ພນັກງານລາວ ໃຊ້ສິທໃນທາງຜິດ

ເຈົ້າໜ້າທີ່ ທາງການລາວ ມັກໃຊ້ສິທ ຫລິ້ນພັກ ຫລິ້ນພວກ ເພື່ອຜົລ ປະໂຍຊນ໌ ສ່ວນຕົວ.
ຫວາດ ສີມູນ
2012.01.10

ກົດຟັງສຽງ

ທ່ານ ຕົງເຍີທໍ ຮອງປະທານ ຜູ້ປະຈຳກາຣ ສູນກາງ ແນວລາວ ສ້າງຊາຕ ແລະ ອົງກາຣ ຈັດຕັ້ງ ມະຫາຊົນ ໄດ້ກ່າວ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ຫວ່າງມໍ່ໆ ມານີ້ວ່າ ກາຣ ປະຕິບັຕ ໜ້າທີ່ ຄຸ້ມຄອງ ບໍຣິຫາຣ ຕາມຄຳຂວັນ ທີ່ວ່າ "ອຳນາຈແມ່ນ ຂອງ ປະຊາຊົນ ມາຈາກ ປະຊາຊົນ ເພື່ອປົກປ້ອງ ຜົລປະໂຍຊນ໌ ອັນຊອບທັມ ຂອງ ປະຊາຊົນ ຢ່າງແທ້ຈິງ" ນັ້ນ ຍັງບໍ່ທັນ ເຮັດໄດ້ ເທົ່າທີ່ຄວນ ເພາະຍັງມີ ເຈົ້າໜ້າທີ່ ບາງສ່ວນ ຍັງໃຊ້ສິທ ອຳນາຈ ຕໍ່ປະຊາຊົນ ເກີນຂອບເຂຕ ພ້ອມກັບມີ ກາຣລຳອຽງ ແລະ ຫາຜົລປະໂຍຊນ໌ ສ່ວນຕົວ ຢູ່ເປັນປະຈຳ ຈຶ່ງໄດ້ສເນີ ໃຫ້ພາກສ່ວນ ນິຕິບັນຍັຕ ໃຫ້ ເພີ່ມທະວີ ຕິດຕາມ ກວດກາ ຕາມມາຕກາຣ.

ທ່ານ ຕົງເຍີທໍ ຍັງໄດ້ເນັ້ນວ່າ ກາຣອະນຸມັຕ ໂຄງກາຣ ຂຸດຄົ້ນ ຊັພຍາກອນ ທັມຊາຕ ແລະ ກາຣໃຫ້ ສັມປະທານ ທີ່ດິນ ຈຳນວນ ຫລວງຫລາຍ ເທົ່າປັຈຈຸບັນ ຍັງມີ ປະກົດກາຣ ຕ່າງໆເຊັ່ນ: ເວລາຣັຖບາລ ອະນຸມັຕ ແລ້ວ ທາງກາຣ ຝ່າຍແຂວງ ແລະເມືອງ ບໍ່ຮູ້ນຳ ຫລືເວລາ ທີ່ທາງ ແຂວງ-ເມືອງ ມີກາຣ ອະນຸມັຕໃຫ້ ແຕ່ທາງ ສູນກາງ ຊໍ້າພັດ ບໍ່ຮູ້ຈັກນຳ ກໍມີ ທີ່ຄວນຈະໃຫ້ ມີກາຣ ແກ້ໄຂ.

ນອກຈາກນັ້ນ ກາຣຮັບ ແລະ ກາຣຄຸ້ມຄອງ ພນັກງານ ກໍເປັນ ລັກສະນະ ກາຣຫລິ້ນພັກ ຫລິ້ນພວກ ຊຶ່ງບາງກຸ່ມ ເຖິງຈະບໍ່ມີ ຄວາມຮູ້ ຄວາມສາມາຖ ກໍໄດ້ຮັບ ກາຣສົ່ງເສີມ ໃຫ້ໄດ້ຮັບ ຕຳແໜ່ງ ທີ່ ສຳຄັນ ໂດຽທີ່ບໍ່ມີ ກາຣອີງໃສ່ ຜົລງານ ແຕ່ຢ່າງໃດ.

