ທາງການຄວນຄວບຄຸມ ພໍ່ຄ້າຄົນກາງ
2012.03.28

ກົດຟັງສຽງ
ເຈົ້າໜນ້າທີ່ ກົມປູກຝັງ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ທ່ານນຶ່ງ ເວົ້າວ່າ:
“ເຂົາກໍບໍ່ ຄ່ອຍມີ ພາຫະນະ ໃນການສົ່ງ ໄປຂາຍ ຕລາດເນາະ ບາງບ່ອນ ກໍຈຳເປັນຕ້ອງ ການມີພໍ່ຄ້າ ຄົນກາງເດ່ ເພາະວ່າ ຂ້າເຈົ້າມີ ແຕ່ບາງບ່ອນນີ່ ກໍຜູກຂາດ ອັນນີ້ ກໍບໍ່ດີ ປານໃດ ລັກສນະວ່າ ຄົນອື່ນ ບໍ່ໃຫ້ຊື້ ມີແຕ່ຕົວຊື້ ຜູ້ດຽວ ສິດທິ ເກັບຊື້ ຜູ້ດຽວ ແລ້ວກໍ ກົດຣາຄາ ກໍບໍ່ດີ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ຖ້າຣັຖບານ ສາມາດ ຄວບຄຸມ ພວກພໍ່ຄ້າ ຄົນກາງ ບໍ່ໃຫ້ ເອົາປຽບ ກະສິກອນລາວ ຂະເຈົ້າກໍຈະ ສາມາດ ຂາຍຜົນຜລິດ ຂອງ ພວກເຂົາເຈົ້າ ໄດ້ໃນຣາຄາ ສູງ ແລະ ອາດຈະຢູ່ໃນ ສະພາບ ທີ່ດີຂື້ນ ແຕ່ປັດຈຸບັນ ຍັງທຸກຍາກ ຂາດເຂີນ ຢູ່ຄືເກົ່າ.
ຣັຖບານ ສປປລາວ ເລິ້ມສ້າງ ພັທນາ ເສຖກິດ ຕາມຣະບົບ ການຕລາດ ນັບແຕ່ປີ 1986 ເປັນຕົ້ນມາ ໃນຣະບົບ ເສຖກິດ ການຕລາດ ຣາຄາສິນຄ້າ ຂື້ນກັບຄວາມ ຕ້ອງການ ແລະການ ຕອບສນອງ ຖ້າຜລິດ ໄດ້ຫລາຍ ຄວາມຕ້ອງການ ມີໜ້ອຍ ຣາຄາ ກໍຈະຖືກລົງ ແຕ່ຖ້າການ ຜລິດໜ້ອຍ ຄວາມຕ້ອງການ ມີຫລາຍ ຣາຄາ ກໍແພງຂື້ນ ຖ້າບໍ່ຈຳເປັນ ຣັຖບານ ຈະບໍ່ຄວບຄຸມ ຣາຄາ ສິນຄ້າ.