ້ ຊີວິດ ການເປັນຢູ່ ຂອງປະຊາຊົນ ມັນກໍບໍ່ ເຖິງຂັ້ນວ່າ ຈະເດືອດຮ້ອນ".

ຊາວລາວ ສ່ວນຫລາຍ ກໍໄດ້ເຫັນ ໄດ້ຮູ້ວ່າ ສັງຄົມລາວ ໃນປັດຈຸບັນ ມີແຕ່ຜູ້ ມີອໍານາດ ແລະພັກພວກ ເທົ່ານັ້ນ ຢູ່ສະດວກ ສະບາຍ ຫລາຍກວ່າ ປະຊາຊົນ ທັມມະດາ ສາມັນ ທີ່ເປັນຜູ້ ຮັບກັມ ແລະ ໄດ້ແຕ່ຈົ່ມຊື່ໆ ເຮັດຫຍັງ ບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 22, 2012 03:06 PM

ດີແລ້ວທີ່ຜູ້ຂ້າເກີດມາເປັນລາວ ແລະ ມີຊີວິດຢູ່ໃນແຜ່ນດີນລາວ ເຮົາສາມາດກຸ້ມຕົນເອງໄດ້ໂດຍບໍ່ຫວັງໃຫ້ຄົນເຂົ້າມາຫຍຸ້ງກ່ຽວການດຳລົງຊີວິດຂອງຕົນເອງ ດີກ່ວາບາງຄົນທີ່ໄປຂໍເພີ່ງພາຄົນອື່ນ ຢູ່ແຜ່ນດີນອື່ນ.ຢູ່ລາວຖ້າມີແຮງຢາກເວົ້າສາມາດເວົ້າໄດ້ ແຕ່ເວົ້າຫລາຍເຂົາກໍ່ວ່າຄົນບ້າ ຢູ່ພໍດີ ສະບາຍໆ.

Anonymous
Feb 23, 2012 01:33 AM

ເກີດເປັນຄົນຕ້ອງຮູ້ຫນ້າທີ່ຂອງຕົນເອງຢູ່ໃນສັງຄົມ ເພາະເຮົາຈະບໍ່ຈົມກັບແນວຄິດທີ່ງົມງວາຍ.ປະຊາຊົນລາວເລີ່ມຮູ້ຫນ້າທີ່ລັກຢູ່ໃນສັງຄົມຂອງຕົນສັງກັດ ກໍ່ເປັນການຕື່ນຕົວໃນທາງທີ່ຖືກຕ້ອງ ແລະຈະຊ່ວຍປົວແປງວີກິດຕ່າງໆເບົາບາງລົງເທື່ອລະບາດກ້າວ.ຂໍໃຫ້ຄວາມກ້າວຫນ້າທາງດ້ານແນວຄິດຂອງ ປະຊາຊົນລາວທັງຊາຕ ຈົ່ງໝັ້ນຍືນຕາມລັກຄຳສອນ ພຣະໄຕປິດົກ ແປດໝື່ນສີ່ັພັນຂັນເທີ່ນ.

Anonymous
Mar 01, 2012 01:48 PM

ລັດຖະບານຄວນເບີ່ງບັນຫານ້ອຍເປັນບັນຫາສຳຄັນ ໃນການແກ້ໄຂ.

Anonymous
Oct 14, 2014 04:57 PM

ເຖິງ: ຜູ້ອ່ານທີ່ບໍ່ອອກຊື່
ດີແລ້ວ ທີ່ຜູ້ຂ້າ ເກີດມາເປັນລາວ ແລະ ມີຊີວິດ ຢູ່ໃນແຜ່ນດີນລາວ ເຮົາສາມາດ ກຸ້ມຕົນເອງໄດ້ ໂດຍບໍ່ຫວັງ ໃຫ້ຄົນເຂົ້າມາຫຍຸ້ງກ່ຽວ ການດຳລົງຊີວິດ ຂອງຕົນເອງ ດີກ່ວາບາງຄົນ ທີ່ໄປຂໍ ເພີ່ງພາຄົນອື່ນ ຢູ່ແຜ່ນດີນອື່ນ. ຢູ່ລາວຖ້າມີແຮງ ຢາກເວົ້າ ສາມາດເວົ້າໄດ້ ແຕ່ເວົ້າຫລາຍ ເຂົາກໍ່ວ່າຄົນບ້າ ຢູ່ພໍດີ ສະບາຍໆ.
ຄວາມຈິງ ປະເທດລາວ ປັດຈຸບັນນີ້ ກຳລັງ ຂໍທານ ນຳປະເທດອື່ນ, ແຕ່ລະປີ ຫຼາຍຣ້ອຍລ້ານໂດລາ, ຊັບພະຍາກອນ ຂາຍເກືອບໝົດແລ້ວ, ອີກບໍ່ດົນ ຄົນລາວ, ແຜ່ນດິນລາວ ຊິລຸກເປັນໄຟ ຍ້ອນຍາດແຍ່ງ ກັນກິນ, ສາເຫດມາຈາກ ລະບົບການປົກຄອງ ແລະຜູ້ນຳ ທີ່ເຫັນແກ່ຕົວ, ຕົ້ວະປະຊາຊົນ ໄປເລື້ອຍໆ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]