ລາວຈະປ່ຽນລະບົບ ສື່ສານເປັນດີຈີໂຕນ
2010.11.18

ກົດຟັງສຽງ
ດຣ. ບໍ່ແສງຄຳ ວົງດາຣາ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ຖແລງຂ່າວ ແລະ ວັທນະທັມ ກ່າວວ່າກິຈ ການງານ ສື່ມວນຊົນ ຂອງລາວ ຕ້ອງເລັ່ງພັທນາ ຫັນປ່ຽນ ທຸກລະບົບ ໃຫ້ທັນສໄມ ແລະມີ ປະສິດທິພາບ ຍິ່ງຂຶ້ນ ເພື່ອໃຫ້ເທົ່າທຽມ ກັບປະເທດ ສະມາຊິກ ອາຊຽນ ພາຍໃນປີ 2015. ດຣ. ບໍ່ແສງຄຳ ເວົ້າ ໃນຕອນນຶ່ງວ່າ:
"ຊຶ່ງຕາມກອງ ປະຊຸມ ຂອງບັນດາ ຣັຖມົນຕຣີ ກະຊວງ ຖແລງຂ່າວ ປະເທດອາຊຽນ ໄດ້ຕົກລົງກັນ ແລ້ວວ່າ ຈະພຍາຍາມ ເຮັດແນວໃດ ໃຫ້ຮອດ 2015 ໃຫ້ທຸກປະເທດ ອາຊຽນ ໃຫ້ຫັນຈາກ analog ໄປຫາລະບົບ digital ໃຫ້ເປັນພື້ນຖານ".
ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນນີ້ ການສື່ສານ ຂອງສື່ມວນຊົນ ລາວ ກຳລັງຫັນປ່ຽນ ເທື່ອລະໜ້ອຍ ເພື່ອພັທນາ ບຸຄລາກອນ ໃຫ້ມີຄວາມ ສາມາດຫລາຍຂຶ້ນ ໂດຍເນັ້ນໃສ່ ການພັທນາ network internet, ໂທຣະພາບ, ວິທຍຸ, ໜັງສືພິມ, ນັກຂ່າວ ໂດຍການປ່ຽນ ຈາກ analog ເປັນລະບົບ digital, ຕາມກອງປະຊຸມ ວຽງຈັນ ໃນປີ 2009. ທ່ານເວົ້າອີກວ່າ:
"ສະນັ້ນ ປະເທດເຮົາ ຈຶ່ງເຮັດດັ່ງນັ້ນ ແລ້ວຮອດ ປີ 2020 ພວກເຮົາຈະເຮັດ ໃຫ້ສື່ electronic ຂອງພວກເຮົາ ຫັນໄປສູ່ digital ສົມບູນແບບ".
ເຖິງວ່າ ການພັທນາ ທາງດ້ານ ສື່ມວນຊົນ ໃນລາວ ຈະມີຄວາມ ສຳຄັນເພື່ອໃຫ້ ເທົ່າທຽມກັບ ລະດັບສາກົນ ແຕ່ການອອກ ຂ່າວຄາວ ໃນລາວ ຍັງຂາດ ອິສຣະພາບ ແລະ ຍັງຖືກຈຳກັດ ຢ່າງກວ້າງຂວາງ ເພາະຕ້ອງຂຶ້ນ ຢູ່ກັບ ນະໂຍບາຍ ການໂຄສະນາ ຂອງພັກແລະຣັຖ ເທົ່ານັ້ນ.