ຄຸນນະພາບຂອງນັກຂ່າວ ຄືການຂຽນຂ່າວ

ເຈົ້າໜ້າທີ່ ລາວ ວ່າ ຄຸນນະພາບ ຂອງນັກຂ່າວ ມີຜົນກະທົບ ໂດຍກົງ ຕໍ່ວຽກງານ ສື່ມວລຊົນ.
ສົມເນ
2010.12.17

ກົດຟັງສຽງ

ເຈົ້າໜ້າທີ່ ລາວ ວ່າ ສື່ມວລຊົນ ລາວ ຍັງບໍ່ມີ ປະສິດທິພາບດີ ເມື່ອທຽບກັບ ສື່ມວລຊົນ ໃນກຸ່ມ ອາຊຽນ ດ້ວຍກັນ. ທ່ານວ່າ ຄຸນນະພາບ ຂອງນັກຂ່າວ ມີຄວາມສໍາຄັນ ຕໍ່ວຽກງານ ຂອງຫນ່ວຍງານ ທີ່ກ່ຽວຂ້ອງ ແລະ ຕໍ່ວຽກງານ ຖແລງຂ່າວ ແລະ ໂຄສະນາ ຂອງ ສື່ມວລຊົນລາວ ທີ່ຢາກອອກຂ່າວ ໃຫ້ຖືກຕ້ອງ ຕາມຄວາມເປັນຈິງ ແລະ ເຊື່ອຖືໄດ້. ທ່ານວ່າ ຜ່ານມາ ບາງເທື່ອກໍມີ ການອອກຂ່າວ ທີ່ບໍ່ຖືກຕ້ອງ ຕາມຄວາມເປັນຈິງ ມັນເຮັດໃຫ້ ຫນ່ວຍງານ ທີ່ກ່ຽວຂ້ອງ ໄດ້ຮັບຄວາມ ບົກຜ່ອງ ແລະ ມັນກໍສະແດງ ເຖິງຄຸນນະພາບ ຂອງ ສື່ມວລຊົນລາວ ອີກດ້ວຍ. ຕາມຄໍາເຫັນ ຂອງເຈົ້າໜ້າທີ່ ກົມອາຊຽນ ກະຊວງການ ຕ່າງປະເທດ ສປປ ລາວ ໃນເວລາ ໃຫ້ສໍາພາດແກ່ ສື່ມວລຊົນລາວ ທີ່ນະຄອນຫລວງ ວຽງຈັນ ເມື່ອບໍ່ນານ ມານີ້:

"ສື່ມວນຊົນນີ້ ພວກເຮົາ ຖືວ່າເປັນ ເຄື່ອງມືທີ່ ສໍາຄັນຫລາຍ ຕ້ອງມີຄວາມ ເຂົ້າໃຈ ແລະ ກໍໃຫ້ມີຄວາມ ຕັ້ງອົກຕັ້ງໃຈ ປະກອບສ່ວນ ຄືກັນ ບໍ່ແມ່ນວ່າ ໄປອອກບິດເບືອນ ຄວາມເປັນຈິງ ທີ່ມັນມີຢູ່ ໃນພາກພື້ນ ເອເຊັຽ ພວກເຮົາ ມັນມີຫລາຍໆຢ່າງ ທີ່ອາຊຽນ ໄດ້ຮ່ວມມືກັນ".

ເຈົ້າໜ້າທີ່ລາວ ວ່າລະດັບ ການພັທນາ ໃນ ສສປ ລາວ ຍັງຕໍ່າຢູ່ ຖ້າທຽບກັບ ຫລາຍປະເທດ ສະມາຊິກ ອາຊຽນ. ຍັງມີຫລາຍດ້ານ ທີ່ ສປປ ລາວ ຕ້ອງໄດ້ຍົກ ລະດັບການ ພັທນາ ໃຫ້ທຽມທັນ ປະເທດອື່ນ ເພື່ອປະກອບສ່ວນ ໃນການສ້າງ ປະຊາຄົມ ອາຊຽນ ໃຫ້ສໍາເຣັດ ໃນປີ 2015.

ເຈົ້າໜ້າທີ່ ກົມອາຊຽນ ຕ້ອງການຢາກ ໃຫ້ເຜີຽແພ່ ຂ່າວສານ ການພົວພັນ ວຽກງານ ກ່ຽວກັບອາຊຽນ ຕື່ມ ເພື່ອສ້າງຄວາມ ເຂົ້າໃຈໃຫ້ ຄົນລຸ້ນຕໍ່ໆໄປ ຫລືວ່າ ເອົາສອດແຊກ ເຂົ້າໃນຫລັກສູດ ການສອນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.