ສປປລາວກວດກາ ໂຄງການຂຸດຄົ້ນແຮ່ທາດ
2010.11.23
ກົດຟັງສຽງ
ດຣ. ສີມອນ ພິຈິດ ຫົວໜ້າກົມ ບໍ່ແຮ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເຜີຍວ່າ ໃນລະຍະ ຜ່ານມາ ສະພາບການ ລັກລອບ ຂຸດຄົ້ນແຮ່ທາດ ຕ່າງໆ ໂດຍນັກລົງ ທຶນ ພາຍໃນ ແລະ ຕ່າງປະເທດ ເກີດຂຶ້ນຫລາຍ ໂດຍສະເພາະ ໃນແຂວງ ຊຽງຂວາງ ຫລວງພຣະບາງ ແຂວງວຽງຈັນ ແລະ ແຂວງອື່ນໆ.
ພ້ອມດຽວກັນ ກໍມີຫລາຍ ໂຄງການ ລົງທຶນ ດ້ານບໍ່ແຮ່ ດໍາເນີນການ ບໍ່ສອດຄ່ອງ ກັບຣະບຽບ ກົດໝາຍ ແລະສັນຍາ ທີ່ໄດ້ຕົກລົງ ກັບຣັຖບານ ມາແຕ່ເບື້ອງຕົ້ນ. ແລະ ເມື່ອ ບໍ່ດົນມານີ້ ທາງກະຊວງ ຈຶ່ງໄດ້ອອກ ແຈ້ງການ ໃຫ້ມີການ ກວດກາ ໂຄງການ ຂຸດຄົ້ນແຮ່ທາດ ຕ່າງໆ.
ທາງກະຊວງ ຍັງມີແຜນການ ທີ່ຈະເອີ້ນ ເຈົ້າຂອງໂຄງການ ລົງທຶນ ດ້ານແຮ່ທາດ ຢູ່ລາວ ທີ່ເຄື່ອນໄຫວ ແບບບໍ່ຖືກຕ້ອງ 40 ກວ່າ ບໍຣິສັດ ມາຕັກເຕືອນ ຊຶ່ງມີທັງເລື່ອງ ການຣະເມີດ ຣະບຽບການ ແລະ ບໍ່ປະຕິບັດ ຕາມສັນຍາ ທີ່ໄດ້ຕົກລົງ ກັບຣັຖບານ ແລະ ທ້ອງຖີ່ນ.
ບາງໂຄງການ ໄດ້ຂຸດຄົ້ນ ເກີນຂອບເຂດ ທີ່ໄດ້ຮັບ ອະນຸຍາດ ບາງໂຄງການ ບໍ່ໄດ້ຊ່ວຍ ພັທນາຫຍັງເລີຍ ບາງໂຄງການ ບໍ່ຖອກພັນທະ ຫລືເສັຽພາສີ ຕາມຣະບຽບ ຫລາຍໂຄງການ ສ້າງຄວາມເສັຽຫາຍ ຕໍ່ສະພາບ ແວດລ້ອມ ແລະສ້າງຄວາມ ບໍ່ສງົບ ໃຫ້ທ້ອງຖີ່ນ ອີກດ້ວຍ.
ກະຊວງ ພະລັງງານ ແລະບໍ່ແຮ່ ສລຸບວ່າ ຜ່ານມາ ຣັຖບານ ໄດ້ ອະນຸຍາດ ໃຫ້ພາກ ເອກກະຊົນ ລົງທຶນ ໃນຂແນງບໍ່ແຮ່ ຈໍານວນຫລາຍ ແຕ່ມີ ຈໍານວນໜ້ອຍ ທີ່ເກີດຜົລ ຕົວຈິງ.
ຕາມບົດຣາຍງານ ຂອງກະຊວງ ພະລັງງານ ແລະບໍ່ແຮ່ ການຕິດຕາມ ກວດກາ ແລະ ຕີຣາຄາ ກິຈການ ລົງທຶນ ດ້ານບໍ່ແຮ່ ໃນທົ່ວປະເທດ ລາວ ຍັງມີຂໍ້ ຫຍູ້ງຍາກ ຍ້ອນກ່ຽວຂ້ອງ ກັບຫລາຍ ພາກສ່ວນ.