ໃນຂນະດຽວກັນ ທ່ານກໍມີ ຄວາມເປັນຫ່ວງ ນໍາເຣື່ອງກາຣ ໃຫ້ຊາວ ຕ່າງປະເທສ ສັມປະທານ ທີ່ດິນ ຢ່າງຫລວງຫລາຍ ເປັນເວລາ ຫລາຍໆປີ ຕລອດຮອດ ບັນຫາ ກາຣຂຸດຄົ້ນ ແລະ ຕັດໄມ້ ກໍບໍ່ມີກາຣ ຄຸ້ມຄອງ ທີ່ສັກສິທ ແຕ່ຢ່າງໃດ ພ້ອມກັບ ບັນຫາອື່ນໆ ຫລາຍໆຢ່າງ ທີ່ ປະຊາຊົນ ມີຄວາມເປັນຫ່ວງ ແລະ ສົນໃຈ ຫລາຍໃນ ປັຈຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 10, 2012 12:19 PM

ສີ່ງທີ່ທ່ານໄດ້ເວົ້າມານັ້ນ ສ່ວນໃຫຍ່ແລ້ວເປັນຄວາມຈິງ ເພາະມັນສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ໃນວົງການລັດບໍລິຫານ ແລະອື່ນໆ ເຊີ່ງພະນັກງານຜູ້ມີຄວາມຮູ້ ມີປະສົບການ ແລະມີສິນລະທຳທີ່ດີ ຊ້ຳພັດບໍ່ມີການດສົ່ງເສີມກໍ່ສ້າງທົ່າທີ່ຄວນ ສ່ວນການໃຫ້ສຳປະທານທີ່ດິນແກ່ໂຄງການຕ່າງໆ ແມ່ນບໍ່ມີຄວາມເປັນທຳຕໍ່ເຈົ້າຂອງທີ່ດີນ ຊົດເຊີຍຕຳ ຖ້າຕ້ອງທີ່ດີນບ່ອນໃດກໍ່ວາງແຜນເອົາຈົນໄດ້ ເພາະມີພະນັກງານລັດ ສວຍໃຊ້ໜ້າທີ່ຕຳແໜ່ງ ຫາຜົນປະໂຫຍດ ສໍ້ລາດບັງຫຼວງ

Anonymous
Jan 10, 2012 01:17 PM

ຂໍຕໍ່!ບັນຫາການອານຸມັດທີ່ດິນໃຫ້ໂຄງການໃດໜື່ງຂອງບາງແຂວງ ສ່ວນໃຫຍ່ແມ່ນບໍ່ເປັນທຳ ມັກມີລັກສະນະລຳອຽງ ໃຊ້ອຳນາດເກີນຂອບເຂດ ຖ້າຜູ້ມີອຳນາດຢາກໄດ້ທີ່ດິນຢູ່ເຂດໃດກໍ່ຫາວິທີເອົາຈົນໄດ້ ໂດຍບໍ່ສົນໃຈຕໍ່ຫາງສຽງສັງຄົມແຕ່ຢ່າງໃດ ເພາະບໍ່ມີອົງການໃດທີ່ເປັນຕົວແທນປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ເຊີ່ງເຮັດໃຫ້ມີພະນັກງານລັດບາງຄົນສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ລາດບັງຫຼວງ ແພ່ຂະຫຍາຍຫຼາຍຂື້ນ ເຮັດໃຫ້ສັງຄົມບໍ່ໄດ້ຮັບຄວາມເປັນທຳຕະຫຼອດໄລຍະຫຼາຍປີຜ່ານມາ

