ປະຊາທິປະໄຕ ທີ່ຂາດສິທປາກເວົ້າ

ປະຊາຊົນ ລາວ ບໍ່ມີສິທ ອອກຄວາມເຫັນໃດໆ ນອກຈາກ ຕ້ອງຮັບຟັງ ແຕ່ຄຳສັ່ງ ຈາກຣັຖບານ ເທົ່ານັ້ນ.
ຫວາດ ສີມູນ
2012.04.27

ກົດຟັງສຽງ

ປະຊາຊົນລາວ ບໍ່ມີສິທ ເສຣີພາບ ທາງດ້ານ ອອກຄວາມຄິດ ຄວາມເຫັນໃດໆ ທີ່ກ່ຽວກັບ ນະໂຍບາຍ ຂອງຣັຖບາລ ເຖີງແມ່ນວ່າ ນະໂຍບາຍ ຕ່າງໆເຫລົ່ານັ້ນ ຈະບໍ່ກົງກັບ ສະພາບ ຄວາມເປັນຈິງ ທີ່ເກີດຂຶ້ນ ໃນ ສັງຄົມ ຍ້ອນຣະບົບ ກາຣປົກຄອງ ໃນລາວ ບໍ່ມີໃຫ້ ປະຊາຊົນ ແສດງ ຄວາມຄິດເຫັນໃດໆ ເຖີງແມ່ນວ່າ ທາງ ຣັຖບາລ ຈະມີ ໂທຣະສັພ ສາຍດ່ວນ ໃຫ້ ປະຊາຊົນ ໂທເຂົ້າໄປ ຮ້ອງຮຽນ ກໍຕາມ. ດັ່ງຊາວ ນະຄອນ ຫລວງວຽງຈັນ ຜູ້ໜຶ່ງ ເວົ້າວ່າ:

"ຄົນລາວເຮົາກໍ ສ່ວນຫລາຍ ກໍບໍ່ມີສິທ ຫຍັງດອກ ເພາະວ່າຂັ້ນເທິງ ເປັນຜູ້ສັ່ງ ແລ້ວກໍຕ້ອງ ປະຕິບັຕ ກໍມີແຕ່ ວ່າໂທໄປ ສອບຖາມຊື່ໆ ຕົວນີ້ແມ່ນ ໂທໄປໄດ້ ແຕ່ວ່າເຣື່ອງ ກາຣແກ້ໄຂ ຫລືວ່າກາຣ ພິຈາຣະນາ ຄຳເຫັນ ຂອງຂະເຈົ້າ ເຮົາກໍບໍ່ຮູ້ ນຳຂະເຈົ້າຄືກັນ ແຕ່ວ່າຢູ່ລາວ ມັນຍາກ".

ພ້ອມດຽວກັນນັ້ນ ທ່ານກໍວ່າ ສ່ວນຫລາຍແລ້ວ ຈະບໍ່ຄ່ອຍມີຄົນ ໂທຣະສັພ ເຂົ້າໄປສເນີ ຄວາມເຫັນ ພໍເທົ່າໃດ ເພາະຮູ້ ແນ່ນອນ ແລ້ວວ່າ ຄວາມເຫັນ ຂອງພວກຕົນ ຈະບໍ່ໄດ້ຮັບ ກາຣພິຈາຣະນາ ຈາກທາງ ຣັຖບາລ ແລະ ເຖິງຈະມີ ຜູ້ໂທເຂົ້າໄປ ສ່ວນຫລາຍ ຈະເປັນກາຣ ແຈ້ງຄວາມ ສະເພາະເຣື່ອງ ບໍ່ເປັນທັມ ທີ່ເກີດຂຶ້ນ ກັບຕົນເອງ ເທົ່ານັ້ນ.

ສໍາຫລັບ ໂທຣະສັພ ສາຍດ່ວນ ທີ່ທາງ ຣັຖບາລ ໄດ້ຈັດຂຶ້ນ ເພື່ອໃຫ້ ປະຊາຊົນ ໂທເຂົ້າໄປໃຫ້ ຄວາມຄິດເຫັນນັ້ນ ກໍສະເພາະ ແຕ່ຣະຍະ ທີ່ມີກາຣ ປະຊຸມສະພາ ແຫ່ງຊາຕ ເທົ່ານັ້ນ ດັ່ງເຈົ້າໜ້າທີ່ ຈາກ ກົມຄົ້ນຄວ້າ ຄຳຮ້ອງ ຂໍຄວາມເປັນທັມ ສະພາ ແຫ່ງຊາຕ ໄດ້ກ່າວວ່າ:

"ມີແຕ່ສາຍດ່ວນ ຂອງສະພາ ຊ່ວງ ກອງປະຊຸມ ສະພາແຫ່ງຊາຕ ໄດ້ແຕ່ສະເພາະ ກອງປະຊຸມ ຂອງ ສະພາແຫ່ງຊາຕ ຈະມີ 2 ເທື່ອ ເຮົາຈະມີ ສາຍດ່ວນ ແລະ ກໍມີທາງ ອີເມລ ແຟກຊ໌ ສາມາຖສເນີ ໄດ້ທຸກຄວາມເຫັນ ຕົວນີ້".

