ການສົ່ງເສີມກະສິກັມ ຂອງຣັຖຍັງບໍ່ໄດ້ຜົນ
2012.02.28

ກົດຟັງສຽງ
ເຈົ້າໜ້າທີ່ ກະຊວງ ກະສິກັມ ເວົ້າວ່າ ນະໂຍບາຍ ສົ່ງເສີມ ການກະເສດ ຂອງຣັຖບານ ປະຕິບັດ ບໍ່ໄດ້ຜົນ ຍ້ອນວ່າ ນະໂຍບາຍ ນັ້ນ ເວົ້າເປັນແບບ ລວມໆຊື່ໆ ບໍ່ໄດ້ ກໍານົດວ່າ ໃຫ້ເຂດໃດ ແຂວງໃດ ປູກພືດ ຊນິດ ໃດ ໂດຍສະເພາະ. ທີ່ຜ່ານມາ ຊາວກະສິກອນ ໃນຫລາຍເຂດ ປູກພືດ ຊໍ້າກັນ ຜົນຜລິດ ຈື່ງເກີນຄວາມ ຕ້ອງການ ແລະເຮັດໃຫ້ ຣາຄາ ຜົນຜລິດ ຕົກຕໍ່າ ໃນປີຜ່ານມາ ທ່ານ ອະທິບາຍ ວ່າ:
"ເບື້ອງຣັຖ ກໍບໍ່ໄດ້ ໄປບອກ ໃຫ້ເຂົາປູກພືດ ຊນິດນັ້ນ ຊນິດນີ້ ຈັກເທື່ອດອກ ເຫັນບ່ອນນີ້ປູກ ເຂົາເຈົ້າ ກໍຢາກປູກ ນໍາເນາະ ເຫັນໄດ້ເງິນ ກໍປູກນໍາ ຈັ່ງຊີ້ນະ ກໍແຫ່ກັນປູກ ປະຊາຊົນເອງ ກໍຂາດ ຄວາມເຂົ້າໃຈ
ເນາະ ສ່ວນເບື້ອງ ນະໂຍບາຍ ຂອງຣັຖ ມັນກໍເວົ້າລວມໆ ບໍ່ໄດ້ສົ່ງເສີມ ພືດຊນິດໃດ ຊນິດນື່ງ ໃນລະດັບ ສູນກາງ ລະດັບ ປະເທດ ນະເຮັດ ບໍໍ່ໄດ້ດີ ປານໃດ ເຣື້ອງກໍານົດ ນະໂຍບາຍ".
ທ່ານເວົ້າວ່າ ແຜນການ ສົ່ງເສີມ ກະສິກັມ ລະດັບ ສູນກາງ ມີແທ້ ແຕ່ການນໍາ ໄປໃຊ້ໃນ ທ້ອງຖິ່ນ ຍັງເຮັດ ບໍ່ໄດ້ດີພໍ ບໍ່ສາມາດ ແນະນໍາ ຫລືສົ່ງເສີມ ໃຫ້ຊາວ ກະສິກອນ ໃນທ້ອງຖິ່ນ ປູກຕາມ ຄວາມເໝາະສົມ ຂອງ ພູມີພາຄ ເຊັ່ນວ່າ ເຂດພູດອຍ ເຂດທົ່ງພຽງ ຫລື ເຂດນໍ້າຖ້ວມ ຕ້ອງສົ່ງເສີມ ໃຫ້ປູກພືດ ຊນິດໃດ. ນອກນັ້ນ ການ ຊົລປະທານ ກໍເປັນ ປັດໃຈ ສໍາຄັນ ທີ່ແຕ່ລະ ທ້ອງຖິ່ນ ບໍ່ທັນສາມາດ ຕອບສນອງໄດ້.