ຊາວຄຣິສຈຽນ ລາວ-ໄທຖືກຈັບ
2012.06.25
ເຈົ້າໜ້າທີ່ ທາງການລາວ ໄດ້ຈັບຊາວ ຄຣິສຈຽນ 4 ຄົນ ຊາວໄທ 2 ຄົນ ແລະລາວ 2 ຄົນ ຄຸມຂັງໄວ້ ຢູ່ພາກເໜືອ ຂອງລາວ ໃນຂໍ້ຫາ ວ່າໄດ້ ອະທິບາຍ ກ່ຽວກັບ ພຣະຄໍາພີ ໃຫ້ຄົນລາວຟັງ. ອີງຕາມ ລາຍງານຂອງ ອົງການຂ່າວ BosNewsLife ວັນເສົາທີ 23 ມິຖຸນາ 2012.
ນາງ ສີຣິກຸນ ປຣະເສີດສີ ຜູ້ອໍານວຍ ການອົງການ ສິ້ງຊອມ ສິດທິມະນຸດ ເພື່ອເສຣີພາບ ໃນການນັບຖື ສາສນາ ໃນລາວ ຫລື ອົງການ HRWLRF ກ່າວວ່າ ຊາວໄທຄຣິສຈຽນ ທ່ານ ໂຢນາສາ ວິວັດດໍາຣົງ ອາຍຸ 54 ປີ ແລະ ນ້ອງຊາຍ ທ່ານ ພັນທະກອນ ອາຍຸ 40 ປີ ໄດ້ຖືກຈັບ ແຕ່ມື້ວັນທີ 16 ມິຖຸນາ 2012 ຢູ່ບ້ານ ໂພນສໍາພັນ ແຂວງ ຫລວງນໍ້າທາ. ສ່ວນຊື່ ຂອງຊາວ ຄຣິສຈຽນລາວ ສອງຄົນ ທີ່ໄດ້ ຖືກຈັບໄປ ຍັງບໍ່ທັນ ໄດ້ຖືກ ເປີດເຜີຍເທື່ອ.
ທັງ 4 ຄົນໄດ້ຖືກຈັບ ເມື່ອເວລາ ພາກັນ ໄປຢ້ຽມຢາມ ເຮືອນ ຂອງຊາວລາວ ຄຣິສຈຽນ ໃນບ້ານ ໂພນສໍາພັນ ຫລັງຈາກ ມີຄົນໄປແຈ້ງຕໍ່ ເຈົ້າໜ້າທີ່ ຕໍາຣວດ ທ້ອງຖິ່ນ. ອີງຕາມ ການກວດສອບ ຂອງ ອົງການ HRWLRF ຈື່ງຮູ້ວ່າ ຜູ້ທີ່ໄປ ແຈ້ງຄວາມຕໍ່ ເຈົ້າໜ້າທີ່ ຕໍາຣວດ ທ້ອງຖິ່ນ ນັ້ນ ບໍ່ພໍໃຈທີ່ ທ່ານ ໂຢນາສາ ໄປທ່ຽວ ອະທິບາຍ ກ່ຽວກັບ ພຣະຄໍາພີ ຂອງເຍຊູ ໃຫ້ຄົນຟັງ.