ເຖີງແມ່ນວ່າ ສປປລາວ ມີກົດໝາຍ ຄຸ້ມຄອງສິທທິ ເສຣີພາບ ຂອງບຸຄຄົນ ກໍຕາມ ແຕ່ຄວາມ ເປັນຈິງແລ້ວ ປະຊາຊົນລາວ ຍັງຖືກ ຄວບຄຸມ ພາຍໃຕ້ ກາຣນຳພາ ຂອງພັກ-ຣັຖ ແລະ ປະຊາຊົນ ຈະຕ້ອງໄດ້ແຕ່ ປະຕິບັຕ ຕາມເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 27, 2012 09:43 AM

ປະຊາທິປະໄຕຮ່ວມສູນ,ລຶບບໍໍ່ສູນຊູນບໍ່ໄດ້ ສຸດຈັງໄຮກ່ວາໝູ໋ ໄຜບໍ່ຮູ້ໃຫ້ຮຽນໄດ້ຈາກ ສປປລ ນີ້ເດີ!

Anonymous
Apr 27, 2012 01:47 PM

ກໍ່ປະຊາທິປະໄຕເກີດໃໝ່ຂອງລາວ ຍຸກ 1975 ນີ້ນາ,ກຳລັງພັດທະນາ ເວົ້າໄດ້ ແຕ່ ບໍ່ໃຫ້ເຫລືອເຖີດ ຂອງການລວມສູນ ຄວາມສະລາດສ່ອງໄສ ປະຊາທິປະໄຕ ຂອງລາວໃໝ່ອ່ຽມ.

Anonymous
Apr 29, 2012 05:48 PM

ລະບົບການເມືອງລາວ ແມ່ນມີຂັ້ນຕອນລະເປັນລະບົບອັນລະອຽດ, ການອອກສຽງ ຫຼື ໃຊ້ສິດກໍ່ແມ່ນໄປຕາມຂັ້ນຕອນ, ຄົນລາວທຸກຄົນແມ່ນມີສິດປະຊາທິປະໄຕ ແລະ ສະເໝີພາບຕໍ່ໜ້າກົດໝາຍ ທຸກຄົນແມ່ນມີສິດທິເທົ່າທຽມກັນ. ອັນນີ້ຄືລະບົບການປົກຄອງ ຂອງລາວ....
ຜູ້ທີ່່ຂຽນຂາວນີ້ ກະລຸນາສຶກສາລະບົບການເມືອງລາວໃຫ້ເຫັນທາດແທ້ແນ່ເດີ ນອກຈາກ ໃຫ້ຂ່າວບໍ່ຖືກແລ້ວ ພິມພາສາລາວກໍ່ຍັງບໍ່ຖືກອີກ ຈັ່ງແມ່ນຕົກພາສາລາວ ນໍ

Anonymous
May 05, 2012 08:41 AM

ປະຊາທິປະໄຕແຫ່ງການມີສິດປາກແຕ່ຂາດສິດເວົ້າ ຄວາມຈິງໄນທຸກກໍລະນີ.

Anonymous
Apr 28, 2012 06:09 PM

ຈາກການໄດ້ອ່ານຂ່າວຂ້າງເທິງຂ້າພະເຈົ້າຮູ້ທັນທີ່ເລີຍວ່າແຫຼ່ງຂ່າວ ຫຼື ສະຖານີແຫ່ງນີ້ປະກາດຂ່າວບໍ່ຖືຕາມຄວາມຈິງ ແລະ ບໍ່ເຊື່ອຖືໄດ້

Anonymous
Apr 29, 2012 09:23 PM

suck ur information

Anonymous
Apr 29, 2012 05:07 AM

ວົງຈອນອຸບາດຂອງການຊີ້ນຳແລະການບໍລິຫານ ຈຶ່ງເຮັດໃຫ້ປະຊາຊົນຂາດສິດທິພື້ນຖານທຸກຢ່າງ ຂອງຕົນເອງແລະສ່ວນລວມ ພື້ນຖານຄວາມຮອບຮູ້ທົ່ວໄປກໍ່ດ້ອຍ ຈຶ່ງເຮັດໃຫ້ບັນດາພວກມີສິທແລະອຳນາດ ລວບຫັດສິດທິຂອງຄວາມເປັນມະນຸຕທຸກຢ່າງໄນຮອບດ້ານ.

Anonymous
Apr 30, 2012 06:47 AM

ບໍ່ໄດ້ຂາດສິທປາກເວົ້າດອກ ແຕ່ຢ່າເວົ້າຫລາຍໂພດ ເພາະມັນຈະບໍ່ມີຄວາມເວົ້າໃນໂອກາດຕໍ່ໄປ ປະຢັດທັດທ່ຽງໄດ້ແມ່ນເປັນການດີ.