Anonymous
Jan 11, 2012 01:47 PM

ສະບາຍດີ! RFA ຂ້າພະເຈົ້າມີຄວາມຂັດຂ້ອງໝອງໃຈຫຼາຍກ່ຽວກັບບັນຫາທີ່ດິນ ເຊີ່ງປັດຈຸບັນຍັງແກ້ໄຂບໍ່ທັນຕົກ ເນື່ອງຈາກລັດວິສາຫະກິດ ໄຟຟ້າລາວ ບາງແຂວງ ມີແຜນຈະເອົາທີ່ດິນຂອງນ້ອງ ໄປປຸກສ້າງອາຄານຕ່າງໆ ເພື່ອດຳເນີນທຸລະກິດຫາກຳໄລ ແຕ່ການຊົດເຊີຍພັດຕຳທີ່ສຸດ ໂດຍກຳນົດລາຄາ 2.500ກິບ/ຕາແມັດ ຕາມກົດໝາຍແລ້ວເຂົາເປັນລັດວິສາຫະກິດ ຄວນຈະຊື້ນຳເຈົ້າຂອງທີ່ດິນ ຫຼືສຳປະທານນຳລັດ ຈື່ງຈະຖືກຕ້ອງ. ແຕ່ອົງການທີ່ກ່ຽວຂ້ອງກ່ຽວຕ່າງໆ ພັດບໍ່ມີການແກ້ໄຂບັນຫານີ້ຢ່າງຈິງຈັງເທົ່າທີ່ຄວນ

Anonymous
Jan 11, 2012 11:37 AM

ສັງຄົມອ່ອນແອ ຍ້ອນລັດ ຄວບຄຸທສື່ຫຼາຍພິລຶກ ເບິ່ງວິທະຍຸສາກົນແຫ່ງປະເທດຈີນ ຫາກໍ່ມາເປີດສະຖານີ ບໍ່ໄດ້ພໍທໍ່ໃດ໋ປີ ເຂົາຍັງມີລາຍການຫຼາກຫຼາຍກວ່າ ວທຍ ແຫ່ງຊາດລາວ ທຸກຄື້ນ ໂຄສົກກໍ່ເວົ້າພາສາລາວໄດ້ດີກວ່າ ເປັນຕາງຶດງໍ້ ອັດສະຈັນໃຈ ວທຍ ແຫ່ງຊາດລາວ ສ້າງຕັ້ງມາ ຈັກວ່າທໍ່ໃດ ປີ ແຕ່ຍັງບໍ່ໃຫຍ່ ມີແຕ່ ເດັກຊາວໜຸ່ມ ຈັດລາຍການເພງເກືອບໝົດມື້( ນອກຈາກຂ່າວຈາກສະຖານີ້ ມື້ລະສອງສາມ ຊມ ທໍ່ນັ້ນ )
ເປັນຕາອາຍ! ໂຄສົກສ່ວນຫຼາຍເວົ້າພາສາລາວຖືກໆຜິດໆ ສົມເພດໂຕເອງອີ່ຫຼີ ທີ່ຊ່ອຍຫຍັງບໍ່ໄດ້ຫຼາຍ. ຂອບໃຈ

Anonymous
Jan 14, 2012 07:19 AM

ຍ້ອນບໍຮູ້ຄວາມໝາຍຂອງສິດ ແລະ ອຳນາດນີ້ລະສຳຄັນຫລາຍຕໍການດຳເນີນຊີວິດປະຈຳວັນ ອັນໄດ ກໍຕົວກູ..ຂອງກູ..ກູໄຫ່ຽ ສິ່ງນີ້ລະ!ພາໃຫ້ສັງຄົມ ແລະ ປະເທດຊາດ ແຫລກທຸກປ່າງໄນປັດຈຸບັນນີ້.

Anonymous
Jan 11, 2012 01:25 PM

ສະບາຍດີ! ຜູ້ອຳນວຍການ ວິທະຍຸເອເຊຍເສລີ ຂ້າພະເຈົ້າເປັນຜູ້ໜື່ງ ທີ່ໄດ້ຕິດຕາມຂ່າວຂອງທ່ານມາໄດ້ຫຼາຍປີແລ້ວ ສະນັ້ນ, ຂໍຄວາມກະລຸນນາທ່ານ ຊ່ວຍສະແດງຄວາມຄິດເຫັນຂອງແຕ່ລະທ່ານ ອອກມາຢູ່ໜ້າWeb ຂອງທ່ານ ຈະເປັນໄປໄດ້ບໍ່ ເພື່ອຈະຮູ້ໄດ້ວ່າຍັງ ມີຫຼາຍທ່ານຂັດຂ້ອງໝອງໃຈອັນໃດກໍພໍໃຫ້ຄຳປືກສາກັນໄດ້
ຂອບໃຈ!!!

