ສື່ມວລຊົນຄວນເປັນ ຕົວແທນປວງປະຊາ
2010.11.18
ກົດຟັງສຽງ
ອະດີດຮອງ ຣັຖມົນຕຣີ ກະຊວງ ແຖລງຂ່າວ ແລະ ວັທນາທັມ ແລະ ອະດີດ ປະທານ ສະມາຄົມ ແຫ່ງຊາຕ ສປປລາວ ວ່າ ໃນຣະຍະ ທີ່ຜ່ານມາ ກາຣອອກຂ່າວ ຄາວຕ່າງໆ ຂອງທາງ ສື່ມວລຊົນ ແມ່ນລ້ວນແຕ່ ໄດ້ນຳເຣື່ອງ ຜົລງານຕ່າງໆ ອັນໜ້າສັລເສີນ ມາລົງເປັນຂ່າວ ເພື່ອໃຫ້ ປະຊາຊົນ ຮູ້ຈັກ ແລະ ເກີດຄວາມ ພາກພູມໃຈ ຕໍ່ກາຣນຳພາ ຂອງ ພັກ-ຣັຖ ເປັນຢ່າງດີ ແຕ່ຍັງ ປາກົດວ່າ ກາຣສເນີ ເນື້ອໃນຂອງເຣື່ອງ ແລະ ບົດຂ່າວ ບໍ່ທັນໜັກແໜ້ນ ຊຶ່ງສ່ວນຫລາຍ ມີແຕ່ກາຣ ເນັ້ນໃສ່ແຕ່ ກອງປະຊຸມ ຫລືກາຣຕ້ອນຮັບ ບັນດາຜູ້ນຳ ຣະດັບຕ່າງໆ ເທົ່ານັ້ນ ໂດຽບໍ່ມີກາຣ ລົງເຖິງ ຂະບວນກາຣ ປະຕິວັຕ ຂອງ ປະຊາຊົນ ຕາມຮາກຖານ ແຕ່ຢ່າງໃດ.
ທ່ານບົວບານ ວໍລະຂຸນ ພະນັກງານ ບໍານານ ອະວຸໂສ ໃຫ້ຄໍາເຫັນ ດັ່ງກ່າວ ໃນມື້ວັນທີ່ 16 ພຶສຈິກາ ນີ້ ຊຶ່ງທ່ານໄດ້ ກ່າວຢ້ຳວ່າ ຍ້ອນຣະດັບ ຂອງນັກຂ່າວ ລາວ ບໍ່ມີພິກ ໄຫວ ທ່ວງທັນກັບ ກາຣປ່ຽນແປງ ທາງເສຖກິຈ ແລະສັງຄົມ ທີ່ອາຈເປັນ ດ້ວຍທີ່ວ່າ ນັກຂ່າວຜູ້ໜຶ່ງ ມີວຽກຫລາຍ ໜ້າທີ່ນັ້ນ ກໍເປັນໄດ້ ແຕ່ກໍຄວນ ທີ່ຈະຊອກ ຊ່ອງທາງ ຄົ້ນຄວ້າ ເພື່ອໃຫ້ສາມາດ ຍົກຣະດັບ ວິຊາອາຊີພ ຂອງຕົນ ໃຫ້ມີຄຸນພາບ ດີຂຶ້ນເລື້ອຍໆ.
ໃນຂນະດຽວກັນນີ້ ທ່ານ ບໍ່ແສງຄໍາ ວົງດາຣາ ຮອງຣັຖມົນຕຣີ ກະຊວງ ແຖລງຂ່າວ ແລະ ວັທນາທັມ ພ້ອມເປັນ ປະທານ ສະມາຄົມ ນັກຂ່າວລາວ ກໍວ່າ ບັນດາ ສື່ມວລຊົນ ລາວ ກໍເຄີຽໄດ້ຮັບ ກາຣຝຶກອົບຮົມ ທັ້ງພາຄຣັຖ ແລະ ອົງກາຣ ຈັດຕັ້ງສາກົລ ມາແລ້ວ ຫລາຍໆເທື່ອ.
ກ່ຽວກັບເຣື່ອງນີ້ ທ່ານ ວິໄລທອງ ສີຊານົນ ຜູ້ອໍານວຍກາຣ ສະຖາບັນ ສື່ມວລຊົນ ກໍວ່າ ສິ່ງທີ່ທ້າທາຍ ສຳລັບ ສື່ມວລຊົນ ລາວ ໃນປັຈຈຸບັນ ກໍແມ່ນດ້ານ ກາຣພັທນາ ບຸຄລາກອນ ໃຫ້ມີສະພາບ ດີຂຶ້ນກວ່າເກົ່າ ແຕ່ທາງຫາງສຽງ ຂອງສັງຄົມ ໃນລາວ ປັຈຈຸບັນ ນີ້ນັ້ນ ແມ່ນຢາກ ໃຫ້ທາງນັກ ຂ່າວລາວ ເອົາເຣື່ອງຄວາມຈິງ ອື່ນໆເຊັ່ນ: ກາຣທຸຈຣິຕ ກາຣລັກລອບ ຕັດໄມ້ ທຳລາຍປ່າ ແລະ ຄວາມເປື່ອຍເຍື່ອຍ ຂອງສັງຄົມ ອອກມາເວົ້າ ໜ້ອຍໜຶ່ງແດ່ ຄືຈະເປັນກາຣດີ ເພື່ອອະນາຄົຕ ຂອງບ້ານເມືອງ ແລະ ປະເທສຊາຕ.