ການອອກຂ່າວໃນລາວ ຍັງປິດບັງຄວາມຈິງ

ຊາວລາວ ບາງຈໍາພວກ ເຊື່ອວ່າ ການສະເໜີຂ່າວ ອອກຂ່າວ ໃນລາວ ມີການ ປິດບັງ ບໍ່ສາມາດ ເວົ້າເຖີງ ເຣື້ອງສໍາຄັນ ຫຼື ເຫດການ ທີ່ແທ້ຈິງ.
ສົມເນ
2012.01.31

ກົດຟັງສຽງ

ໃນກໍຣະນີ ເຣື້ອງເຫດການ ສໍາຄັນ ທີ່ມີຜົນ ກະທົບຕໍ່ ປະຊາຊົນ ແລະຕໍ່ ປະເທດຊາດ ຣັຖບານ ຍັງປິດບັງ ຈາກ ປະຊາຊົນ. ຕາມຄໍາເຫັນ ຂອງ ປະຊາຊົນ ຄົນນື່ງ:

"ຍັງປິດບັງ ຢູ່ຫລາຍ ເປັນຕົ້ນເຣື້ອງ ຄາຕກັມ ເຣື້ອງການເມືອງ ເຣື້ອງຫຍັງຄືກັນ ຫລາຍເຣື້ອງ ມັນບໍ່ຈັກສີ່ເວົ້າ ບໍ່ຮູ້ເຫດຜົນ ຂອງ ຣັຖບານລາວ ສະເໜີຂ່າວ ໂດຍກົງ ແບບສະເໜີ ແນວນັ້ນ ດີກວ່າ ປະຊາຊົນ ຢາກ ຮັບຮູ້ ຄືກັນ".

ຊາວລາວ ຜູ້ນີ້ເວົ້າ ຕໍ່ໄປວ່າ ຕາມຄວາມຄິດເຫັນ ສ່ວນໂຕແລ້ວ ຢາກໃຫ້ ຣັຖບານ ອະນຸຍາດ ເຣື້ອງເປີດ ໂອກາດໃຫ້ ປະຊາຊົນ ໄດ້ຮັບຮູ້ ຂໍ້ມູນຂ່າວສານ ໃນທາງລົບ ຫລາຍຂື້ນກວ່າເກົ່າ ເພື່ອຈະໄດ້ ປຽບທຽບ ເບິ່ງ ຄວາມຈິງ. ທຸກວັນນີ້ ມີແຕ່ ປະຊາຊົນ ຈໍານວນນ້ອຍໆ ທີ່ສາມາດ ເຂົ້າເຖິງຂ່າວ ທາງ ອິນເຕີເນັດ ໄດ້ມີໂອກາດ ອ່ານຂ່າວຈາກ ແຫ່ລງຂ່າວ ນອກປະເທດ ທີ່ອອກຂ່າວ ໃນທາງບວກ ແລະທາງລົບ ພ້ອມໆກັນ.

ໃນຂນະດຽວກັນ ຊາວລາວ ອີກຜູ້ນື່ງ ເວົ້າວ່າ ການອອກຂ່າວ ໃນລາວ ແມ່ນເປັນໄປ ຕາມການ ເປີດເຜີຽ ຂອງຣັຖບານ ເທົ່ານັ້ນ:

"ຄັນໃຫ້ເວົ້າ ຄວາມເປັນຈິງ ກໍແມ່ນ ແບບວ່າ ພັກດຽວ ປົກຄອງ ແບບລະບອບ ຄອມມູຍນິສ ເພາະວ່າມັນ ບໍ່ມີຫລາຍພັກ ຫລາຍພວກ. ຜູ້ໃຫ່ຽເວົ້າ ແນວນີ້ແລ້ວ ກໍແລ້ວ ມັນກໍເທົ່ານັ້ນ ບ້ານເມືອງ ຂ້ອຍກໍບໍ່ ເຂົ້າໃຈ ເຣື້ອງບັນຫາ ຣັຖບານ".

ຊາວລາວ ໃນນະຄອນຫລວງ ວຽງຈັນ ເຫັນວ່າ ແຕ່ໃດໆມາ ທາງການລາວ ກໍຖືວ່າ ສື່ມວລຊົນ ເປັນພລັງສໍາຄັນ ຂອງ ພັກແລະຣັຖ ແຕ່ມີນ້ອຍຄັ້ງ ທີ່ເວົ້າວ່າ ສື່ມວລຊົນ ເປັນກະບອກສຽງ ຂອງ ປະຊາຊົນ ເພື່ອຜົນ ປໂຍດຂອງ ປະຊາຊົນ. ການລາຍງານຂ່າວ ໃນແຕ່ລະວັນ ກໍຫັວງວ່າ ຢາກໃຫ້ ປະຊາຊົນ ເຊື່ອຟັງແຕ່ ພັກແລະຣັຖ ເທົ່ານັ້ນ.

ປະຊາຊົນ ທີ່ອອກ ຄວາມເຫັນນີ້ ເວົ້າວ່າ ຢາກໃຫ້ ຣັຖບານ ເປີດເຜີຽບັນຫາ ທີ່ຈະມີ ຜົນກະທົບ ຕໍ່ ປະຊາຊົນ ແລະຕໍ່ ປະເທດຊາດ ເພື່ອວ່າຈະໄດ້ ເຂົ້າໃຈຕື່ມ ເພາະວ່າ ສິ່ງໃດທີ່ ຣັຖບານ ເຮັດດີ ມັນກໍດີ ຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 01, 2012 09:23 PM

ສປປລ ມີປະຊາທິປະໄຕ ຮວມສູນແນ່ນອນແລ້ວ ການອອກຂ່າວກໍ່ມີແຕ່ ຈຸດດີ ຂ້າງດຽວປະກາດອອກເປັນປະຈຳບໍ່ໃຫ້ເຫືອດຫາຍໄດ້ ແຕ່ຈຸດອ່ອນ ກໍ່ຄືພະຍາດອັນຮ້າຍກາດ ເພິ່ນຕ້ອງປົກປິດໄວ້ ບໍ່ຍອມໃຫ້ໄຜໆປິ່ນປົວຊ່ວຍ ແທນທີ່ສອນພວກ ເຄີຍສຳມະນາມາແລ້ວວ່າ ຂ້າພະຍາດເອົາຄົນ ແຕ່ເພິ່ນເອງປະຕິບັດຕົງກັນຂ້າມ ຂ້າຄົນຕາໄສໆ ຮັກສາພະຍາດໄວ້ ເພື່ອໃຫ້ຮຸ້ນຫນູ່ມນ້ອຍເອົາເປັນບົດຮຽນ ເຖິງຈະປິດ ເທົ່າໄດມັນກໍ່ບໍ່ໄດ້ດອກ ພຽງແຕ່ເຂົາບໍ່ທັນຕ້ອງການປ່ອຍ ຄວາມເປັນມາໃນຮອບ ສາມທົດສະວັດທີ່ ຜ່ານມາເທົ່ານັ້ນລະ!ຕໍ່ໄປບໍນານຈະເຊີນຊວນລາວທັງໂລກ ເບິ່ງຄວາມເປັນຈິງຕ່າງໆໄນ youtube ໄດ້ເພື່ອຄວາມສະບາຍໃຈ.