Anonymous
Jan 11, 2012 01:26 PM

ສະບາຍດີ! ຜູ້ອຳນວຍການ ວິທະຍຸເອເຊຍເສລີ ຂ້າພະເຈົ້າ ທີ່ໄດ້ຕິດຕາມຂ່າວຂອງທ່ານມາໄດ້ຫຼາຍປີແລ້ວ ສະນັ້ນ, ຂໍຄວາມກະລຸນນາທ່ານ ຊ່ວຍສະແດງຄວາມຄິດເຫັນຂອງແຕ່ລະທ່ານ ອອກມາຢູ່ໜ້າWeb ຂອງທ່ານ ຈະເປັນໄປໄດ້ບໍ່? ເພື່ອຈະຮູ້ໄດ້ວ່າຍັງ ມີຫຼາຍທ່ານຂັດຂ້ອງໝອງໃຈອັນໃດກໍພໍໃຫ້ຄຳປືກສາກັນໄດ້
ຂອບໃຈ!!!

Anonymous
Jan 10, 2012 01:00 PM

ປັດຈຸບັນມີອົງການລັດບາງແຂວງໄດ້ເອົາທີ່ດິນຂອງປະຊາຊົນຈຳນວນໜື່ງຢູ່ໃກ້ຕົວເມືອງໃຫຍ່ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ເປັນຈຳນວນຫຼາຍເຮັກຕາ ໂດຍບໍ່ໃຫ້ມີການສຳປະທານທີ່ດິນນຳລັດ ໃຫ້ເປັນຂອງລັດວິສາຫະກິດໄຟຟ້າເປັນເຈົ້າສິດນຳໃຊ້ ດ້ວຍການອອກໃບຕາດິນເປັນຂອງເຂົາເລີຍ ເພື່ອດຳເນີນທຸລະກິດ ແຕ່ການຊົດເຊີຍທີ່ດິນແມ່ນຕຳທີ່ສຸດ 2.500ກີບ/m2 ລາຄາຕົວຈິງບໍ່ຕຳກວ່າ 250.000ກີບ/m2 ເຊີ່ງມີການຈັດຕັ້ງ ປະສານງານເປັນທິມງານ ຂອງຜູ້ມີອຳນາດບາງອົງການ ດ້ວຍການໃຊ້ສິດອຳນາດເກີນຂອບເຂດ ເຊີ່ງບັນຫາດັ່ງກ່າວນີ້ ທາງພາກລັດເຮັດຖືກຕ້ອງແລ້ວບໍ່

Anonymous
Jan 10, 2012 01:08 PM

ຂໍຕໍ່! ລັດວິສາຫະກິດໄຟຟ້າລາວ ເປັນອົງການຂອງລັດທີ່ດຳເນີນທຸລະກິດເພື່ອຫວັງຜົນກຳໄລ ຖ້າຕ້ອງການທີ່ດິນເພື່ອດຳເນີນທຸລະກິດ ກໍ່ຕ້ອງໄດ້ຊື້ນຳປະຊາຊົນຕາມລາຄາທີ່ສາມາດຕົກລົງການໄດ້ ຫຼືສຳປະທານທີ່ດິນນຳລັດ ແຕ່ຊ້ຳພັດເອົາທີ່ດິນມາເປັນຂອງຕົນເອງ ແລະມາແບ່ງປັນກັນຕາມພາຍຫຼັງ ການກະທຳດັ່ງກ່າວນີ້ເປັນທຳແລ້ວບໍ່ ຕໍ່ປະຊາຊົນ

Anonymous
Jan 14, 2012 04:17 AM

ເຫັນດ້ວຍກັບຄວາມຄຶດເຫັນທີ່ພວກຣັຖທີ່ຈະປັບປົງແກ້ໃຂຕວດສອບຄວາມຮູ້ຄວາມສາມາດຂອງພະນັກງານທຸກໆພະແນກ.ເພື່ອຄວາມກ້າວໜ້າຂອງປະເທດຊາດອັນໄດ້ມາແຫ່ງຄຸນນະພາບຂອງພະນັກງານບໍຣິຫານປະເທດທີ່ບໍ່ແມ່ນລະບອບອູປຖັມຫລືສືບທອດອຳນາດດວ້ຍວົງຕະກູນ.