ທາງການທ້ອງຖິ່ນໃນລາວ ປະຕິເສດເຣື່ອງກັກຂັງ

ເຈົ້າໜ້າທີ່ ໃນເຂດ ທ້ອງຖິ່ນ ປະຕິເສດ ວ່າບໍ່ໄດ້ ຈັບກັກຂັງ ໄທບ້ານ ທີ່ນັບຖື ສາສນາ ຄຣິສຈຽນ.
ໂພໄຊສວັດ
2012.03.27

ກົດຟັງສຽງ

ຫລັງຈາກທີ່ ໜັງສືພິມ BosNewslife ໄດ້ລາຍງານ ຂ່າວວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ໄດ້ຈັບ ກັກໂຕ ໄທບ້ານ ທີ່ນັບຖື ສາສນາ ຄຣິສຈຽນ ຢູ່ບ້ານບົວຄໍາ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ໃນ ມື້ວັນທີ 25 ມີນາ 2012 ຍ້ອນວ່າໄດ້ ພາກັນ ມາເຮັດພິທີ ທາງ ສາສນາ ໄຫວ້ວອນ ພຣະເຈົ້າ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກ ອໍານາດ ປົກຄອງ. ເຈົ້າໜ້າທີ່ ປກສ ເມືອງ ອາດສະພັງທອງ ໄດ້ອອກມາ ປະຕິເສດ ວ່າການສເນີ ຂ່າວຂອງ ໜັງສືພິມ BosNewslife ບໍ່ມີມູນ ຄວາມຈິງ:

"ບໍ່ມີພວກເຮົາ ບໍ່ໄດ້ຈັບໃຜ ເມືອງພວກເຮົາ ບໍ່ໄດ້ ຈັບກຸມໃຜ ຄຣິສຈຽນ ກໍບໍ່ມີ ຢູ່ເມືອງພວກເຮົາ ມີແຕ່ພຸທ ບ້ານບົວຄໍາ ນີ້ມີແຕ່ວ່າ ຊາວບ້ານບົວຄໍາ ຖື ສາສນາພຸທ ໝົດ ບໍ່ມີຄຣິສຈຽນ ບໍ່ມີ ຈັບກຸມໃຜ".

ເຖິງຢ່າງໃດ ກໍຕາມ ໄທບ້ານ ທີ່ນັບຖື ສາສນາ ຄຣິສຈຽນ ຜູ້ນຶ່ງທີ່ ຢູ່ໃນເຫດການ ຢືນຢັນວ່າ ມີການ ຈັບກຸມຄຸມຂັງ ໄທບ້ານ 5 ຄົນ ທີ່ນັບຖື ສາສນາ ຄຣິສຈຽນ ນີ້ແທ້. ພວກຂະເຈົ້າ ມາຈາກ ບ້ານໂພໄຊ ເພື່ອພາກັນ ເຮັດພິທີ ສາສນາ ໄຫວ້ພຣະເຈົ້າ ຂໍໃຫ້ຊ່ວຍ ເຫລືອ ຄົນໃນຄອບຄົວ ທີ່ເຈັບປ່ວຍ ໃຫ້ຫາຍເຊົາ. ການທີ່ຕ້ອງ ໄດ້ມາ ບ້ານບົວຄໍາ ກໍເພາະວ່າ ຢູ່ບ້ານໂພໄຊ ບໍ່ມີ ສະຖານທີ່ ເພື່ອເຮັດ ພິທີທາງ ສາສນາ. ຈຸດປະສົງ ກໍເພື່ອ ຂໍພອນ ຈາກພະເຈົ້າ ແລະວ່າບໍ່ມີ ຈຸດໝາຍ ຢ່າງອື່ນ ແອບແຝງ ຢູ່ເລີຍ.

ສໍາລັບການ ໃສ່ໂທດ ຜູ້ທີ່ຖືກຈັບ ກໍມີແຕ່ ກັກໂຕໄວ້ ປະມານ 2 ຊົ່ວໂມງ ແລະ ໃຫ້ເຊັນສັນຍາ ວ່າຈະບໍ່ກັບ ຄືນມາເຮັດ ພິທີທາງ ສາສນາ ຢູ່ ບ້ານບົວຄໍາ ອີກ. ໄທບ້ານ ທີ່ນັບຖື ສາສນາ ຄຣິສຈຽນ ເວົ້າວ່າ:

"ຂະເຈົ້າມາ ນະມັສການ ພຣະເຈົ້າ ວັນອາທິດ ຄົນບ້ານນອກ ເຂົ້າມາ ມານະມັສການ ຮ່ວມກັນ ວັນອາທິດ ແລະ ຂະເຈົ້າ ບໍຢາກໃຫ້ ນະມັສການ ນໍາຈັບໄປ ຄຸມຂັງໄວ້ ແລະ 2 ໂມງຮອດ 4 ໂມງແລງ ແລ້ວເຂົາ ກໍບັງຄັບໃຫ້ ເຊັນ ບໍ່ໃຫ້ມາອີກ ຖ້ຽວໜ້າ".

ເຖິງວ່າຂໍ້ມູນ ທັງສອງຝ່າຍ ຈະຢືນຢັນ ໂດຍທີ່ບໍ່ ສອດຄ່ອງກັນ ແຕ່ບັນຫາ ກ່ຽວກັບ ການນັບຖື ສາສນາ ໃນລາວ ກໍມີຂ່າວຄາວ ເລື້ອຍມາ ເຫດການ ທີ່ໄດ້ເກີດຂຶ້ນ ໃນມື້ວັນທີ 25 ມີນາ 2012 ຢູ່ບ້ານບົວຄໍາ ຊໍ່ໃຫ້ ເຫັນວ່າ ບັນຫາ ກ່ຽວກັບສິດ ເສຣີພາບໃນການນັບຖື ສາສນາ ໃນລາວ ຍັງຈະສືບຕໍ່ ໄປອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 27, 2012 08:36 AM

ພວກລີ້ນງູກ່ານປ້ອງ,ງູເຫົ່າ,ງູຈົງອາງ ລົບລີ້ນປີ້ນເປັນ ແບບຊົ່ວເຊັ່ນເຫັນຊາຕໄດ້ທຸກເມື່ອ.ຖ້າຖາມວ່າ ແມ່ນໄຜສັ່ງ ຂ້າພຣະ ອາຈານ ບຸນມາກ ເຂົາຕອບໄດ້ບໍ? ຖ້າຕອບໄດ້ ແມ່ນຈະເຊື່ອໄດ້ທຸກຢ່າງ ເພາະຜູ້ ສັ່ງຂ້າ ຍັງມີຊີວິດຢູ່.ຕອບແດ໋, ຈະບໍ່ຂໍຈ່ອງກັມ ຈອງເວນດອກ ເພາະ ທຸກໆ ທ່ານ ອາຈານ ສັ່ງໄວ້ແລ້ວ.

Anonymous
Mar 28, 2012 01:13 AM

ບັນຫາແບບດຽວກັນນີ້ແລ້ວ,ຢູ່ທາງຊຳທອງລ່ອງແຈ້ງ ປະຊາຊົນ ເຂດນອກພາກັນມາເຮັດ ມີຊາ ພວກຫນ້າມານ ໃຈຍັກ ກໍ່ເອົາ ຄຸນພໍ່ Peter ສາສນາ ນິກາຍ ຄາໂທລິກ ໄປຂ້າຕອນເຂົ້າມາມີອຳນາດ.ເພາະປະຊາຊົນ ເຂົາສັດທາ ໃນສາສນາ ດັ່ງກ່າວມາແຕ່ໄດໆພຸ້ນ.